ເລື່ອງຕະລົກ 3 ເລື່ອງ
download ໝວດ: ຄວາມສຸກ. ປະເພດ: ແບບຝຶກຫັດ. ເວລາ: 10 ນາທີ. ການໝູນໃຊ້: ການປະເມີນຕົວເອງ, ການໂຄ້ຊ, ການຝຶກອົບຮົມ. ບົດຮຽນການໝູນໃຊ້ຈາກ: ພັນຖິ່ນ. “ເລື່ອງຕະຫຼົກ 3 ເລື່ອງ” ການໃຫ້ຜູ້ເຂົ້າຮ່ວມກິດຈະກຳໄດ້ຂຽນເລື່ອງຕະຫຼົກ 3 ເລື່ອງທີ່ເກີດຂຶ້ນກັບຕົວເອງ ອາດຈະເປັນພາຍໃນມື້ນັ້ນ ຫຼື ພາຍໃນຊ່ວງເວລາໃດໜຶ່ງ ແລະ ໃຫ້ອະທິບາຍໃຫ້ຜູ້ອື່ນຟັງວ່າເລື່ອງນັ້ນເກີດຂຶ້ນໄດ້ແນວໃດ. ຖ້າເຮັດແບບນີ້ຢູ່ເປັນປະຈຳ ຈະຊ່ວຍໃຫ້ຄົນເຮົາເລີ່ມເຫັນຄວາມສຳຄັນຂອງເລື່ອງສະໜຸກສະໜານ ມ່ວນຊື່ນ ຫຼາຍກວ່າການຄິດພໍ້ແຕ່ບັນຫາ ຄວາມຫຍຸ້ງຍາກທີ່ລົບກວນຄວາມຄິດຂອງເຮົາຢູ່ຕະຫຼອດເວລາ. ການເຮັດແບບນີ້ຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ມີຊີວິດຊີວາກັບເລື່ອງມ່ວນຊື່ນທີ່ຜ່ານມາໃນອະດີດ ເຊິ່ງຈະເຮັດໃຫ້ເກີດປະສົບການໃນທາງທີ່ດີຕາມມາ. ເປົ້າໝາຍຂອງກິດຈະກຳ: ເພື່ອກະຕຸ້ນອາລົມທາງບວກ ໂດຍການສັງເກດອາລົມສະໜຸກສະໜານ ມ່ວນຊື່ນຂອງຕົວເອງ. ຄຳແນະນຳ: · ການບັນທຶກເລື່ອງຕະຫຼັກ ສະໜຸກສະໜານ ມ່ວນຊື່ນ ອາດຈະເຮັດໃຫ້ເຮົາປັບປ່ຽມວິທີການເບິ່ງຂອງເຮົາໄດ້ໃນໄລຍະຍາວ ເຊິ່ງອາດຈະເຮັດໃຫ້ເຮົາເປັນຄົນທີ່ຫົວໄດ້ງ່າຍ ແລະ ເປີດໃຈຮັບກັບຄວາມມ່ວນຊື່ນໃນແຕ່ລະມື້ໄດ້. · ໃນຂັ້ນຕອນທີ່ບອກເຫດຜົນວ່າ ເລື່ອງຕະຫຼັກນັ້ນເກີດຂຶ້ນໄດ້ແນວໃດ (ຂັ້ທີ 3) …
