ໃນຊ່ວງຕົ້ນເດືອນທີ່ຜ່ານນີ້, ພວກເຮົາຍັງສືບຕໍ່ໃຫ້ຄວາມຮູ້ເລື່ອງຜົນດີ ແລະ ປະໂຫຍດຂອງການສັກຢາວັກຊິນ ແລະ ວັກຊິນເຂັ້ມກະຕຸ້ນ ໃຫ້ກັບກຸ່ມເປົ້າໝາຍໂຄງການໃຫ້ມີຄວາມເຂົ້າໃຈຖືກຕ້ອງ ແລະ ຫຼີກລ້ຽງຜົນຮ້າຍທີ່ເກີດຈາກພະຍາດໂຄວິດ-19
ພາຍໃນ 5 ບ້ານ: ບ້ານ ທ້າວແກ່ນ, ບ້ານ ຫ້ວຍຕໍ, ບ້ານ ຈ້ອມແກ້ວ, ບ້ານ ຫາດແດງ, ບ້ານ ດອນເມນ ແລະ 2 ໂຮງຮຽນເປົ້າໝາຍ: ມສ ແກ່ນທ້າວ ແລະ ມສ ດອນເມນ ເມືອງ ແກ່ນທ້າວ, ແຂວງ ໄຊຍະບູລີ. ໂດຍຈັດຕັ້ງປະຕິບັດຮ່ວມກັບຄູ່ຮ່ວມງານຂອງໂຄງການ: ສາທາລະນະສຸກແຂວງ ແລະ ເມືອງ, ສຶກສາທິການ ແລະ ກິລາແຂວງ ແລະ ເມືອງ, ແຮງງານສະຫວັດດີການແຂວງ ແລະ ເມືອງ ແລະ ຫ້ອງວ່າການປົກຄອງເມືອງແກ່ນທ້າວ, ພາຍໃຕ້ແຜນງານ CISAC-19 ແລະ ສະໜັບສະໜູນທຶນໂດຍ ສະຫະພາບເອີຮົບປະຈໍາລາວ.
