HJA Program
the seminar title “Women’s Contributions and Leadership in Climate Action”
ງານສໍາມະນາ "ບົດບາດຂອງແມ່ຍິງໃນການມີສ່ວນຮ່ວມຕໍ່ວຽກງານການປ່ຽນແປງດິນຟ້າອາກາດ" ໃນວັນທີ 28 ພະຈິກ 2023, ທີ່ສະໂມສອນໃຫຍ່ ມຊ
Read Moreຝຶກອົບຮົມ ຫົວຂໍ້: “ທັກສະການເປັນຄູຝຶກ”
ຝຶກອົບຮົມ ຫົວຂໍ້: "ທັກສະການເປັນຄູຝຶກ"🤩🤩 ຂອງອະດິດນັກສຶກສາຝຶກງານຂອງ HJA ຈໍານວນ 15 ຄົນ ໃນລະຫວ່າງວັນທີ 18-19 ພະຈິກ 2023
Read Moreຝຶກອົບຮົມຫົວຂໍ້: “ຍຸດທະສາດການສື່ສານ”
ຝຶກອົບຮົມຫົວຂໍ້: "ຍຸດທະສາດການສື່ສານ"🤲 ໃຫ້ກັບອະດິດນັກສຶກສາຝຶກງານຂອງ ສະມາຄົມຮ່ວມໃຈອາສາສະໝັກ ຈໍານວນ 15 ຄົນ ໃນຊ່ວງວັນທີ 11-12 ພະຈິກ 2023.
Read Moreຝຶກອົບຮົມຫົວຂໍ້: ການຄົ້ນຄວ້າແບບຊາວບ້ານ (Saoban Research)
ຝຶກອົບຮົມຫົວຂໍ້: ການຄົ້ນຄວ້າແບບຊາວບ້ານ (Saoban Research)👨🏫🕵️♀️ ໃຫ້ກັບພະນັກງານຂອງສະມາຄົມຮ່ວມໃຈອາສາສະໝັກ ໃນວັນທີ 12-14 ກໍລະກົດ 2023
Read Moreສໍາເລັດການລົງຝຶກງານຂອງນັກສຶກສາສາຂາ ສັງຄົມສົງເຄາະ
🎉🎉 ຍິນດີ ແລະ ຂອບໃຈນຳນ້ອງ ເມທິດາ ພຸດທະວົງ ຫລາຍໆເດີ, ນັກສຶກສາສາຂາ ສັງຄົມສົງເຄາະ ທີ່ໄດ້ເຂົ້າມາຝຶກງານ, ແລກປ່ຽນ, ຮຽນຮູ້ ແລະ ເກັບກ່ຽວປະສົບການໃນການເຮັດວຽກພັດທະນາຊຸມຊົນ ນໍາສະມາຄົມຮ່ວມໃຈອາສາສະໝັກ ເປັນໄລຍະເວລາ 2 ເດືອນ.
Read Moreກອງປະຊຸມ ລາຍງານຜົນໄດ້ຮັບ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດໂຄງການ “ສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າການຂອງຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19”
ສະມາຄົມຮ່ວມໃຈອາສາສະໝັກໄດ້ຈັດກອງປະຊຸມ ລາຍງານຜົນໄດ້ຮັບ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດໂຄງການ "ສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າການຂອງຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19" ທີ່ແຂວງ ໄຊຍະບູລີ ໂດຍມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 16 ທ່ານ. ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ມີການແລກປ່ຽນບົດຮຽນ, ຜົນໄດ້ຮັບ, ຜົນສໍາເລັດ ແລະ ແຜນຕໍ່ໜ້າ ຈາກການຈັດຕັ້ງປະຕິບັດໂຄງການໃນ 2 ເມືອງເປົ້າໝາຍ: ຫົງສາ ແລະ ແກ່ນທ້າວ, ແຂວງ ໄຊຍະບູລີ
Read Moreສະໜອງແນວພັນໝາກເດື່ອຍໃຫ້ກັບຄອບຄົວເປົ້າໝາຍ 12 ຄອບຄົວ ໃນ 3 ບ້ານ: ບ້ານ ນາປຸງ, ບ້ານ ກິ່ວມ່ວງ ແລະ ບ້ານ ຫ້ວຍຈ້ວງ ໃນເມືອງ ຫົງສາ, ແຂວງ ໄຊຍະບູລີ
ສະມາຄົມຮ່ວມໃຈອາສາສະໝັກໄດ້ສະໜອງແນວພັນໝາກເດື່ອຍໃຫ້ກັບຄອບຄົວເປົ້າໝາຍ 12 ຄອບຄົວ ໃນ 3 ບ້ານ: ບ້ານ ນາປຸງ, ບ້ານ ກິ່ວມ່ວງ ແລະ ບ້ານ ຫ້ວຍຈ້ວງ ໃນເມືອງ ຫົງສາ, ແຂວງ ໄຊຍະບູລີ
Read Moreກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນຜ່ານການລົງຕິດຕາມກິດຈະກໍາ
ກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນຜ່ານການລົງຕິດຕາມກິດຈະກໍໃນການປູກຜັກໃນເຮືນຮົ່ມຂອງໄວໜຸ່ມກຸ່ມເປົ້າໝາຍຂອງໂຄງການ ພ້ອມທັງວາງແຜນຕໍ່ໜ້າຮ່ວມກັບຄູ່ຮ່ວມງານໃນການສະໜັບສະໜູນໄວໜຸ່ມໃນການສືບຕໍ່ກິດຈະກໍາຂອງເຂົາເຈົ້າເອງ.
