Uncategorized

“ການໃຫ້ຄວາມສຸກກ່ອນໃຫ້ຄວາມຮູ້”

ສິ່ງທີ່ພົບພໍ້ຫຼາຍທີ່ສຸດເວລາການເປັນຜູ້ອຳນວຍຄວາມສະດວກແມ່ນຄວາມແຕກຕ່າງຂອງຜູ້ເຂົ້າຮ່ວມເຊິ່ງເປັນສິ່ງທີ່ຜູ້ອຳນວຍຄວາມສະດວກຕ້ອງໄດ້ຄິດຢູ່ຕະຫຼອດໃນການສ້າງພື້ນທີ່ໃຫ້ທຸກຄົນໄດ້ສະແດງອອກຢ່າເໝາະສົມ ແລະ ເຮັດໃຫ້ເຂົາເຈົ້າຮູ້ສຶກປອດໄພເພາະຫຼາຍຄົນທີ່ເຂົ້າມາແລກປ່ຽນແມ່ນບໍ່ກ້າເວົ້າບໍ່ກ້າສະແດງອອກສາເຫດຍ້ອນອາຍໜູ່, ເວົ້າບໍ່ແຈ້ງ, ເວົ້າບໍ່ຮູ້ເລື່ອງ, ຢ້ານເວົ້າຜິດ ແລະ ອີກຫຼາຍໆເຫດຜົນທີ່ເຮັດໃຫ້ເຂົາເຈົ້າບໍ່ກ້າອອກມາຈາກພື້ນທີ່ປອດໄພຂອງຕົນເອງ ສະນັ້ນ, ການໃຫ້ຄວາມສຸກກ່ອນໃຫ້ຄວາມຮູ້ເປັນສິ່ງສຳຄັນຫລາຍທີ່ຈະເຮັດໃຫ້ທຸກຄົນໄດ້ສະແດງອອກໃນແບບທີ່ຕົນເອງມັກ, ຖະໜັດ ແລະ ຮູ້ສຶກປອດໄພເພາະເປັນການໃຫ້ໂອກາດຄົນໃນການສະແດງອອກ.

“ການສ້າງການມີສ່ວນຮ່ວມຂອງໄວໜຸ່ມໃນການພັດທະນາຊຸມຊົນຂອງຕົນເອງ”

ສິ່ງທີ່ພົບພໍ້ຫຼາຍທີ່ສຸດໃນຊຸມຊົນຊົນນະບົດຄືຄວາມບໍ່ເຂົ້າໃຈຕໍ່ສິດ ແລະ ພາລະບົດບາດຂອງຕົນເອງຈື່ງເຮັດໃຫ້ການເຂົ້າເຖິງເຂົາເຈົ້າເປັນວຽກທີ່ຢາກຫຼາຍ ດັ່ງນັ້ນໜ່ວຍງານທີ່ເປັນຕົວຂັບເຄື່ອນໃຫ້ເກີດການມີສ່ວນຮ່ວມໃນຊຸມຊົນຈື່ງອອກແບບຂະບວນການເພື່ອໃຫ້ເກີດການມີສ່ວນຮ່ວມຂອງຊຸມຊົນໃຫ້ຫຼາຍທີ່ສຸດ ເພາະການທີ່ຄົນໃນຊຸມຊົນເປັນຜູ້ຄິດ, ເປັນຜູ້ລົງມືເຮັດ ແນ່ນອນຜົນປະໂຫຍດຈະເກີດຂື້ນກັບເຂົາເຈົ້າເຫຼົ່ານັ້ນ.

