project

ບັນຍາກາດຂອງງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ 12 ສິງຫາ

ບັນຍາກາດຊ່ວງເຊົ້າຂອງງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ 12 ສິງຫາ ທີ່ສະໂມສອນໃຫຍ່ຂອງມະຫາວິທະຍາໄລແຫ່ງຊາດ (ດົງໂດກ). ຢ່າລື່ມເຂົ້າມາຮ່ວມຫຼິ້ນກິດຈະກໍານໍາພວກເຮົາເດີ 🤩🥳

ຊົມເຊີຍວັນໄວຫນຸ່ມສາກົນ 12 ສີງຫາ

🌱ຊົມເຊີຍວັນໄວຫນຸ່ມສາກົນ 12 ສີງຫາ🌱
ເນື່ອງໃນວັນໄວຫນຸ່ມສາກົນ ສະມາຄົມຮ່ວມໃຈອາສາສະຫມັກ #HJA ໃນນາມທີ່ເປັນອົງກອນຫນື່ງທີ່ໄດ້ເຮັດວຽກກ່ຽວກັບໄວຫນຸ່ມຈາກຫລາກຫລາຍພາກສ່ວນທົ່ວປະເທດ. ພວກເຮົາ ສົ່ງເສີມພັດທະນາຂິດຄວາມອາດສາມາດ ແລະ ສ້າງອາຊີບວຽກເຮັດງານທຳໃຫ້ກັບບັນດາໄວຫນຸ່ມທຸກເພດ,ຊົນເຜົ່າ,ຊົນຊັ້ນທົ່ວປະເທດ

ເສັ້ນທາງການເປັນຄູຝຶກ

ເຈົ້າເຄີຍຄິດບໍ່ວ່າການທີ່ເຮົາປະສົບຄວາມສໍາເລັດໃນສິ່ງໃດສິ່ງໜຶ່ງແລ້ວມັນຈະມີຄວາມໜ້າຍິນດີ, ຄວາມພາກພູມໃຈຫຼາຍສໍ່າໃດ. ກ່ອນທີ່ຈະປະສົບກັບສໍາເລັດ ແລະບັນລຸເປົ້າໝາຍຂອງເຈົ້າໄດ້ນັ້ນ, ແນ່ນອນວ່າຕ້ອງຜ່ານການເວລາ, ການປ່ຽນແປງ, ການປັບຕົວ, ມີທັງຄວາມຜິດຫວັງ-ຄວາມດີໃຈ,ໄດ້ປະຕິບັດຕົວຈິງ, ລອງຜິດ-ລອງຖືກໃນຫຼາຍຄັ້ງ. ໄດ້ຮຽນຮູ້ຈາກສິ່ງທີ່ເຄີຍເກີດຂຶ້ນແລ້ວ ເຮົາສາມາດເອີ້ນສິ່ງເຫຼົ່ານີ້ວ່າ “ ປະສົບການ ”; ຂ້າພະເຈົ້າມີເລື່ອງໜຶ່ງທີ່ໜ້າສົນໃຈຫຼາຍກ່ຽວກັບແມ່ຍິງທີ່ມີຄວາມພິການໃນເສັ້ນທາງສາຍອາຊີບການເປັນຄູຝຶກທັກສະການໃຊ້ຊີວິດໃຫ້ແກ່ຄົນພິການດ້ວຍັນ ແລະຄົນທຳມະດາ ຊື່ງລາວເອງເລີ່ມຕົ້ນຈາກການຢາກຮຽນຮູ້, ຄົ້ນຄວ້າຫາໂອກາດ, ຝຶກຝົນໄປພ້ອມກັບພັດທະນາຕົນເອງຢູ່ຕະຫຼອດຈົນໄດ້ກາຍເປັນອາຈານຂອງຫຼາຍໆຄົນ.

ການປ່ຽນແປງຈາກການຮຽນຮູ້ຜ່ານກຸ່ມ_Community of Practice-COP

ແກ້ວອຸດອນ ທັດສິດ ຫຼື ນໍ້າຫວານ, ປັດຈຸບັນເປັນພະນັກງານຍິງທີ່ໜຸ່ມນ້ອຍຢູ່ #ສູນບໍລິການຄົນພິການ (DSC) ເຊິ່ງເປັນອົງກອນທີ່ໄດ້ຮັບທຶນຈາກແຜນງານ Voice ໜ້າທີ່ຮັບຜິດຊອບຂອງນໍ້າຫວານແມ່ນບໍລິຫານ, ຈຸດພິເສດສ່ວນຕົວເປັນຄົນອາລົມດີ, ມີຄວາມອົດທົນ, ເປັນຜູ້ຮັບຟັງທີ່ດີ, ຈິງໃຈໃນການສະແດງຄໍາເວົ້າແບບກົງໄປກົງມາ, ກິດຈະກໍາຍາມວ່າງທີ່ມັກເຮັດປະຈໍາແມ່ນການໂດດເຊືອກ ແລະ ຕີດອກປີກໄກ່, ເບິ່ງໜັງ, ຟັງເພັງ ແລະ ອ່ານ ຫຼື ຮຽນໜັງສື.

