ໃນວັນທີ 24 ເມສາ 2023 ທີ່ຜ່ານມານີ້, ທີມງານຮ່ວມໃຈອາສາສະໝັກ ແລະ ຄູ່ຮ່ວມງານພາກລັດໄດ້ລົງຕິດຕາມຜົນໄດ້ຮັບ, ຜົນສໍາເລັດຂອງກິດຈະກໍາໄວໜຸ່ມເອງ ແລະ ໃຫ້ຄໍາແນະນໍາແກ່ໄວໜຸ່ມກຸ່ມເປົ້າໝາຍທີ່ເຮັດກິດຈະກໍາ “ປູກຜັກໃນເຮືອນຮົ່ມ” ໃນ 2 ບ້ານຄື: ບ້ານເມືອງຫານ ແລະ ບ້ານໂພນໄຊ, ເມືອງ ຫົງສາ, ແຂວງ ໄຊຍະບູລີ ເຊິ່ງເປັນໂຄງການທີ່ຈັດຕັ້ງປະຕິບັດພາຍໃຕ້ແຜນງານ CISAC-19.