Read Moreຕິດຕາມ ແລະ ໃຫ້ຄໍາແນະນໍາແກ່ໄວໜຸ່ມກຸ່ມເປົ້າໝາຍທີ່ເຮັດກິດຈະກໍາ “ປູກຜັກໃນເຮືອນຮົ່ມ”
ລົງຕິດຕາມ ແລະ ໃຫ້ຄໍາແນະນໍາແກ່ໄວໜຸ່ມກຸ່ມເປົ້າໝາຍທີ່ເຮັດກິດຈະກໍາ "ປູກຜັກໃນເຮືອນຮົ່ມ🌱🌱" ໃນ 2 ບ້ານຄື: ບ້ານເມືອງຫານ ແລະ ບ້ານໂພນໄຊ, ເມືອງ ຫົງສາ, ແຂວງ ໄຊຍະບູລີ ເຊິ່ງເປັນໂຄງການທີ່ຈັດຕັ້ງປະຕິບັດພາຍໃຕ້ແຜນງານ CISAC-19.
Read Moreສະບາຍດີປີໃຫມ່ | Happy Lao New Year 2023
💧ເນື່ອງໃນໂອກາດປີໃຫ່ມລາວທີ່ຈະມາເຖິງນີ້ ໃນວັນທີ 12 ເມສາ 2023ຜ່ານມາ. ພວກເຮົາທີມງານສະມາຄົມຮ່ວມໃຈອາສະໝັກ ແລະ ພັນຖິ່ນ/Phan-Thin Social Enterprise ໄດ້ຈັດກິດຈະກຳສົມມັດສົມມາຜູ້ໃຫ່ຍໃນຫ້ອງການເພື່ອຕ້ອນຮັບປີໃຫ່ມ 2023 ນີ້.
Read More🎊ເນື່ອງໃນໂອກາດປີໃໝ່ລາວທີ່ຈະມາຮອດນີ້🎊
ທີມງານສະມາຄົມຮ່ວມໃຈອາສາສະໝັກ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເຂົ້າອວຍພອນໃຫ້ທາງຄະນະກົມອົງການຈັດຕັ້ງສັງຄົມລາວ ພ້ອມດ້ວຍທີມງານ ຈົ່ງມີພະລະນາໄມສົມບູນ, ມີຄວາມພາສຸກ, ຈະເລີນຮຸ່ງເຮືອງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ🎉🎉 ☘️☘️
Read Moreນາງ ເວີະ ວັນນະລິນ ຢູ່ບ້ານ ເມືອງຫານ, ເມືອງ ຫົງສາ, ແຂວງ ໄຊຍະບູລີ
ໂຄງການໄດ້ສະໝັບສະໜູນແນວພັນຜັກຈໍານວນໜຶ່ຶງ ແລະ ອຸປະກອນໃນການເຮັດເຮືອນຮົມ🌱🌱 ເພື່ອສົ່ງເສີມໄວໜຸ່ມທີ່ວ່າງງານໃຫ້ມີລາຍຮັບໃຫ້ກັບຄອບຄົວ. ໂຄງການໄດ້ສະໝັບສະໜູນໃນຊ່ວງທ້າຍເດືອນ ພະຈິກ ປີ 2022 ແລະ ມາຮອດເດືອນ ກຸມພາ 2023 ພາຍໃນໄລຍະ 3 ເດືອນ ສາມາດຂາຍຜົນຜະລິດໄດ້ 3 ຄັ້ງ, ສະເລ່ຍ 1,000,000 ຫາ 1,500,000 ກີບ/ຄັ້ງ😊 ເຊິ່ງມັນສົ່ງຜົນເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນ ແລະ ມີຊີວິດການເປັນຢຸ່ດີຂຶ້ນຫຼາຍຈາກແຕ່ກ່ອນ ແລະ ລາວເອງກໍ່ໄດ້ວາງແຜນຕໍ່ໜ້າແມ່ນ “ຈະສືບຕໍ່ຂະຫຍາຍພື້ນທີ່ ແລະ ພັດທະນາໃຫ້ກາຍເປັນອາຊີບທີ່ໜັ້ນຄົງ”.🙂
