ໝວດການສື່ສານ

ຊື່ເຄື່ອງມື

ຄຳອະທິບາຍຫຍໍ້

ບົດຮຽນຈາກ

ວັນອັບໂຫລດ

ດາວໂຫລດ file

ການສ້າງຄວາມໄວ້ວາງໃນເປັນເລື່ອງໜື່ງໃນຂະບວນການສໍາຫຼວດຄວາມຕ້ອງການຂອງກຸ່ມເປົ້າໝາຍຂອງອົງກອນ ເພື່ອໃຫ້ໄດ້ຮູ້ເຖິງຄວາມຕ້ອງການທີ່ແທ້ຈິງຂອງພວກເຂົາເຫຼົ່ານັ້ນ ແລະ ສາມາດຕອບສະໜອງຄວາມຕ້ອງການໄດ້ຢ່າງມີປະສິດທິພາບ ລວມທັງບັນລຸຕາມຈຸດປະສົງທີ່ໄດ້ຕັ້ງໄວ້.

ສູນບໍລິການຄົນພິການ. (Disability Service Center)“DSC”

28/3/2022

ສິ່ງທ້າທາຍທີ່ພົບພໍ້ໃນເວລາຮັບສະໜັກຫຼືຄັດເລືອກເອົາກຸ່ມເປົ້າໝາຍມາຝຶກອົບຮົມວິຊາຊີບທີ່ສູນພັດທະນາແມ່ຍິງພິການລາວ ເຫັນໄດ້ວ່າ ເຫດຜົນທີ່ຜູ້ມີຄວາມພິການເອງບໍ່ຢາກອອກຈາກບ້ານເພື່ອໄປພົບປະຜູ້ຄົນ ໝູ່ເພື່ອນ ພີ່ນ້ອງ ບ້ານໃກ້ເຮືອນຄຽງ ບໍ່ຢາກອອກໄປຮຽນຮູ້ເມື່ອມີໂອກາດ ຍ້ອນວ່າຖືກປິດກັ້ນຈາກຄົນໃນຄອບຄົວ. ຜູ້ມີຄວາມພິການເຫຼົ່ານັ້ນ ຖືກປູກຝັງຈາກຄົນໃນຄອບຄົວດ້ວຍຄໍາວ່າ “ອາຍຄົນເດີ້, ຕົນເອງບໍ່ປົກກະຕິຄືຄົນອື່ນ, ພໍ່ແມ່ເປັນຫ່ວງ, ຢ້ານເປັນພາລະ ເຮັດຫຍັງບໍ່ເປັນ, ຢ້ານເກີດອຸບັດຕິເຫດຕ່າງໆ” ເປັນຕົ້ນ ສົ່ງຜົນໃຫ້ຜູ້ມີຄວາມພິການເສຍໂອກາດໃນການຮຽນຮູ້ ແລະ ໃຊ້ຊີວິດຢ່າງເປັນປົກກະຕິສຸກ.

ສະມາຄົມແມ່ຍິງພິການ (WWDA)

28/3/2022

ການຮ້ອງຂໍໃຫ້ຜູ້ອື່ນໄດ້ລົງມືປະຕິບັດ ຫຼື ປັບປ່ຽນພຶດຕິກຳ ເປັນເລື່ອງທີ່ມີຄວາມທ້າທາຍຫຼາຍ ຍ້ອນວ່າ ແຕ່ລະຄົນທີ່ໄດ້ຮັບການຮ້ອງຂໍ ກໍ່ຈະຕີຄວາມໝາຍແຕກຕ່າງກັນໄປ ດັ່ງນັ້ນ ການຮ້ອງຂໍທີ່ດີ ຈະຕ້ອງບໍ່ແມ່ນການຂົ່ມຂູ່, ການສັ່ງ, ການເຮັດໃຫ້ເກີດຄວາມຮູ້ສຶກໄປໃນທາງທີ່ບໍ່ດີ.ອີງຕາມຂອບການສື່ສານທີ່ບໍ່ໃຊ້ຄວາມຮຸນແຮງ ການຮ້ອງຂໍທີ່ມີປະສິດທິຜົນ ແບ່ງເປັນສາມສ່ວນປະກອບສໍາຄັນ. ທໍາອິດສຸມໃສ່ສິ່ງທີ່ພວກເຮົາຕ້ອງການເຮັດ ຫຼາຍກວ່າສິ່ງທີ່ຜິດພາດ. ອັນທີສອງເປັນການກະທໍາທີ່ສະເພາະເຈາະຈົງ. ສຸດທ້າຍເປັນຄໍາຮ້ອງຂໍ ບໍ່ແມ່ນຄຳສັ່ງ.

