ບົດເລື່ອງສັ້ນຂອງອາດີດອາສາສະໝັກ “ຜູ້ທີ່ບໍ່ເຄີຍຍອມແພ້ຕໍ່ກັບສະຕາຊີວິດ”

ນາງ ລາວຄ້າງເປັນຄົນຊົນເຜົ່າມົ້ງ ເກີດທີ່ ບ້ານ ນໍ້າກົ້ນງົວ, ເມືອງ ໜອງແຮດ, ແຂວງ ຊຽງຂວາງ. ນາງ ລາວຄ້າງ ເກີດຢູ່ໃນຄອບຄົວຖານະປານກາງ, ພໍ່ຂອງລາວໄດ້ເສຍຊີວິດລົງຕອນລາວອາຍຸໄດ້ 17 ປີ ເຊີ່ງປັດຈຸບັນຍັງມີພຽງແມ່ທີ່ເປັນເສົາຫຼັກໃຫ້ແກ່ຄອບຄົວ. ລາວຄ້າງ ຮຽນຈົບຊັ້ນປະຖົມສຶກສາປໍ 5, ລາວມີອ້າຍເອື້ອຍນ້ອງນຳກັນທັງໝົດ 6 ຄົນ, ລາວຄ້າງ ເປັນລູກຜູ້ທີ່ 2. ຍ້ອນປັນຫາຄວາມຫຍຸ້ງຍາກລໍາບາກໃນຄອບຄົວຫຼາຍໆຢ່າງ ເເລະ ແມ່ຜູ້ເປັນເສົາຫຼັກຂອງຄອບຄົວໄດ້ລົ້ມປ່ວຍໜັກ, ລາວຄ້າງ ຈຶ່ງໄດ້ຕັດສິນໃຈອອກໂຮງຮຽນໃນຕອນນັ້ນທັງໆທີ່ຕົນເອງບໍ່ຢາກອອກໂຮງຮຽນຈັກໜ້ອຍເລີຍ ແຕ່ຍ້ອນຄວາມຈຳເປັນບໍ່ມີຜູ້ດູແລແມ່ກັບນ້ອງໆທັງ 4ຄົນ ແລະ ຊ່ວຍວຽກຄອບຄົວ, ດັ່ງນັ້ນ ລາວຈຶ່ງໄດ້ຮັບພາລະຊ່ວຍວຽກຄອບຄົວແທນແມ່. ບາງຄັ້ງລາວກໍ່ມີຄວາມຮູ້ສຶກຕໍ່າຄ້ອຍນ້ອຍໃຈນທີ່ຕົນເອງເປັນຄົນໜຶ່ງທີ່ບໍ່ມີໂອກາດໄດ້ສຶກສາຮໍ່າຮຽນຕໍ່ຄືກັບຄົນອື່ນໆ. ເພາະຍ້ອນຄຳເວົ້າຂອງແມ່ທີ່ວ່າ ລູກເປັນຜູ້ຍິງບໍ່ຈໍາເປັນຕ້ອງຮຽນກໍ່ໄດ້ ອອກມາຊ່ວຍວຽກເຮືອນວຽກຊານນໍາແມ່ຈະດີກວ່າ.
ໃນປີ 2012-2013 ນາງ ລາວຄ້າງ ໄດ້ຖືກຮັບຄັດເລືອກມາເປັນອາສາສະໝັກຂອງສະມາຄົມຮ່ວມໃຈອາສາສະໝັກ(HJA). ສິ່ງທີ່ເຮັດໃຫ້ລາວຕັດສິນໃຈເຂົ້າມາເປັນອາສາສະໝັກໃນທີ່ນີ້ກໍ່ຍ້ອນວ່າ ລາວເຫັນວ່າມັນເປັນໂອກາດທີ່ດີສຳລັບລາວເພາະວ່າການສະໝັກເປັນອາສາສະໝັກນີ້ບໍ່ໄດ້ມີເງື່ອນໄຂສູງຫຼາຍ ແລະ ອີກຢ່າງໜຶ່ງຕົນເອງກໍ່ບໍ່ໄດ້ມີຄວາມຮູ້ຫຍັງຫຼາຍ, ເພາະຮຽນຮອດປໍ 5 ເມື່ອໄດ້ຮັບການອະທິບາຍເງື່ອນໄຂລາຍລະອຽດຈາກພະນັກງານຂອງສະມາຄົມຮວ່ມໃຈອາສາສະຫມັກແລ້ວ, ລາວຈຶ່ງໄດ້ສິນໃຈຕົກລົງເປັນອາສາສະຫມັກໄວ້ກ່ອນທັ້ງໆທີ່ບໍ່ມີຄວາມໝັ້ນໃຈຈັກໜ້ອຍເລີຍໃນຕອນນັ້ນ, ຍັງດີທີ່ແມ່ເຂົ້າໃຈ ແລະ ໃຫ້ໂອກາດ.
