project

2022 annual meeting of HJA

On February 21, 2023, Huam Jai Asasamak Association (HJA) convened a comprehensive meeting with two key objectives: firstly, presenting a comprehensive report on the Association’s activities throughout the preceding year, fostering transparency and accountability among members. Secondly, the forum facilitated collaborative planning for the future, ensuring continued progress towards shared goals. Additionally, the meeting served as a platform for the democratic election of a new Board of Directors and Inspection Committee. This vital governance restructure aims to further streamline the Association’s operations and enhance its efficacy in achieving its collective aspirations.

HJA continues to dedicate its efforts to raising awareness and understanding of the value and efficacy of vaccination and booster doses.

Through ongoing knowledge dissemination in collaboration with key project partners, we strive to equip the target group in 5 villages as Donemen, Huaytor, Kaenthaow, Chormkeo and hatdaeng, Kaenthaow District, Xayabouly Province, with a comprehensive understanding of the benefits and protective efficacy of both vaccination and booster shots. This targeted education aims to promote informed health choices within the target village and two designated schools, ultimately mitigating the negative impacts of COVID-19 within the community.

ພາບກິດຈະກໍາຂອງການມອບເຄື່ອງບໍລິຈາກປະເພດເຄື່ອງນຸ່ງຮົ່ມ ແລະ ອຸປະກອນການສຶກສາໃຫ້ກັບປະຊາຊົນ ແລະ ເດັກນ້ອຍຜູ້ທີ່ຂາດເຂີນໃນບ້ານ ແລະ ໂຮງຮຽນເປົ້າໝາຍໃນເມືອງ ຮ້ຽມ, ແຂວງ ຫົວພັນ.

😊😊ພາບກິດຈະກໍາຂອງການມອບເຄື່ອງບໍລິຈາກປະເພດເຄື່ອງນຸ່ງຮົ່ມ ແລະ ອຸປະກອນການສຶກສາໃຫ້ກັບປະຊາຊົນ ແລະ ເດັກນ້ອຍຜູ້ທີ່ຂາດເຂີນໃນບ້ານ ແລະ ໂຮງຮຽນເປົ້າໝາຍໃນເມືອງ ຮ້ຽມ, ແຂວງ ຫົວພັນ. ພວກເຮົາດີໃຈທີ່ໄດ້ເຫັນຮອຍຍິມ ແລະ ມອບເຄື່ອງທີ່ທ່ານມັກ ແລະ ສຸດທ້າຍນີ້ຂໍຂອບໃຈມາຍັງທຸກໆພາກສ່ວນທີ່ໄດ້ຮ່ວມບໍລິຈາກ ແລະ ເປັນສ່ວນໜຶ່ງໃນການສະໜັບສະໜູນກິດຈະກໍາໃນຄັ້ງນີ້😊😊.

ເຄື່ອງທີ່ເຈົ້າບໍ່ໃຊ້ໃຫ້ເຮົາໄດ້ບໍເພື່ອຫຼຸດຜ່ອນຄວາມໜາວ.

ພວກເຮົາຂໍຂອບໃຈມາຍັງ ທະນາຄານການຄ້າຕ່າງປະເທດລາວ BCEL ທີ່ປະກອບສ່ວນຮ່ວມບໍລິຈາກເຄື່ອງນຸ່ງຮົ່ມ ແລະ ອຸປະກອນການສຶກສາ ເພື່ອຈະມອບໃຫ້ຜູ້ທີ່ຂາດເຂີນ ທີ່ເມືອງ ຮ້ຽມ, ແຂວງ ຫົວພັນ ໃນວັນທີ 21-22 ມັງກອນ 2023 ນີ້.

ບັນຍາກາດການລົງຕິດຕາມໄວໜຸ່ມ ໜຶ່ງ ໃນຜູ້ທີ່ໄດ້ຮັບການສະໜັບສະໜູນແນວພັນຜັກ ແລະ ອຸປະກອນໃນການເຮັດເຮືອນຮົ້ມ.

