Uncategorized

ຝຶກອົບຮົມຫົວຂໍ້: “ຍຸດທະສາດການສື່ສານ”

ຝຶກອົບຮົມຫົວຂໍ້: “ຍຸດທະສາດການສື່ສານ”🤲 ໃຫ້ກັບອະດິດນັກສຶກສາຝຶກງານຂອງ ສະມາຄົມຮ່ວມໃຈອາສາສະໝັກ ຈໍານວນ 15 ຄົນ ໃນຊ່ວງວັນທີ 11-12 ພະຈິກ 2023.

ຝຶກອົບຮົມຫົວຂໍ້: ການຄົ້ນຄວ້າແບບຊາວບ້ານ (Saoban Research)

ຝຶກອົບຮົມຫົວຂໍ້: ການຄົ້ນຄວ້າແບບຊາວບ້ານ (Saoban Research)👨‍🏫🕵️‍♀️ ໃຫ້ກັບພະນັກງານຂອງສະມາຄົມຮ່ວມໃຈອາສາສະໝັກ ໃນວັນທີ 12-14 ກໍລະກົດ 2023

ສໍາເລັດການລົງຝຶກງານຂອງນັກສຶກສາສາຂາ ສັງຄົມສົງເຄາະ

🎉🎉 ຍິນດີ ແລະ ຂອບໃຈນຳນ້ອງ ເມທິດາ ພຸດທະວົງ ຫລາຍໆເດີ, ນັກສຶກສາສາຂາ ສັງຄົມສົງເຄາະ ທີ່ໄດ້ເຂົ້າມາຝຶກງານ, ແລກປ່ຽນ, ຮຽນຮູ້ ແລະ ເກັບກ່ຽວປະສົບການໃນການເຮັດວຽກພັດທະນາຊຸມຊົນ ນໍາສະມາຄົມຮ່ວມໃຈອາສາສະໝັກ ເປັນໄລຍະເວລາ 2 ເດືອນ.

ກອງປະຊຸມ ລາຍງານຜົນໄດ້ຮັບ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດໂຄງການ “ສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າການຂອງຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19”

ສະມາຄົມຮ່ວມໃຈອາສາສະໝັກໄດ້ຈັດກອງປະຊຸມ ລາຍງານຜົນໄດ້ຮັບ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດໂຄງການ “ສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າການຂອງຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19” ທີ່ແຂວງ ໄຊຍະບູລີ ໂດຍມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 16 ທ່ານ. ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ມີການແລກປ່ຽນບົດຮຽນ, ຜົນໄດ້ຮັບ, ຜົນສໍາເລັດ ແລະ ແຜນຕໍ່ໜ້າ ຈາກການຈັດຕັ້ງປະຕິບັດໂຄງການໃນ 2 ເມືອງເປົ້າໝາຍ: ຫົງສາ ແລະ ແກ່ນທ້າວ, ແຂວງ ໄຊຍະບູລີ

ສະໜອງແນວພັນໝາກເດື່ອຍໃຫ້ກັບຄອບຄົວເປົ້າໝາຍ 12 ຄອບຄົວ ໃນ 3 ບ້ານ: ບ້ານ ນາປຸງ, ບ້ານ ກິ່ວມ່ວງ ແລະ ບ້ານ ຫ້ວຍຈ້ວງ ໃນເມືອງ ຫົງສາ, ແຂວງ ໄຊຍະບູລີ

ສະມາຄົມຮ່ວມໃຈອາສາສະໝັກໄດ້ສະໜອງແນວພັນໝາກເດື່ອຍໃຫ້ກັບຄອບຄົວເປົ້າໝາຍ 12 ຄອບຄົວ ໃນ 3 ບ້ານ: ບ້ານ ນາປຸງ, ບ້ານ ກິ່ວມ່ວງ ແລະ ບ້ານ ຫ້ວຍຈ້ວງ ໃນເມືອງ ຫົງສາ, ແຂວງ ໄຊຍະບູລີ

ກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນຜ່ານການລົງຕິດຕາມກິດຈະກໍາ

ກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນຜ່ານການລົງຕິດຕາມກິດຈະກໍໃນການປູກຜັກໃນເຮືນຮົ່ມຂອງໄວໜຸ່ມກຸ່ມເປົ້າໝາຍຂອງໂຄງການ ພ້ອມທັງວາງແຜນຕໍ່ໜ້າຮ່ວມກັບຄູ່ຮ່ວມງານໃນການສະໜັບສະໜູນໄວໜຸ່ມໃນການສືບຕໍ່ກິດຈະກໍາຂອງເຂົາເຈົ້າເອງ.

ຕິດຕາມ ແລະ ໃຫ້ຄໍາແນະນໍາແກ່ໄວໜຸ່ມກຸ່ມເປົ້າໝາຍທີ່ເຮັດກິດຈະກໍາ “ປູກຜັກໃນເຮືອນຮົ່ມ”

ລົງຕິດຕາມ ແລະ ໃຫ້ຄໍາແນະນໍາແກ່ໄວໜຸ່ມກຸ່ມເປົ້າໝາຍທີ່ເຮັດກິດຈະກໍາ “ປູກຜັກໃນເຮືອນຮົ່ມ🌱🌱” ໃນ 2 ບ້ານຄື: ບ້ານເມືອງຫານ ແລະ ບ້ານໂພນໄຊ, ເມືອງ ຫົງສາ, ແຂວງ ໄຊຍະບູລີ ເຊິ່ງເປັນໂຄງການທີ່ຈັດຕັ້ງປະຕິບັດພາຍໃຕ້ແຜນງານ CISAC-19.

ສະບາຍດີປີໃຫມ່ | Happy Lao New Year 2023

💧ເນື່ອງໃນໂອກາດປີໃຫ່ມລາວທີ່ຈະມາເຖິງນີ້ ໃນວັນທີ 12 ເມສາ 2023ຜ່ານມາ. ພວກເຮົາທີມງານສະມາຄົມຮ່ວມໃຈອາສະໝັກ ແລະ ພັນຖິ່ນ/Phan-Thin Social Enterprise ໄດ້ຈັດກິດຈະກຳສົມມັດສົມມາຜູ້ໃຫ່ຍໃນຫ້ອງການເພື່ອຕ້ອນຮັບປີໃຫ່ມ 2023 ນີ້.