ການເລົ່າເລືອງຜ່ານການຂຽນບລ້ອກ.
download ໝວດ: ການສື່ສານ. ປະເພດ: ຂະບວນການ. ເວລາ: ຂະບວນການຕໍ່ເນື່ອງ. ການໝຸນໃຊ້: ໃຊ້ໃນຊີວິດປະຈຳວັນ. ບົດຮຽນການໝຸນໃຊ້ໂດຍ: ສູນບໍລິການຄົນພິການ (DisabilityService Center “DSC”). “ການສ້າງຄວາມໄວ້ວາງໃຈກັບຜູ້ພິການ ໃນຂະບວນການສຳຫຼວດຄວາມຕ້ອງການ” ການສ້າງຄວາມໄວ້ວາງໃນເປັນເລື່ອງໜື່ງໃນຂະບວນການສໍາຫຼວດຄວາມຕ້ອງການຂອງກຸ່ມເປົ້າໝາຍຂອງອົງກອນ ເພື່ອໃຫ້ໄດ້ຮູ້ເຖິງຄວາມຕ້ອງການທີ່ແທ້ຈິງຂອງພວກເຂົາເຫຼົ່ານັ້ນ ແລະ ສາມາດຕອບສະໜອງຄວາມຕ້ອງການໄດ້ຢ່າງມີປະສິດທິພາບ ລວມທັງບັນລຸຕາມຈຸດປະສົງທີ່ໄດ້ຕັ້ງໄວ້. ເປົ້າໝາຍ: ສ້າງຄວາມໄວ້ວາງໃຈໃຫ້ເກີດຂຶ້ນ ແລະ ຜູ້ພິການເປີດໃຈຮັບໂອກາດທີ່ດີ ອີງຕາມຄວາມຕ້ອງການຂອງເຂົາເຈົ້າ. ຄຳແນະນຳ: · ການສ້າງຄວາມໄວ້ວາງໃຈ ເປັນເລື່ອງທີ່ຕ້ອງໃຊ້ທັງທັກສະການສື່ສານ ແລະ ການວາງຕົວທີ່ເໝາະສົມ ລວມທັງການກຳແໜ້ນ ຈຸດປະສົງຂອງໂຄງການ. · ຄວາມໄວ້ວາງໃຈຈະເກີດຂຶ້ນໄດ້ …