ເລື່ອງເລົ່າຈາກການເປັນອາສາສະຫມັກໃນກາພັດທະນາ

✅👭ປະສົບການທີ່ໄດ້ຈາກການເປັນອາສາສະຫມັກຜ່ານມາຂອງນາງ ສົມປອງ ໄຊຍະໂພສີ ປະຈຸບັນແມ່ນເປັນພະນັກງານຢູ່ #ສະມາຄົມນ້ຳໃຈຊາວບ້ານ(NCA)ເປັນຜູ້ປະສານງານໂຄງການ ພາຍໃຕ້ທຶນ Influent Grand ທີ່ໄດ້ຮັບທຶນສະຫນັບສະຫນູນຈາກ Voice.

ງານສຳມະນາປິ່ນອ້ອມ ກອງປະຊຸມ ສິດທິມະນຸດ ລະຫ່ວາງ ສະຫະພາບເອີຣົບ ແລະ ສປປ ລາວ ”ການມີສ່ວນຮ່ວມ ແລະ ການພັດທະນາຊາວໜຸ່ມ: ສົ່ງເສີມຄົນລຸ້ນໃໝ່ໃນດ້ານພັດທະນາແບບຍືນຍົງ ແລະ ທົ່ວເຖິງ”

ງານ ສຳມະນາປິ່ນອ້ອມ ກອງປະຊຸມ ສິດທິມະນຸດ ລະຫ່ວາງ ສະຫະພາບເອີຣົບ ແລະ ສປປ ລາວ ”ການມີສ່ວນຮ່ວມ ແລະ ການພັດທະນາຊາວໜຸ່ມ: ສົ່ງເສີມຄົນລຸ້ນໃໝ່ໃນດ້ານພັດທະນາແບບຍືນຍົງ ແລະ ທົ່ວເຖິງ” ໃນວັນທີ 11 ກໍລະກົດ 2022 ທີ່ Brussels.

“ຈັດກອງປະຊຸມປຶກສາຫາລືຮ່ວມກັບບັນດາຜູ້ທີ່ໄດ້ຮັບທຶນ”

ຈັດກອງປະຊຸມປຶກສາຫາລືຮ່ວມກັບບັນດາຜູ້ທີ່ໄດ້ຮັບທຶນ ເພື່ອອອກແບບກິດຈະກໍາ ແລະ ຂະບວນການໃນການແລກປ່ຽນຮຽນຮູ້ ແລະ ເຮັດກິດຈະກໍາຮ່ວມກັນໃນ #ວັນໄວໜຸ່ມສາກົນ 12 ສິງຫາທີ່ຈະມາເຖິງນີ້.

