ການຟັງແບບບໍ່ຕັດສິນ
download ໝວດ: ການສື່ສານ. ປະເພດ: ແບບຝຶກຫັດ. ເວລາ: 20 ນາທີ. ຜູ້ເຂົ້າຮ່ວມ: ກຸ່ມ. ບົດຮຽນຈາກ: ພັນຖິ່ນ. “ການຟັງແບບບໍ່ຕັດສິນ” ການຟັງທີ່ດີ ເຮັດໃຫ້ໄດ້ມິດຕະພາບທີ່ດີໆ ສະເໝີ ນັ້ນແມ່ນການຟັງເປັນ. ການຟັງທີ່ເຮົາມັກໃຊ້ໃນການຈັດຂະບວນການຮຽນຮູ້ໃນຮູບແບບຕ່າງໆ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເກີດການແລກປ່ຽນຢ່າງໝັ້ນໃຈ. ການຟັງແບບບໍ່ຕັດສິນ ເປັນການຟັງເພື່ອທຳຄວາມເຂົ້າໃຈຄວາມຮູ້ສຶກ ແລະ ຄວາມຕ້ອງການທີ່ແທ້ຈິງຂອງຜູ້ເວົ້າ. ການຟັງຄົນ ເຮັດໃຫ້ຜູ້ເວົ້າຮູ້ສຶກວ່າໄດ້ຮັບການຍອມຮັບ ໂດຍສະເພາະ ແມ່ນ ຢາມທີ່ຜູ້ເວົ້າຢູ່ໃນສະພາບການທີ່ຫຍຸ້ງຍາກທາງດ້ານຈິດໃຈ ແລະ ມີຄົນຟັງໂດຍບໍ່ຕັດສິນ ບໍ່ລົງໂທດຜູ້ເວົ້າ ບໍ່ແກ້ຕົວແທນຜູ້ເວົ້າ ບໍ່ມີການພະຍາຍາມເຮັດໃຫ້ເປັນເລື່ອງໃຫຍ່ ນັ້ນເປັນການຟັງທີ່ດີ.[1] ເຄື່ອງມືນີ້ເປັນແບບຝຶກຫັດ ໂດຍໃຫ້ຜູ້ເຂົ້າຮ່ວມຈັບຄູ່ກັນ ແລະ ຝຶກການຟັງແບບບໍ່ຕັດສິນ ຈຳນວນ 2 …