Read Moreກອງປະຊຸມລາຍງານການເຄື່ອນໄຫວວຽກງານຂອງສະມາຄົມໃນ 1 ປີຜ່ານມາ ແລະ ວ່າງແຜນຕໍ່ໜ້າ ຮ່ວມກັບສະມາຊິກສະມາຄົມ
ໃນວັນທີ 21 ກຸມພາ 2023 ທີ່ຜ່ານມານີ້, ສະມາຄົມຮ່ວມໃຈອາສາສະໝັກໄດ້ຈັດກອງປະຊຸມລາຍງານການເຄື່ອນໄຫວວຽກງານຂອງສະມາຄົມໃນ 1 ປີຜ່ານມາ ແລະ ວ່າງແຜນຕໍ່ໜ້າ ຮ່ວມກັບສະມາຊິກສະມາຄົມ ພ້ອມກັນນັ້ນຍັງໄດ້ມີການເລືອກຕັ້ງຄະນະບໍລິຫານງານ ແລະ ຄະນະກວດກາສະມາຄົມຊຸດໃໝ່ ເພື່ອການເຄື່ອນໄຫວວຽກງານຂອງສະມາຄົມໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ ແລະ ບັນລຸຕາມເປົ້າໝາຍທີ່ວ່າງໄວ້ຮ່ວມກັນ😊😊😊.
Read Moreສືບຕໍ່ໃຫ້ຄວາມຮູ້ເລື່ອງຜົນດີ ແລະ ປະໂຫຍດຂອງການສັກຢາວັກຊິນ ແລະ ວັກຊິນເຂັ້ມກະຕຸ້ນ
ສືບຕໍ່ໃຫ້ຄວາມຮູ້ເລື່ອງຜົນດີ ແລະ ປະໂຫຍດຂອງການສັກຢາວັກຊິນ ແລະ ວັກຊິນເຂັ້ມກະຕຸ້ນ ໃຫ້ກັບກຸ່ມເປົ້າໝາຍໂຄງການໃຫ້ມີຄວາມເຂົ້າໃຈຖືກຕ້ອງ ແລະ ຫຼີກລ້ຽງຜົນຮ້າຍທີ່ເກີດຈາກພະຍາດໂຄວິດ-19👿 ພາຍໃນ 5 ບ້ານ: ບ້ານ ທ້າວແກ່ນ, ບ້ານ ຫ້ວຍຕໍ, ບ້ານ ຈ້ອມແກ້ວ, ບ້ານ ຫາດແດງ, ບ້ານ ດອນເມນ ແລະ 2 ໂຮງຮຽນເປົ້າໝາຍ: ມສ ແກ່ນທ້າວ ແລະ ມສ ດອນເມນ ເມືອງ ແກ່ນທ້າວ, ແຂວງ ໄຊຍະບູລີ.
Read Moreພາບກິດຈະກໍາຂອງການມອບເຄື່ອງບໍລິຈາກປະເພດເຄື່ອງນຸ່ງຮົ່ມ ແລະ ອຸປະກອນການສຶກສາໃຫ້ກັບປະຊາຊົນ ແລະ ເດັກນ້ອຍຜູ້ທີ່ຂາດເຂີນໃນບ້ານ ແລະ ໂຮງຮຽນເປົ້າໝາຍໃນເມືອງ ຮ້ຽມ, ແຂວງ ຫົວພັນ.
