ການຟັງແບບເອົາໃຈໃສ່
download ໝວດ: ການສື່ສານ. ປະເພດ: ແບບຝຶກຫັດ. ເວລາ: 30-60 ນາທີ. ການໝູນໃຊ້: ການຝຶກອົບຮົມ. ບົດຮຽນການໝູນໃຊ້ຈາກ: ພັນຖິ່ນ. “ການຟັງແບບເອົາໃຈໃສ່” ສິ່ງທ້າທາຍທີ່ພົບພໍ້ໃນເວລາຮັບສະໜັກຫຼືຄັດເລືອກເອົາກຸ່ມເປົ້າໝາຍມາຝຶກອົບຮົມວິຊາຊີບທີ່ສູນພັດທະນາແມ່ຍິງພິການລາວ ເຫັນໄດ້ວ່າ ເຫດຜົນທີ່ຜູ້ມີຄວາມພິການເອງບໍ່ຢາກອອກຈາກບ້ານເພື່ອໄປພົບປະຜູ້ຄົນ ໝູ່ເພື່ອນ ພີ່ນ້ອງ ບ້ານໃກ້ເຮືອນຄຽງ ບໍ່ຢາກອອກໄປຮຽນຮູ້ເມື່ອມີໂອກາດ ຍ້ອນວ່ໂດຍທົ່ວໄປແລ້ວ ການທີ່ຄົນຜູ້ໜຶ່ງ ມາຫາເຮົາ ເພື່ອຈະເລົ່າເລື່ອງທີ່ເຂົາເຈົ້າຄິດວ່າ ເຮົາເຂົ້າໃຈ ຍ້ອນເຮົາເປັນຜູ້ຟັງທີ່ດີ ແລະ ເລົ່າແລ້ວເຂົາເຈົ້າຮູ້ສຶກສະບາຍໃຈ, ທີ່ສຳຄັນສຸດ ແມ່ນເຮັດໃຫ້ເຂົາເຈົ້າເຂົ້າໃຈຕົວເອງຫຼາຍຂຶ້ນ. ດັ່ງນັ້ນ ການຟັງແບບເອົາໃຈໃສ່ ຈຶງເປັນເລື່ອງທີ່ສຳຄັນ ທີ່ຈະນຳໄປສູ່ສາຍສຳພັນທີ່ດີຂອງເຮົາກັບຜູ້ອື່ນ. ການເອົາໃຈໃສ່ ແມ່ນ ການຕອບສະໜອງທີ່ສະເພາະເຈາະຈົງ, ທັນທີ ໃນຊ່ວງເວລາທີ່ເຫດການໃດໜຶ່ງກຳລັງເກີດຂຶ້ນ[1]. ການທີ່ເຮົາຟັງແບບເອົາໃຈໃສ່ ຈະເຮັດໃຫ້ຄູ່ສົນທະນາຂອງເຮົາຮັບຮູ້ເຖິງຄວາມຕັ້ງໃຈໃນການຟັງ, ການຈື່ຈຳໄດ້ໃນລາຍລະອຽດ ແລະ ການຍອມຮັບແບບບໍ່ຕັດສິນ ເຊິ່ງການຮັບຮູ້ສິ່ງທີ່ວ່າມາ ແມ່ນເຮັດໃຫ້ຄູ່ສົນທະນາເກີດຄວາມຮູ້ສຶກວ່າໄດ້ຮັບການເອົາໃຈໃສ່ …