ບັນຍາກາດການລົງຕິດຕາມໄວໜຸ່ມ ໜຶ່ງ ໃນຜູ້ທີ່ໄດ້ຮັບການສະໜັບສະໜູນແນວພັນຜັກ ແລະ ອຸປະກອນໃນການເຮັດເຮືອນຮົ້ມທີ່ຫາກໍ່ສໍາເລັດການປູກ ແລະ ກໍ່ປຸກສ້າງ ທີ່ເມືອງ ຫົງສາ ແຂວງ ໄຊຍະບູລີ ໂຄງການ “ສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າການຂອງຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19”. ພາຍໃຕ້ແຜນງານ CISAC-19 ແລະ ສະໜັບສະໜູນທຶນໂດຍ European Union in Laos.

ສືບຕໍ່ໂຄສະນາສຸຂະສຶກສາໃຫ້ຄວາມຮູ້ກ່ຽວກັບການປ້ອງກັນ ແລະ ການໄປສັກຢາວັກຊີນປ້ອງກັນພະຍາດໂຄວິດ-19.

ໃນລະຫວ່າງວັນທີ 21-24 ພະຈິກ 2022 ທີ່ຜ່ານມານີ້, ສະມາຄົມຮ່ວມໃຈອາສາສະໝັກ ຮ່ວມກັບຄູ່ຮ່ວມງານຂອງໂຄງການໄດ້ລົງຈັດຕັ້ງປະຕິບັດກິດຈະກໍາ ສືບຕໍ່ໂຄສະນາສຸຂະສຶກສາໃຫ້ຄວາມຮູ້ກ່ຽວກັບການປ້ອງກັນ ແລະ ການໄປສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ກັບຊຸມຊົນ 5 ບ້ານ (ບ້ານເມືອງຫານ, ໂພນໄຊ, ນາປຸ່ງ, ກິ່ວມ່ວງ, ຫ້ວຍຈ້ວງ) ແລະ 2 ໂຮງຮຽນ (ມສ ບ້ານຫານ ແລະ ມສ ພູແລ້ງ) ເມືອງ ຫົງສາ, ແຂວງ ໄຊຍະບູລີ ພາຍໃຕ້ແຜນງານ CISAC-19, ສະໜັບສະໜູນໂດຍ European Union in Laos.

“ການໃຫ້ຄວາມສຸກກ່ອນໃຫ້ຄວາມຮູ້”

ສິ່ງທີ່ພົບພໍ້ຫຼາຍທີ່ສຸດເວລາການເປັນຜູ້ອຳນວຍຄວາມສະດວກແມ່ນຄວາມແຕກຕ່າງຂອງຜູ້ເຂົ້າຮ່ວມເຊິ່ງເປັນສິ່ງທີ່ຜູ້ອຳນວຍຄວາມສະດວກຕ້ອງໄດ້ຄິດຢູ່ຕະຫຼອດໃນການສ້າງພື້ນທີ່ໃຫ້ທຸກຄົນໄດ້ສະແດງອອກຢ່າເໝາະສົມ ແລະ ເຮັດໃຫ້ເຂົາເຈົ້າຮູ້ສຶກປອດໄພເພາະຫຼາຍຄົນທີ່ເຂົ້າມາແລກປ່ຽນແມ່ນບໍ່ກ້າເວົ້າບໍ່ກ້າສະແດງອອກສາເຫດຍ້ອນອາຍໜູ່, ເວົ້າບໍ່ແຈ້ງ, ເວົ້າບໍ່ຮູ້ເລື່ອງ, ຢ້ານເວົ້າຜິດ ແລະ ອີກຫຼາຍໆເຫດຜົນທີ່ເຮັດໃຫ້ເຂົາເຈົ້າບໍ່ກ້າອອກມາຈາກພື້ນທີ່ປອດໄພຂອງຕົນເອງ ສະນັ້ນ, ການໃຫ້ຄວາມສຸກກ່ອນໃຫ້ຄວາມຮູ້ເປັນສິ່ງສຳຄັນຫລາຍທີ່ຈະເຮັດໃຫ້ທຸກຄົນໄດ້ສະແດງອອກໃນແບບທີ່ຕົນເອງມັກ, ຖະໜັດ ແລະ ຮູ້ສຶກປອດໄພເພາະເປັນການໃຫ້ໂອກາດຄົນໃນການສະແດງອອກ.