😊😊ພາບກິດຈະກໍາຂອງການມອບເຄື່ອງບໍລິຈາກປະເພດເຄື່ອງນຸ່ງຮົ່ມ ແລະ ອຸປະກອນການສຶກສາໃຫ້ກັບປະຊາຊົນ ແລະ ເດັກນ້ອຍຜູ້ທີ່ຂາດເຂີນໃນບ້ານ ແລະ ໂຮງຮຽນເປົ້າໝາຍໃນເມືອງ ຮ້ຽມ, ແຂວງ ຫົວພັນ. ພວກເຮົາດີໃຈທີ່ໄດ້ເຫັນຮອຍຍິມ ແລະ ມອບເຄື່ອງທີ່ທ່ານມັກ ແລະ ສຸດທ້າຍນີ້ຂໍຂອບໃຈມາຍັງທຸກໆພາກສ່ວນທີ່ໄດ້ຮ່ວມບໍລິຈາກ ແລະ ເປັນສ່ວນໜຶ່ງໃນການສະໜັບສະໜູນກິດຈະກໍາໃນຄັ້ງນີ້😊😊.
Read Moreເຄື່ອງທີ່ເຈົ້າບໍ່ໃຊ້ໃຫ້ເຮົາໄດ້ບໍເພື່ອຫຼຸດຜ່ອນຄວາມໜາວ.
ພວກເຮົາຂໍຂອບໃຈມາຍັງ ທະນາຄານການຄ້າຕ່າງປະເທດລາວ BCEL ທີ່ປະກອບສ່ວນຮ່ວມບໍລິຈາກເຄື່ອງນຸ່ງຮົ່ມ ແລະ ອຸປະກອນການສຶກສາ ເພື່ອຈະມອບໃຫ້ຜູ້ທີ່ຂາດເຂີນ ທີ່ເມືອງ ຮ້ຽມ, ແຂວງ ຫົວພັນ ໃນວັນທີ 21-22 ມັງກອນ 2023 ນີ້.
Read Moreບັນຍາກາດການລົງຕິດຕາມໄວໜຸ່ມ ໜຶ່ງ ໃນຜູ້ທີ່ໄດ້ຮັບການສະໜັບສະໜູນແນວພັນຜັກ ແລະ ອຸປະກອນໃນການເຮັດເຮືອນຮົ້ມ.
ບັນຍາກາດການລົງຕິດຕາມໄວໜຸ່ມ ໜຶ່ງ ໃນຜູ້ທີ່ໄດ້ຮັບການສະໜັບສະໜູນແນວພັນຜັກ ແລະ ອຸປະກອນໃນການເຮັດເຮືອນຮົ້ມທີ່ຫາກໍ່ສໍາເລັດການປູກ ແລະ ກໍ່ປຸກສ້າງ ທີ່ເມືອງ ຫົງສາ ແຂວງ ໄຊຍະບູລີ ໂຄງການ "ສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າການຂອງຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19". ພາຍໃຕ້ແຜນງານ CISAC-19 ແລະ ສະໜັບສະໜູນທຶນໂດຍ European Union in Laos.
Read Moreສືບຕໍ່ໂຄສະນາສຸຂະສຶກສາໃຫ້ຄວາມຮູ້ກ່ຽວກັບການປ້ອງກັນ ແລະ ການໄປສັກຢາວັກຊີນປ້ອງກັນພະຍາດໂຄວິດ-19.
ໃນລະຫວ່າງວັນທີ 21-24 ພະຈິກ 2022 ທີ່ຜ່ານມານີ້, ສະມາຄົມຮ່ວມໃຈອາສາສະໝັກ ຮ່ວມກັບຄູ່ຮ່ວມງານຂອງໂຄງການໄດ້ລົງຈັດຕັ້ງປະຕິບັດກິດຈະກໍາ ສືບຕໍ່ໂຄສະນາສຸຂະສຶກສາໃຫ້ຄວາມຮູ້ກ່ຽວກັບການປ້ອງກັນ ແລະ ການໄປສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ກັບຊຸມຊົນ 5 ບ້ານ (ບ້ານເມືອງຫານ, ໂພນໄຊ, ນາປຸ່ງ, ກິ່ວມ່ວງ, ຫ້ວຍຈ້ວງ) ແລະ 2 ໂຮງຮຽນ (ມສ ບ້ານຫານ ແລະ ມສ ພູແລ້ງ) ເມືອງ ຫົງສາ, ແຂວງ ໄຊຍະບູລີ ພາຍໃຕ້ແຜນງານ CISAC-19, ສະໜັບສະໜູນໂດຍ European Union in Laos.