ໃນຊ່ວງໄລຍະເວລາ 1ປີ ທີ່ເປັນອາສາສະໝັກກັບສະມາຄົມຮວ່ມໃຈອາສາສະໝັກ ລາວຄ້າງ ໄດ້ໄປຝຶກງານຢູ່ສະຫະພັນລາວຣັກບີ້ (Lao Rugby Federation) ລາວໄດ້ເຂົ້າຮ່ວມຝຶກອົບຮົມທັກສະຕ່າງໆທີ່ສະມາຄົມຮ່ວມໃຈອາສາສະຫມັກໄດ້ຈັດ ແລະ ຝຶກທັກສະທາງດ້ານກິລາ ລັກບີ້ໄປພ້ອມໆກັນ. ເວລານັ້ນ ລາວກໍ່ມີບັນຫາໃນເລື່ອງຂອງການສື່ສານໃນການປາກເວົ້າ (ພາສາລາວ), ການສື່ສານຂອງລາວກັບໝູ່ເພື່ອນຂ້ອນຂ້າງບໍ່ເຂົ້າໃຈ, ເຮັດໃຫ້ລາວບໍ່ມີຄວາມໝັ້ນໃຈໃນການສົນທະນາ (ເວົ້າ) ກັບຄົນອື່ນໆປານໃດ. ລາວກໍ່ພະຍາຍາມຝຶກຕົນເອງຢູ່ສະເຫມີພໍເວລາໄດ້ຜ່ານໄປຫຼາຍເດືອນ ລາວຄ້າງ ໄດ້ຮູ້ຈັກກັບໝູ່ເພື່ອນໃໝ່ໆຫຼາຍຄົນ ແລະ ທັກສະໃນການສື່ສານຂອງລາວກໍ່ດີຂຶ້ນ.ຫຼາຍສາມາດສົນທະນາກັບໝູ່ເພື່ອນທີມາຈາກຫຼາຍໆແຂວງ, ໃນຊວງທີລາວຄ້າງເປັນເປັນອາສາສະໝັກຝຶກງານລາວຍັງໄດ້ເປັນຜູ້ຊ່ວຍຄູຝືກກິລາ ຣັກບີ້.
ຫຼັງຈາກຈົບເປັນອາສາສະໝັກຈາກສະມ່ຄົມຮ່ວມໃຈອາສາສະໝັກລາວຄ້າງກໍ່ໄດ້ຮັບການບັນຈຸເຂົ້າດປັນພະນັກງານປະຈຳຢູໂຄງການ ລາວຣັບບີ້ໂດຍຮັບຜິດຊອບ ເປັນຜູ້ປະສານງານພັດທະນາກິລາຣັບບີ້ ແຂວງຊຽງຂວງ.
ເລື່ອງລາວຜົນສໍາເລັດຂອງ ລາວຄ້າງ ໄດ້ຖືກຕີພິມລົງໃນສໍານັກຂ່າວທັງພາຍໃນ ແລະ ຕ່າງປະເທດ. ລາວຄ້າງ ໄດ້ເປັນແບບຢ່າງໃຫ້ຊາວໜຸ່ມ-ໄວໜຸ່ມລາວ ໂດຍສະເພາະແມ່ນຊົນເຜົ່າມົ້ງດ້ວຍກັນ. ລາວພູມໃຈທີ່ເປັນສ່ວນໜຶ່ງໃນການຊ່ວຍໃຫ້ຊາວໜຸ່ມ-ໄວໜຸ່ມສົນໃຈມາຫຼິ້ນກິລາທຸກໆປະເພດໂດຍສະເພາະແມ່ນກິລາຣັກບີ້, ສ່ວນປະເພດຂອງຖ້ວຍລາງວັນລາວໄດ້ຮັບຈາກການມີສ່ວນຮ່ວມໃນກິລາຣັກບີ້ປະກອບມີ: ຖ້ວຍລາງວັນ ອັນດັບທີ່ ຫົກ ຢູ່ທີ່ປະເທດ ປະເທດສິງກະໂປ.
ສໍານັກຂ່າວຂອງ BBC ຂອງປະເທດອັງກິດ ໄດ້ຄັດເລືອກໃຫ້ ລາວຄ້າງ ເປັນຜູ້ໜຶ່ງທີ່ເປັນຕົວແບບໃຫ້ແກ່ຊາວໜຸ່ມ-ໄວໜຸ່ມຜູ້ອື່ນໆໄດ້ເອົາເປັນແບບຢ່າງ ປະຈຸບັນລາວໄດ້ກາຍເປັນຜູ້ປະສານງານກ່ຽວກັບກິລາຣັກບີ້ເຊິ່ງຮັບຜິດຊອບຢູ່ທີ່ແຂວງ ຊຽງຂວາງ.