ພັນຖິ່ນ

28/3/2022

ໂດຍທຳມະຊາດແລ້ວ ມະນຸດທຸກຄົນ ຈະຕ້ອງໄດ້ສານສຳພັນກັບຜູ້ອື່ນ ໃນຮູບແບບທີ່ແຕກຕ່າງກັນອອກໄປ ເຊັ່ນ: ການທັກທາຍຢາມພົບພໍ້ຄົນ, ການຮ່ວມວຽກກັບເພື່ອຮ່ວມງານໃໝ່ ເປັນຕົ້ນ ການທຳຄວາມຮູ້ຈັກກັບຄົນແປກໜ້າ ຖືວ່າເປັນພຶດຕິກຳປົກກະຕິທີ່ເກີດຂຶ້ນໄດ້ກັບທຸກຄົນ ແຕ່ຄົນສ່ວນຫຼາຍກັບເບິ່ງວ່າເປັນເລື່ອງໜ້າອາຍ ບໍ່ກ້າທີ່ຈະທັກທາຍກັນ. ໂດຍຫຼັກຈິດຕະສາດແລ້ວ ການທີ່ຄົນຕ້ອງທຳຄວາມຮູ້ຈັກກັບຜູ້ອື່ນ ແມ່ນເລື່ອງການເປີດໃຈ ແລະ ຍອມຮັບຄວາມເປາະບາງຂອງຕົວເອງ. ຄວາມເປາະບາງ ແມ່ນ ກຸນແຈທີ່ແທ້ຈິງໃນການໄຂການເຊື່ອມຕໍ່ກັບຜູ້ອື່ນ ຍ້ອນວ່າ ມັນເປັນຄວາມກ້າຫານທີ່ຈະເປີດເຜີຍຕົນເອງໃຫ້ຄົນອື່ນໄດ້ຮູ້ຈັກ. ໃນຂະບວນການເຮັດວຽກພັດທະນາທີ່ແນໃສ່ການມີສ່ວນຮ່ວມໃນທຸກຂັ້ນຕອນ ມີຄວາມຈຳເປັນທີ່ເຮົາຈະຕ້ອງໄດ້ທຳຄວາມຮູ້ຈັກກັບຄົນຫຼາກຫຼາຍ, ຕ່າງເພດ ຕ່າງໄວ ຕ່າງຄວາມຄິດ ຕ່າງພຶດຕິກຳ, ຄົນທີ່ສາມາດທຳຄວາມຮູ້ຈັກກັບຄົນແປກໜ້າໄດ້ກ່ອນ ກໍ່ຈະສາມາດເປັນຜູ້ທີ່ໄດ້ຮັບການຕ້ອນຮັບຈາກຄົນແປກໜ້າເຊັ່ນກັນ. ກິດຈະກຳນີ້ສາມາດໝູນໃຊ້ໃນການຝຶກອົບຮົມ, ການໃຫ້ການໂຄ້ຊເລື່ອງການສື່ສານ, ການຍອມຮັບຕົວເອງ ເປັນຕົ້ນ. ໂດຍຈະມີຊຸດຄຳຖາມ ເພື່ອໃຫ້ແຕ່ລະຄົນໄດ້ຕອບ ເປັນການເລົ່າເລື່ອງສູ່ກັນຟັງ.

ພັນຖິ່ນ

28/3/2022

ໂດຍທົ່ວໄປແລ້ວ ການທີ່ຄົນຜູ້ໜຶ່ງ ມາຫາເຮົາ ເພື່ອຈະເລົ່າເລື່ອງທີ່ເຂົາເຈົ້າຄິດວ່າ ເຮົາເຂົ້າໃຈ ຍ້ອນເຮົາເປັນຜູ້ຟັງທີ່ດີ ແລະ ເລົ່າແລ້ວເຂົາເຈົ້າຮູ້ສຶກສະບາຍໃຈ, ທີ່ສຳຄັນສຸດ ແມ່ນເຮັດໃຫ້ເຂົາເຈົ້າເຂົ້າໃຈຕົວເອງຫຼາຍຂຶ້ນ. ດັ່ງນັ້ນ ການຟັງແບບເອົາໃຈໃສ່ ຈຶງເປັນເລື່ອງທີ່ສຳຄັນ ທີ່ຈະນຳໄປສູ່ສາຍສຳພັນທີ່ດີຂອງເຮົາກັບຜູ້ອື່ນ. ການເອົາໃຈໃສ່ ແມ່ນ ການຕອບສະໜອງທີ່ສະເພາະເຈາະຈົງ, ທັນທີ ໃນຊ່ວງເວລາທີ່ເຫດການໃດໜຶ່ງກຳລັງເກີດຂຶ້ນ. ການທີ່ເຮົາຟັງແບບເອົາໃຈໃສ່ ຈະເຮັດໃຫ້ຄູ່ສົນທະນາຂອງເຮົາຮັບຮູ້ເຖິງຄວາມຕັ້ງໃຈໃນການຟັງ, ການຈື່ຈຳໄດ້ໃນລາຍລະອຽດ ແລະ ການຍອມຮັບແບບບໍ່ຕັດສິນ ເຊິ່ງການຮັບຮູ້ສິ່ງທີ່ວ່າມາ ແມ່ນເຮັດໃຫ້ຄູ່ສົນທະນາເກີດຄວາມຮູ້ສຶກວ່າໄດ້ຮັບການເອົາໃຈໃສ່ ແລະ ປອດໄພໃນການສົນທະນາ.