Read More“ການໃຫ້ຄວາມສຸກກ່ອນໃຫ້ຄວາມຮູ້”
ສິ່ງທີ່ພົບພໍ້ຫຼາຍທີ່ສຸດເວລາການເປັນຜູ້ອຳນວຍຄວາມສະດວກແມ່ນຄວາມແຕກຕ່າງຂອງຜູ້ເຂົ້າຮ່ວມເຊິ່ງເປັນສິ່ງທີ່ຜູ້ອຳນວຍຄວາມສະດວກຕ້ອງໄດ້ຄິດຢູ່ຕະຫຼອດໃນການສ້າງພື້ນທີ່ໃຫ້ທຸກຄົນໄດ້ສະແດງອອກຢ່າເໝາະສົມ ແລະ ເຮັດໃຫ້ເຂົາເຈົ້າຮູ້ສຶກປອດໄພເພາະຫຼາຍຄົນທີ່ເຂົ້າມາແລກປ່ຽນແມ່ນບໍ່ກ້າເວົ້າບໍ່ກ້າສະແດງອອກສາເຫດຍ້ອນອາຍໜູ່, ເວົ້າບໍ່ແຈ້ງ, ເວົ້າບໍ່ຮູ້ເລື່ອງ, ຢ້ານເວົ້າຜິດ ແລະ ອີກຫຼາຍໆເຫດຜົນທີ່ເຮັດໃຫ້ເຂົາເຈົ້າບໍ່ກ້າອອກມາຈາກພື້ນທີ່ປອດໄພຂອງຕົນເອງ ສະນັ້ນ, ການໃຫ້ຄວາມສຸກກ່ອນໃຫ້ຄວາມຮູ້ເປັນສິ່ງສຳຄັນຫລາຍທີ່ຈະເຮັດໃຫ້ທຸກຄົນໄດ້ສະແດງອອກໃນແບບທີ່ຕົນເອງມັກ, ຖະໜັດ ແລະ ຮູ້ສຶກປອດໄພເພາະເປັນການໃຫ້ໂອກາດຄົນໃນການສະແດງອອກ.
Read More“ການສ້າງການມີສ່ວນຮ່ວມຂອງໄວໜຸ່ມໃນການພັດທະນາຊຸມຊົນຂອງຕົນເອງ”
ສິ່ງທີ່ພົບພໍ້ຫຼາຍທີ່ສຸດໃນຊຸມຊົນຊົນນະບົດຄືຄວາມບໍ່ເຂົ້າໃຈຕໍ່ສິດ ແລະ ພາລະບົດບາດຂອງຕົນເອງຈື່ງເຮັດໃຫ້ການເຂົ້າເຖິງເຂົາເຈົ້າເປັນວຽກທີ່ຢາກຫຼາຍ ດັ່ງນັ້ນໜ່ວຍງານທີ່ເປັນຕົວຂັບເຄື່ອນໃຫ້ເກີດການມີສ່ວນຮ່ວມໃນຊຸມຊົນຈື່ງອອກແບບຂະບວນການເພື່ອໃຫ້ເກີດການມີສ່ວນຮ່ວມຂອງຊຸມຊົນໃຫ້ຫຼາຍທີ່ສຸດ ເພາະການທີ່ຄົນໃນຊຸມຊົນເປັນຜູ້ຄິດ, ເປັນຜູ້ລົງມືເຮັດ ແນ່ນອນຜົນປະໂຫຍດຈະເກີດຂື້ນກັບເຂົາເຈົ້າເຫຼົ່ານັ້ນ.
Read More“Workshop ຫົວຂໍ້ ການໃຫ້ຄວາມຮູ້ ຫົວຂໍ້ ການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄອບຄົວ ຄົນພິການ ແລະ ການຈໍາແນກ”
ກິດຈະກໍານີ້ຖືກປະຕິບັດໃນງານ youth day 2022 ເພື່ອເປັນການສົ່ງເສີມການຫຼຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄອບຄົວ ຄົນພິການ ແລະ ການຈໍາແນກຕ່າງໆ, ຮູບແບບຂອງກິດຈະກໍາແມ່ນເປັນການຮຽນຮູ້ແບບມີສ່ວນຮ່ວມ ໂດຍການຕັ້ງຄໍາຖາມໃຫ້ຄິດວິເຄາະເຖິງເຫດການທີ່ເກີດຂື້ນຈິງ ເຫດການສົມມຸດ (ທີ່ກ່ຽວຂ້ອງກັບເນື້ອໃນບົດຮຽນ), ພ້ອມທັງການບັນຍາຍເຖິງບັນດາກົດໝາຍທີ່ກ່ຽວຂ້ອງ ແລະ ການຍົກຕົວຢ່າງຈາກປະສົບການທີ່ເກີດຂຶ້ນຈິງຜ່ານມາ ໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຫຼາຍຂື້ນ.