“Workshop ຫົວຂໍ້ ການໃຫ້ຄວາມຮູ້ ຫົວຂໍ້ ການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄອບຄົວ ຄົນພິການ ແລະ ການຈໍາແນກ”

ກິດຈະກໍານີ້ຖືກປະຕິບັດໃນງານ youth day 2022 ເພື່ອເປັນການສົ່ງເສີມການຫຼຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄອບຄົວ ຄົນພິການ ແລະ ການຈໍາແນກຕ່າງໆ, ຮູບແບບຂອງກິດຈະກໍາແມ່ນເປັນການຮຽນຮູ້ແບບມີສ່ວນຮ່ວມ ໂດຍການຕັ້ງຄໍາຖາມໃຫ້ຄິດວິເຄາະເຖິງເຫດການທີ່ເກີດຂື້ນຈິງ ເຫດການສົມມຸດ (ທີ່ກ່ຽວຂ້ອງກັບເນື້ອໃນບົດຮຽນ), ພ້ອມທັງການບັນຍາຍເຖິງບັນດາກົດໝາຍທີ່ກ່ຽວຂ້ອງ ແລະ ການຍົກຕົວຢ່າງຈາກປະສົບການທີ່ເກີດຂຶ້ນຈິງຜ່ານມາ ໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຫຼາຍຂື້ນ.

“ສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມ ເພື່ອຄວາມກ້າວໜ້າໃນອະນາຄົດ”

ຜ່ານການແລກປ່ຽນ-ຮຽນຮູ້ພາຍໃນກຸ່ມຊຸມຊົນນັກປະຕິບັດ (CoP) ກ່ຽວກັບການສື່ສານ ແລະ ການອຳນວຍຄວາມສະດວກທີ່ມີປະສິດພາບທາງດ້ານທິດສະດີ ແລະ ການຄົ້ນຄ້ວາ ເຊິ່ງເຮັດໃຫ້ສະມາຊິກກຸ່ມ ຕ້ອງການທີ່ຈະນຳໃຊ້ຄວາມຮູ້ເຂົ້າໃນການປະຕິບັດຕົວຈິງ. ເພື່ອເປັນການສົ່ງເສີມຄວາມຮູ້ ແລະ ຄວາມສາມາດ ໃຫ້ແກ່ສະມາຊິກພາຍໃນກຸ່ມ ແລະ ພ້ອມທັງເສີມຂະຫຍາຍຄວາມຮູ້ໄປສູ່ການຈັດຕັ້ງປະຕິບັດຕົວຈິງ ແລະ ແລກປ່ຽນກັບກຸ່ມຄົນ ແລະ ອົງການຕ່າງໆ. ທີມງານເຊື່ອມສານ ແລະ ການຮຽນຮູ້ຂອງແຜນງານ Voice ຮ່ວມກັບບັນດາຜູ້ທີ່ໄດ້ຮັບທຶນຈາກ voice ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງວັນຊາວໜຸ່ມສາກົນ ໂດຍມີເປົ້າໝາຍຮ່ວມກັນເພື່ອໃຫ້ຜູ້ທີ່ໄດ້ຮັບທຶນ (Grantees) ແລະ ບໍ່ໄດ້ຮັບທຶນ ມີໂອກາດແລກປ່ຽນ-ຮຽນຮູ້ ແລະ ນຳໃຊ້ບົດຮຽນເຂົ້າໃນການຈັດກິດຈະກຳຕົວຈິງໂດຍຜ່ານງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ.

“ກອງປະຊຸມແລກປ່ຽນ-ຮຽນຮູ້ການປະສານງານ ແລະ ການຮ່ວມມືຢ່າງມີປະສິດທິພາບຮ່ວມກັບຄູ່ຮ່ວມງານ”

“ກອງປະຊຸມແລກປ່ຽນ-ຮຽນຮູ້ການປະສານງານ ແລະ ການຮ່ວມມືຢ່າງມີປະສິດທິພາບຮ່ວມກັບຄູ່ຮ່ວມງານ” ໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2022 ເຊິ່ງອໍານວຍຄວາມສະດວກໂດຍທີມງານເຊື້ອມສານການຮຽນຮູ້, ພາຍໃຕ້ການສະໜັບສະໜູນຂອງແຜນງານ Voice