ໝວດຄວາມສໍາພັນ

ໝວດຄວາມສໍາພັນ ຊື່ເຄື່ອງມື ຄຳອະທິບາຍຫຍໍ້ ບົດຮຽນຈາກ ວັນອັບໂຫລດ ດາວໂຫລດ file ເບິ່ງຄົນຈາກຈຸດແຂງ. ການເບິ່ງຄົນ ແລະ ຄິດໄປຕາມປະສົບການຂອງເຮົາ ຈະສົ່ງຜົນຕໍ່ພຶດຕິກຳ ຫຼື ການສະແດງອອກຂອງເຮົາຕໍ່ກັບຄົນນັ້ນ, ແຮ່ງເຮົາຄິດລົບກັບຄົນນັ້ນຫຼາຍ ບໍ່ວ່າພຶດຕິກຳຄົນນັ້ນຈະເປັນແນວໃດ ກໍ່ຈະຖືກມອງຈາກເຮົາວ່າເປັນລົບ ແລະ ເຮົາຈະປະຕິເສດໄປໂດຍອັດຕະໂນມັດ ໂດຍສະເພາະກັບຄົນທີ່ມີພຶດຕິກຳຫຍຸ້ງຍາກແດ່. ດັ່ງນັ້ນ ເພື່ອຈະໃຫ້ເຂົ້າໃຈພຶດຕິກຳຂອງຄົນໄດ້ຢ່າງແຈ່ມແຈ້ງ ເຮົາຈຶ່ງໃຊ້ມຸມເບິ່ງຈາກຈຸດແຂງ ເຊິ່ງຈະຊ່ວຍໃຫ້ເຮົາເບິ່ງໄດ້ຫຼາກຫຼາຍມຸມ ຕົວຢ່າງ ເຮົາເຫັນຄົນມັກອອກຄຳສັ່ງ ຖ້າໃຊ້ມຸມເບິ່ງຈາກຈຸດແຂງ ຄົນຜູ້ນັ້ນກໍ່ອາດຈະເປັນຄົນທີ່ມີຄວາມຕັ້ງໃຈແນ່ວແນ່ ກໍ່ມີຄວາມເປັນໄປໄດ້. ຖ້າເຮົາຊອກຫາຈຸດແຂງທີ່ຢູ່ເບື້ອງຫຼັງພຶດຕິກຳຂອງຄົນທີ່ມີຄວາມຫຍຸ້ງຍາກ ຈະເຮັດໃຫ້ເຮົາເລີ້ມເບິ່ງໃນມຸມບວກ ແລະ ສະແດງອອກຢ່າງນຸ່ມນວນ, ຈິງໃຈ ແລະ ຖືກຕ້ອງ ເຮັດໃຫ້ເຮົາມີມຸມມອງທີ່ຢູ່ກັບປັດຈຸບັນ ບໍ່ແມ່ນຄິດໄປເອງ. ການປັບມຸມເບິ່ງນີ້ ສົ່ງຜົນຕໍ່ຄວາມສຳພັນລະຫວ່າງບຸກຄົນໃຫ້ເປັນໄປໃນທາງບວກ ແລະ ເຫັນວ່າພຶດຕິກຳທີ່ຫຍຸ້ງຍາກຂອງຄົນ ອາດຈະເປັນຜົນເກີດຈາກການໃຊ້ຈຸດແຂງທີ່ຫຼາຍເກີນພໍດີ. ໃນອີກດ້ານໜຶ່ງ ພຶດຕິກຳດຽວກັນນີ້ ອາດຈະສົ່ງຜົນດີໃນອີກສະຖານະການໜຶ່ງ ກໍ່ເປັນໄປໄດ້. ພັນຖິ່ນ 28/3/2022 download

ໝວດຄວາມສຸກ

ໝວດຄວາມສຸກ ຊື່ເຄື່ອງມື ຄຳອະທິບາຍຫຍໍ້ ບົດຮຽນຈາກ ວັນອັບໂຫລດ ດາວໂຫລດ file ເລື່ອງຕະຫຼົກ 3 ເລື່ອງ. ການໃຫ້ຜູ້ເຂົ້າຮ່ວມກິດຈະກຳໄດ້ຂຽນເລື່ອງຕະຫຼົກ 3 ເລື່ອງທີ່ເກີດຂຶ້ນກັບຕົວເອງ ອາດຈະເປັນພາຍໃນມື້ນັ້ນ ຫຼື ພາຍໃນຊ່ວງເວລາໃດໜຶ່ງ ແລະ ໃຫ້ອະທິບາຍໃຫ້ຜູ້ອື່ນຟັງວ່າເລື່ອງນັ້ນເກີດຂຶ້ນໄດ້ແນວໃດ. ຖ້າເຮັດແບບນີ້ຢູ່ເປັນປະຈຳ ຈະຊ່ວຍໃຫ້ຄົນເຮົາເລີ່ມເຫັນຄວາມສຳຄັນຂອງເລື່ອງສະໜຸກສະໜານ ມ່ວນຊື່ນ ຫຼາຍກວ່າການຄິດພໍ້ແຕ່ບັນຫາ ຄວາມຫຍຸ້ງຍາກທີ່ລົບກວນຄວາມຄິດຂອງເຮົາຢູ່ຕະຫຼອດເວລາ. ການເຮັດແບບນີ້ຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ມີຊີວິດຊີວາກັບເລື່ອງມ່ວນຊື່ນທີ່ຜ່ານມາໃນອະດີດ ເຊິ່ງຈະເຮັດໃຫ້ເກີດປະສົບການໃນທາງທີ່ດີຕາມມາ. ພັນຖິ່ນ 28/3/2022 download