Read More“ການຕັ້ງເປົົ້າໝາຍຊີວິດ”
ສິ່ງທີ່ທ້າທາຍທີ່ພົບພໍ້ໃນເວລາຈັດກິດຈະກໍາການຮຽນຮູ້/Workshop ໃນຫົວຂໍ້ ການຕັ້ງເປົ້າໝາຍຊີວິດ ທີ່ໂຄງການເມດຕາທໍາ ເຫັນໄດ້ວ່າ ການທີ່ມີຜູ້ເຂົ້າຮ່ວມເປັນໄວທີ່ແຕກຕ່າງກັນ ແລະ ການໃຊ້ສັບພາສາທີ່ບໍ່ຄືກັນ ແລະ ການນໍາເອົາຫຼັກການຂອງທໍາມະມາປັບໃຊ້ແປເປັນພາສາລາວ ເພື່ອໃຫ້ໄວໜຸ່ມໄດ້ເຂົ້າໃຈງ່າຍຂຶ້ນ.
Read More“ຝຶກສິລະປະໃຫ້ນັກຮຽນແມ່ຍິງພິການ”
ສິ່ງທີ່ທ້າທາຍໃນການສອນສິລະປະໃຫ້ແກ່ນັກຮຽນທີ່ມີຄວາມການສໍາລັບສະມາຄົມແມ່ຍິງພິການແລ້ວ ຄືການທີ່ ພວກເຂົາບໍ່ເຄີຍຟ້ອນມາກ່ອນ ບໍ່ມີພື້ນຖານໃນການຟ້ອນ ຫຼື ເຕັ້ນ ຕ້ອງໄດ້ສອນແບບເລີ່ມຕົ້ນເລີ່ມແຕ່ວິທີການຈີບມື ການຢ້ອນໃຫ້ຖືກຈັງຫວະ ການປ່ຽນທ່າ ຕ່າງໆ , ການສື່ສານໃຫ້ເຂົ້າໃຈກັນເພາະມີຄວາມພິການຫຼາຍປະເພດ ( ໃຊ້ລໍ້, ຂາ,ຕາ,ຫູ), ການສະແດງສິລະປະເປັນວິຊາໜື່ງຂອງການຝຶກອົບໃຫ້ນັກຮຽນຂອງສະມາຄົມແມ່ຍິງການ ( WWDA ) ເພື່ອເປັນການສ້າງຄວາມສາມາດໃນການອອກສູ່ສັງຄົມ, ສະແດງໃຫ້ເຫັນວ່າພວກເຂົາກໍສາມາດຂຶ້ນເວທີສະແດງສິລະປະໃນເວທີທີ່ສໍາຄັນໄດ້ເຊັ່ນກັນ ພ້ອມດຽວກັນຍັງເປັນການສົ່ງເສີມໃຫ້ພວກເຂົາມີຄວາມໝັ້ນໃຈ ມີຄວາມສາມັກຄີເຮັດວຽກເປັນທີມໄດ້ ເນື່ອງຈາກວ່ານັກຮຽນມາຈາກຫຼາຍບ່ອນແຕກຕ່າງກັນ ຄວາມເປັນພິການກໍແຕກຕ່າງກັນ, ກ່ອນອື່ນເຮົາຈະຕ້ອງໄດ້ຄໍານືງເຖິງຄວາມສາມາດຂອງແຕ່ລະຄົນ ແກະແບບຟ້ອນໃຫ້ທຸກຄົນສາມາດຟ້ອນໃຫ້ປະສົມປະສານແຕ່ໄປນຳກັນ ໝັ່ນຝຶກຊ້ອມ ແລະ ມີເວລາເຕັມທີ່ກັບການຊ້ອມຟ້ອນໃຫ້ໄດ້ 1-2 ຊົ່ວໂມງ/ມື້.