ຝຶກອົບຮົມການເຮັດນໍາຈຸລິນຊີໜໍ່ກ້ວຍ ແລະ ເຮັດຝຸ່ນບົ່ມຊີວະພາບເພື່ອຮັບໃຊ້ເຂົ້າໃນການປູກໝາກເດື່ອຍ ແລະ ປູຜັກໃນເຮືອນຮົ່ມ

ໃນລະຫວ່າງວັນທີ 23-26 ສິງຫາ 2022 ທີ່ຜ່ານມານີ້ ສະມາຄົມຮ່ວມໃຈອາສາສະໝັກ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີໄດ້ຈັດຝຶກອົບຮົມການເຮັດນໍາຈຸລິນຊີໜໍ່ກ້ວຍ ແລະ ເຮັດຝຸ່ນບົ່ມຊີວະພາບເພື່ອຮັບໃຊ້ເຂົ້າໃນການປູກໝາກເດື່ອຍ ແລະ ປູຜັກໃນເຮືອນຮົ່ມ ໃຫ້ກັບໄວໜຸ່ມກຸ່ມຈໍານວນ 10 ຄົນ ຈາກ 5 ບ້ານເປົ້າໝາຍຂອງເມືອງຫົງສາ ແຂວງ ໄຊຍະບູລີ ພາຍໃຕ້ການສະໜັບສະໜູນຂອງແຜນງານ CISAC-19.

ສໍາເລັດໄປໄດ້ດ້ວຍດີກັບງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ 12 ສິງຫາ (ຂໍເກັບພາບບັນຍາກາດມາຝາກທຸກໆຄົນ)

ສໍາເລັດໄປໄດ້ດ້ວຍດີກັບງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ 12 ສິງຫາ ທີ່ມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ເຕັມໄປດ້ວຍບັນຍາກາດມ່ວນຊື່ນ, ການແລກປ່ຽນ, ຮຽນຮູ້ ແລະ ການມີສ່ວນຮ່ວມຂອງໄວໜຸ່ມຈາກຫຼາຍພາກສ່ວນ🙂🙂🙂 (ຂໍເກັບພາບບັນຍາກາດມາຝາກທຸກໆຄົນ)
ຂໍຂອບໃຈມາຍັງແຜນງານ Voice ແລະ Oxfam in Laos ທີ່ສະໜັບສະໜູນການເຊື່ອມສານການຮຽນຮູ້ຮ່ວມກັນ🙂🙂

ບັນຍາກາດຂອງງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ 12 ສິງຫາ

ບັນຍາກາດຊ່ວງເຊົ້າຂອງງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ 12 ສິງຫາ ທີ່ສະໂມສອນໃຫຍ່ຂອງມະຫາວິທະຍາໄລແຫ່ງຊາດ (ດົງໂດກ). ຢ່າລື່ມເຂົ້າມາຮ່ວມຫຼິ້ນກິດຈະກໍານໍາພວກເຮົາເດີ 🤩🥳

ຊົມເຊີຍວັນໄວຫນຸ່ມສາກົນ 12 ສີງຫາ

🌱ຊົມເຊີຍວັນໄວຫນຸ່ມສາກົນ 12 ສີງຫາ🌱
ເນື່ອງໃນວັນໄວຫນຸ່ມສາກົນ ສະມາຄົມຮ່ວມໃຈອາສາສະຫມັກ #HJA ໃນນາມທີ່ເປັນອົງກອນຫນື່ງທີ່ໄດ້ເຮັດວຽກກ່ຽວກັບໄວຫນຸ່ມຈາກຫລາກຫລາຍພາກສ່ວນທົ່ວປະເທດ. ພວກເຮົາ ສົ່ງເສີມພັດທະນາຂິດຄວາມອາດສາມາດ ແລະ ສ້າງອາຊີບວຽກເຮັດງານທຳໃຫ້ກັບບັນດາໄວຫນຸ່ມທຸກເພດ,ຊົນເຜົ່າ,ຊົນຊັ້ນທົ່ວປະເທດ