ປະຈຸບັນ ລາວຄ້າງກໍ່ໄດ້ຖືກຮັບເຂົ້າເປັນພະນັກງານບັນຈຸຢູ່ໃນສະຫະພັນລາວຣັກບີ້ ເປັນຜູ້ປະສານງານພັດທະນາກິລາຣັກບີ້ຢູ່ ແຂວງ ຊຽງຂວງ ເຊິ່ງມີໜ້າທີ່ຮັບຜິດຊອບຫຼັກໆແມ່ນເປັນຜູ້ປະສານງານກັບຄູເຝິກພາກສະໜາມຕິດຕາມແຜນງານຂອງຄູເຝິກແຕ່ລະຄົນ. ໃນເລື່ອງຂອງການສອນໃຫ້ກັບເດັກນ້ອຍ ແລະ ຊ່ວຍໃຫ້ຄຳປຶກສາໃນເວລາທີ່ຄູເຝິກມີບັນຫາ ຫຼື ພົບຂໍ້ຫຍຸ້ງຍ້າກໃນເວລາປະຕິບັດກິດຈະກຳຕ່າງໆ, ພ້ອມດຽວກັນນັ້ນລາວກໍ່ໄດ້ຮັບຜິດຊອບໃນເລື່ອງຂອງການຂຽນບົດລາຍງານ, ການລົງໄປຕິດຕາມກິດຈະກຳແຕ່ລະຄັ້ງ ເພື່ອສົ່ງໃຫ້ທາງຫົວໜ້າໄດ້ຮັບຮູ້. ຜ່ານການເຮັດວຽກ ແລະ ປະຕິບັດຕົວຈິງສິ່ງທີ່ເກີດຂື້ນກັບລາວຄ້າງນັ້ນກໍ່ຄື: ລາວໄດ້ຮັບການປ່ຽນແປງໃນເລື່ອງຂອງ ສື່ສານໃນການໃຊ້ພາສາ, ຄອມພິວເຕີ້, ການກ້າສະແດງອອກ ແລະ ການນໍາໃຊ້ພາສາອັງກິດເພື່ອສົນທະນາກັບຄົນຕ່າງປະເທດ, ລາວໄດ້ເດີນທາງໄປຫຼາຍປະເທດເພື່ອໄປຮ່ວມການແຂ່ງຂັນກິລາຣັກບີ້ ແລະ ຮ່ວມການສົນທະນາແລກປ່ຽນບົດຮຽນກັບບັນດາປະເທດ: ຮົງກົງ, ມາເລເຊຍ, ສິງກະໂປ, ອັງກິດ, ອອ໋ດສເຕເລຍ, ກາຕາ ແລະ ປະເທດອື່ນໆ… ລາວມີຄວາມພູມໃຈຫຼາຍທີ່ຕົນເອງໄດ້ມາຈົນເຖິງຈຸດນີ້, ເຊິ່ງເປັນຈຸດທີ່ຕົນເອງສາມາດປະສົບຜົນສຳເລັດໃນຊີວິດກໍ່ຄື: ມີເງິນເດືອນ,ສາມາດລ້ຽງດູຕົນເອງ ແລະ ເປັນທີ່ຍອມຮັບຂອງຄອບຄົວ, ໝູ່ເພື່ອນ ແລະ ສັງຄົມ. ນອກຈາກນີ້ລາວໄດ້ກາຍເປັນຜູ້ຍິງຊົນເຜົ່າທີ່ເປັນຕົວແບບຂອງຊາວໜຸ່ມ-ໄວໜຸ່ມ ແລະ ນ້ອງໆອີກຫຼາຍໆຄົນ, ສິ່ງທີ່ລາວເຮັດໄດ້ດີນັ້ນກໍ່ຄື: ລາວສາມາດກ້າວຜ່ານບັນຫາທີ່ລາວຢ້ານໃນເມື່ອກ່ອນນັ້ນແມ່ນເລື່ອງຂອງການສື່ສານພາສາປາກເວົ້າ, ຄວາມກ້າສະແດງອອກ ແລະ ການເປັນຜູ້ນຳໄວໜຸ່ມທີ່ດີ, ປະສົບການ ແລະ ຄວາມຮູ້ທີ່ໄດ້ຮຽນມາລາວໄດ້ນໍາເອົາໄປເຜີຍແຜ່ໃນເວລາເຝິກອົບຮົມໃຫ້ກັບຊາວໜຸ່ມ, ບັນດາພີ່ນ້ອງຂອງລາວ. ສິ່ງທີ່ລາວໄດ້ນຳເອົາໄປເຜີຍແຜ່ກໍ່ຈະມີເລື່ອງຂອງບົດບາດຍິງ-ຊາຍ, ແຜນໃນອານາຄົດ, ສຸຂະພາບແຂງແຮງ, ຊີວິດປອດໄພ.
ຜ່ານການຕັດສິນໃຈເຂົ້າເປັນອາສາສະໝັກຂອງສະມາຄົມຮ່ວມໃຈໃນຄັ້ງນັ້ນ, ເຮັດໃຫ້ລາວໄດ້ຮຽນຮູ້ທັກສະຫຼາຍໆດ້ານ, ໄດ້ຮັບໂອກາດທີ່ດີໃນການເປັນອາສາສະໝັກຈົນເຮັດໃຫ້ຕົນເອງກາຍມາເປັນຜູ້ນໍາຊາວໜຸ່ມ-ໄວໜຸ່ມລາວ ແລະ ໄດ້ຖ່າຍທອດບົດຮຽນໃຫ້ກັບອາສະໝັກລຸ້ນຕໍ່ໆໄປໄດ້ສືບທອດ.

Leave a Comment

Your email address will not be published. Required fields are marked *