ນາງ ເວີະ ວັນນະລິນ ຢູ່ບ້ານ ເມືອງຫານ, ເມືອງ ຫົງສາ, ແຂວງ ໄຊຍະບູລີ ເປັນຄອບຄົວເປົ້າໝາຍໜຶຶ່ງທີ່ຖືກຜົນກະທົບຈາກໂຄວິດ-19 ເພາະໃນຊ່ວງທີ່ມີການລະບາດຂອງພະຍາດໂຄວິດ-19 ກໍ່ໄດ້ຖືກຜົນກະທົບທາງດ້ານການຊອກວຽກເຮັດງານທໍາເພື່ອຫາເງິນເຂົ້າມາໃຊ້ຈ່າຍພາຍໃນຄອບຄົວ ຍ້ອນບໍ່ມີອາຊີບເສີມເພື່ອທີ່ຈະສ້າງໃຫ້ເສດຖະກິດຄອບຄົວຂອງຕົນເອງດີຂຶ້ນ ຈຶ່ງເຮັດໃຫ້ການດໍາລົງຊີວິດຂ້ອນຂ້າງລໍາບາກຫຼາຍໃນຊ່ວງທີ່ມີການລະບາດພະຍາດໂຄວິດ-19 ໃນຊ່ວງນັ້ນ. ພາຍຫຼັງທີ່ີມີ “ໂຄງການ ສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າການຂອງຊຸມຊົນທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19” ພາຍໃຕ້ແຜນງານຊີແຊກ-19 (CISAC-19) ເຂົ້າໄປເຄື່ອນໄຫວກິດຈະກໍາທີ່ ເມືອງ ຫົງສາ, ແຂວງ ໄຊຍະບູລີ ຄອບຄົວຂອງ ນາງ ເວີະ ກໍ່ເປັນໜຶຶ່ຶງໃນຄອບຄົວເປົ້າໝາຍທີ່ທາງໂຄງການໄດ້ສະໝັບສະໜູນແນວພັນຜັກຈໍານວນໜຶ່ຶງ ແລະ ອຸປະກອນໃນການເຮັດເຮືອນຮົມ ເພື່ອສົ່ງເສີມໄວໜຸ່ມທີ່ວ່າງງານໃຫ້ມີລາຍຮັບໃຫ້ກັບຄອບຄົວ. ໂຄງການໄດ້ສະໝັບສະໜູນໃນຊ່ວງທ້າຍເດືອນ ພະຈິກ ປີ 2022 ແລະ ມາຮອດເດືອນ ກຸມພາ 2023 ພາຍໃນໄລຍະ 3 ເດືອນ ສາມາດຂາຍຜົນຜະລິດໄດ້ 3 ຄັ້ງ, ສະເລ່ຍ 1,000,000 ຫາ 1,500,000 ກີບ/ຄັ້ງ
ເຊິ່ງມັນສົ່ງຜົນເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນ ແລະ ມີຊີວິດການເປັນຢຸ່ດີຂຶ້ນຫຼາຍຈາກແຕ່ກ່ອນ ແລະ ລາວເອງກໍ່ໄດ້ວາງແຜນຕໍ່ໜ້າແມ່ນ “ຈະສືບຕໍ່ຂະຫຍາຍພື້ນທີ່ ແລະ ພັດທະນາໃຫ້ກາຍເປັນອາຊີບທີ່ໜັ້ນຄົງ”.