Read More“ຝຶກທັກສະໃຫ້ນັກຮຽນທີ່ມີຄວາມພິການ ຫົວຂໍ້: ການນໍາໃຊ້ຊີວິດ”
ຄວາມທ້າທາຍທາງຂອງການຝຶກອົບຮົມສໍາລັບ WWDA ແມ່ນມີກຸ່ມເປົ້າໝາຍທີ່ມີຄວາມເປັນພິການຫຼາກຫຼາຍ ມາຈາກຫຼາຍແຂວງ ແນ່ນອນວ່າມີຄວາມແຕກຕ່າງກັນທາງດ້ານຄວາມຮູ້ ຄວາມສາມາດ ພອນສະຫວັນ ວັດທະນະທໍາ ການໃຊ້ຄໍາເວົ້າ ແລະ ພິເສດຄືພວກເຂົາຖືກຈໍາກັດໃນການເຂົ້າຫາສັງຄົມ ເພື່ອໃຫ້ການຝຶກອົບຮົມມີປະສິດທິພາບ ແລະ ໃຫ້ພວກເຂົາຢູ່ຮ່ວມກັນດ້ວຍຄວາມສາມັກຄີຊ່ວຍເຫຼືອເຊີ່ງກັນແລະກັນ ພວກເຮົາຈຶ່ງນໍາເອົາຫົວຂໍ້ທັກສະຊີວິດເຂົ້າໃນການຝຶກອົບຮົມ ເຊິ່ງໃນນັ້ນມີຫລາຍວິຊາເຊັ່ນວ່າ: ກິດຈະກໍາສ້າງຄວາມລຶ້ງເຄີຍ, ທັກສະການສື່ສານ, ຝຶກອົບຮົມນອກສະຖານທີ່.
Read Moreຝຶກອົບຮົມໃຫ້ຄວາມຮູ້ເຕັກນິກການໂຄສະນາສຸຂະສຶກສາກ່ຽວກັບການປ້ອງກັນພະຍາດໂຄວິດ-19
ຝຶກອົບຮົມໃຫ້ຄວາມຮູ້ ເຕັກນິກການໂຄສະນາສຸຂະສຶກສາກ່ຽວກັບການປ້ອງກັບພະຍາດໂຄວິດ-19 ໃຫ້ກັບຄູ່ຮ່ວມງານຂັ້ນເມືອງ ແລະ ຂັ້ນແຂວງ ຈໍານວນ 16 ທ່ານ, ຍິງ 6 ທ່ານ ເພື່ອເປັນການກຽມຄວາມພ້ອມກ່ອນການລົງໂຄສະນາໃຫ້ກັບກຸ່ມເປົ້າໝາຍຂອງໂຄງການ, ເຊິ່ງຈັດຂຶ້ນທີ່ ຫ້ອງການສາທາລະນະສຸກເມືອງ ຫົງສາ, ແຂວງ ໄຊຍະບູລີ.
Read More“ສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມ ເພື່ອຄວາມກ້າວໜ້າໃນອະນາຄົດ”
ຜ່ານການແລກປ່ຽນ-ຮຽນຮູ້ພາຍໃນກຸ່ມຊຸມຊົນນັກປະຕິບັດ (CoP) ກ່ຽວກັບການສື່ສານ ແລະ ການອຳນວຍຄວາມສະດວກທີ່ມີປະສິດພາບທາງດ້ານທິດສະດີ ແລະ ການຄົ້ນຄ້ວາ ເຊິ່ງເຮັດໃຫ້ສະມາຊິກກຸ່ມ ຕ້ອງການທີ່ຈະນຳໃຊ້ຄວາມຮູ້ເຂົ້າໃນການປະຕິບັດຕົວຈິງ. ເພື່ອເປັນການສົ່ງເສີມຄວາມຮູ້ ແລະ ຄວາມສາມາດ ໃຫ້ແກ່ສະມາຊິກພາຍໃນກຸ່ມ ແລະ ພ້ອມທັງເສີມຂະຫຍາຍຄວາມຮູ້ໄປສູ່ການຈັດຕັ້ງປະຕິບັດຕົວຈິງ ແລະ ແລກປ່ຽນກັບກຸ່ມຄົນ ແລະ ອົງການຕ່າງໆ. ທີມງານເຊື່ອມສານ ແລະ ການຮຽນຮູ້ຂອງແຜນງານ Voice ຮ່ວມກັບບັນດາຜູ້ທີ່ໄດ້ຮັບທຶນຈາກ voice ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງວັນຊາວໜຸ່ມສາກົນ ໂດຍມີເປົ້າໝາຍຮ່ວມກັນເພື່ອໃຫ້ຜູ້ທີ່ໄດ້ຮັບທຶນ (Grantees) ແລະ ບໍ່ໄດ້ຮັບທຶນ ມີໂອກາດແລກປ່ຽນ-ຮຽນຮູ້ ແລະ ນຳໃຊ້ບົດຮຽນເຂົ້າໃນການຈັດກິດຈະກຳຕົວຈິງໂດຍຜ່ານງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ.