“ການສ້າງການມີສ່ວນຮ່ວມຂອງໄວໜຸ່ມໃນການພັດທະນາຊຸມຊົນຂອງຕົນເອງ”

ສິ່ງທີ່ພົບພໍ້ຫຼາຍທີ່ສຸດໃນຊຸມຊົນຊົນນະບົດຄືຄວາມບໍ່ເຂົ້າໃຈຕໍ່ສິດ ແລະ ພາລະບົດບາດຂອງຕົນເອງຈື່ງເຮັດໃຫ້ການເຂົ້າເຖິງເຂົາເຈົ້າເປັນວຽກທີ່ຢາກຫຼາຍ ດັ່ງນັ້ນໜ່ວຍງານທີ່ເປັນຕົວຂັບເຄື່ອນໃຫ້ເກີດການມີສ່ວນຮ່ວມໃນຊຸມຊົນຈື່ງອອກແບບຂະບວນການເພື່ອໃຫ້ເກີດການມີສ່ວນຮ່ວມຂອງຊຸມຊົນໃຫ້ຫຼາຍທີ່ສຸດ ເພາະການທີ່ຄົນໃນຊຸມຊົນເປັນຜູ້ຄິດ, ເປັນຜູ້ລົງມືເຮັດ ແນ່ນອນຜົນປະໂຫຍດຈະເກີດຂື້ນກັບເຂົາເຈົ້າເຫຼົ່ານັ້ນ.

“Workshop ຫົວຂໍ້ ການໃຫ້ຄວາມຮູ້ ຫົວຂໍ້ ການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄອບຄົວ ຄົນພິການ ແລະ ການຈໍາແນກ”

ກິດຈະກໍານີ້ຖືກປະຕິບັດໃນງານ youth day 2022 ເພື່ອເປັນການສົ່ງເສີມການຫຼຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄອບຄົວ ຄົນພິການ ແລະ ການຈໍາແນກຕ່າງໆ, ຮູບແບບຂອງກິດຈະກໍາແມ່ນເປັນການຮຽນຮູ້ແບບມີສ່ວນຮ່ວມ ໂດຍການຕັ້ງຄໍາຖາມໃຫ້ຄິດວິເຄາະເຖິງເຫດການທີ່ເກີດຂື້ນຈິງ ເຫດການສົມມຸດ (ທີ່ກ່ຽວຂ້ອງກັບເນື້ອໃນບົດຮຽນ), ພ້ອມທັງການບັນຍາຍເຖິງບັນດາກົດໝາຍທີ່ກ່ຽວຂ້ອງ ແລະ ການຍົກຕົວຢ່າງຈາກປະສົບການທີ່ເກີດຂຶ້ນຈິງຜ່ານມາ ໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຫຼາຍຂື້ນ.

“ການຕັ້ງເປົົ້າໝາຍຊີວິດ”

ສິ່ງທີ່ທ້າທາຍທີ່ພົບພໍ້ໃນເວລາຈັດກິດຈະກໍາການຮຽນຮູ້/Workshop ໃນຫົວຂໍ້ ການຕັ້ງເປົ້າໝາຍຊີວິດ ທີ່ໂຄງການເມດຕາທໍາ ເຫັນໄດ້ວ່າ ການທີ່ມີຜູ້ເຂົ້າຮ່ວມເປັນໄວທີ່ແຕກຕ່າງກັນ ແລະ ການໃຊ້ສັບພາສາທີ່ບໍ່ຄືກັນ ແລະ ການນໍາເອົາຫຼັກການຂອງທໍາມະມາປັບໃຊ້ແປເປັນພາສາລາວ ເພື່ອໃຫ້ໄວໜຸ່ມໄດ້ເຂົ້າໃຈງ່າຍຂຶ້ນ.