Read More“ກອງປະຊຸມແລກປ່ຽນ-ຮຽນຮູ້ການປະສານງານ ແລະ ການຮ່ວມມືຢ່າງມີປະສິດທິພາບຮ່ວມກັບຄູ່ຮ່ວມງານ”
"ກອງປະຊຸມແລກປ່ຽນ-ຮຽນຮູ້ການປະສານງານ ແລະ ການຮ່ວມມືຢ່າງມີປະສິດທິພາບຮ່ວມກັບຄູ່ຮ່ວມງານ" ໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2022 ເຊິ່ງອໍານວຍຄວາມສະດວກໂດຍທີມງານເຊື້ອມສານການຮຽນຮູ້, ພາຍໃຕ້ການສະໜັບສະໜູນຂອງແຜນງານ Voice
Read Moreຝຶກອົບຮົມການເຮັດນໍາຈຸລິນຊີໜໍ່ກ້ວຍ ແລະ ເຮັດຝຸ່ນບົ່ມຊີວະພາບເພື່ອຮັບໃຊ້ເຂົ້າໃນການປູກໝາກເດື່ອຍ ແລະ ປູຜັກໃນເຮືອນຮົ່ມ
ໃນລະຫວ່າງວັນທີ 23-26 ສິງຫາ 2022 ທີ່ຜ່ານມານີ້ ສະມາຄົມຮ່ວມໃຈອາສາສະໝັກ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີໄດ້ຈັດຝຶກອົບຮົມການເຮັດນໍາຈຸລິນຊີໜໍ່ກ້ວຍ ແລະ ເຮັດຝຸ່ນບົ່ມຊີວະພາບເພື່ອຮັບໃຊ້ເຂົ້າໃນການປູກໝາກເດື່ອຍ ແລະ ປູຜັກໃນເຮືອນຮົ່ມ ໃຫ້ກັບໄວໜຸ່ມກຸ່ມຈໍານວນ 10 ຄົນ ຈາກ 5 ບ້ານເປົ້າໝາຍຂອງເມືອງຫົງສາ ແຂວງ ໄຊຍະບູລີ ພາຍໃຕ້ການສະໜັບສະໜູນຂອງແຜນງານ CISAC-19.
Read Moreສໍາເລັດໄປໄດ້ດ້ວຍດີກັບງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ 12 ສິງຫາ (ຂໍເກັບພາບບັນຍາກາດມາຝາກທຸກໆຄົນ)
ສໍາເລັດໄປໄດ້ດ້ວຍດີກັບງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ 12 ສິງຫາ ທີ່ມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ເຕັມໄປດ້ວຍບັນຍາກາດມ່ວນຊື່ນ, ການແລກປ່ຽນ, ຮຽນຮູ້ ແລະ ການມີສ່ວນຮ່ວມຂອງໄວໜຸ່ມຈາກຫຼາຍພາກສ່ວນ🙂🙂🙂 (ຂໍເກັບພາບບັນຍາກາດມາຝາກທຸກໆຄົນ) ຂໍຂອບໃຈມາຍັງແຜນງານ Voice ແລະ Oxfam in Laos ທີ່ສະໜັບສະໜູນການເຊື່ອມສານການຮຽນຮູ້ຮ່ວມກັນ🙂🙂
Read Moreບັນຍາກາດຂອງງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ 12 ສິງຫາ
ບັນຍາກາດຊ່ວງເຊົ້າຂອງງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ 12 ສິງຫາ ທີ່ສະໂມສອນໃຫຍ່ຂອງມະຫາວິທະຍາໄລແຫ່ງຊາດ (ດົງໂດກ). ຢ່າລື່ມເຂົ້າມາຮ່ວມຫຼິ້ນກິດຈະກໍານໍາພວກເຮົາເດີ 🤩🥳
Read MoreDonate Today
Help others by supporting HJA.