ພັນຖິ່ນ

28/3/2022

ການຟັງທີ່ດີ ເຮັດໃຫ້ໄດ້ມິດຕະພາບທີ່ດີໆ ສະເໝີ ນັ້ນແມ່ນການຟັງເປັນ. ການຟັງທີ່ເຮົາມັກໃຊ້ໃນການຈັດຂະບວນການຮຽນຮູ້ໃນຮູບແບບຕ່າງໆ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເກີດການແລກປ່ຽນຢ່າງໝັ້ນໃຈ. ການຟັງແບບບໍ່ຕັດສິນ ເປັນການຟັງເພື່ອທຳຄວາມເຂົ້າໃຈຄວາມຮູ້ສຶກ ແລະ ຄວາມຕ້ອງການທີ່ແທ້ຈິງຂອງຜູ້ເວົ້າ. ການຟັງຄົນ ເຮັດໃຫ້ຜູ້ເວົ້າຮູ້ສຶກວ່າໄດ້ຮັບການຍອມຮັບ ໂດຍສະເພາະ ແມ່ນ ຢາມທີ່ຜູ້ເວົ້າຢູ່ໃນສະພາບການທີ່ຫຍຸ້ງຍາກທາງດ້ານຈິດໃຈ ແລະ ມີຄົນຟັງໂດຍບໍ່ຕັດສິນ ບໍ່ລົງໂທດຜູ້ເວົ້າ ບໍ່ແກ້ຕົວແທນຜູ້ເວົ້າ ບໍ່ມີການພະຍາຍາມເຮັດໃຫ້ເປັນເລື່ອງໃຫຍ່ ນັ້ນເປັນການຟັງທີ່ດີ. ເຄື່ອງມືນີ້ເປັນແບບຝຶກຫັດ ໂດຍໃຫ້ຜູ້ເຂົ້າຮ່ວມຈັບຄູ່ກັນ ແລະ ຝຶກການຟັງແບບບໍ່ຕັດສິນ ຈຳນວນ 2 ຮອບ ໄດ້ແກ່: ຮອບທີ່ 1: ເລົ່າບັນຫາ ແລະ ຟັງຢ່າງດຽວ. ຮອບທີ່ 2: ເລົ່າບັນຫາ ພ້ອມທັງໃຫ້ຄຳແນະນຳ ແລະ ໃຫ້ທາງແກ້ໄຂບັນຫາ. ພາຍຫຼັງການເຮັດກິດຈະກຳ ກໍ່ຈະມີການສະທ້ອນຄືນວ່າ ຮອບໃດ/ວິທີການແບບໃດ ທີ່ເກີດປະໂຫຍດທີ່ສຸດ.

ພັນຖິ່ນ

28/3/2022

ຄວາມທ້າທາຍທາງຂອງການຝຶກອົບຮົມສໍາລັບ WWDA ແມ່ນມີກຸ່ມເປົ້າໝາຍທີ່ມີຄວາມເປັນພິການຫຼາກຫຼາຍ ມາຈາກຫຼາຍແຂວງ ແນ່ນອນວ່າມີຄວາມແຕກຕ່າງກັນທາງດ້ານຄວາມຮູ້ ຄວາມສາມາດ ພອນສະຫວັນ ວັດທະນະທໍາ ການໃຊ້ຄໍາເວົ້າ ແລະ ພິເສດຄືພວກເຂົາຖືກຈໍາກັດໃນການເຂົ້າຫາສັງຄົມ ເພື່ອໃຫ້ການຝຶກອົບຮົມມີປະສິດທິພາບ ແລະ ໃຫ້ພວກເຂົາຢູ່ຮ່ວມກັນດ້ວຍຄວາມສາມັກຄີຊ່ວຍເຫຼືອເຊີ່ງກັນແລະກັນ ພວກເຮົາຈຶ່ງນໍາເອົາຫົວຂໍ້ທັກສະຊີວິດເຂົ້າໃນການຝຶກອົບຮົມ ເຊິ່ງໃນນັ້ນມີຫລາຍວິຊາເຊັ່ນວ່າ: ກິດຈະກໍາສ້າງຄວາມລຶ້ງເຄີຍ, ທັກສະການສື່ສານ, ຝຶກອົບຮົມນອກສະຖານທີ່.

ສະມາຄົມແມ່ຍິງພິການ (WWDA)

15/11/2022

ສິ່ງທີ່ທ້າທາຍໃນການສອນສິລະປະໃຫ້ແກ່ນັກຮຽນທີ່ມີຄວາມການສໍາລັບສະມາຄົມແມ່ຍິງພິການແລ້ວ ຄືການທີ່ ພວກເຂົາບໍ່ເຄີຍຟ້ອນມາກ່ອນ ບໍ່ມີພື້ນຖານໃນການຟ້ອນ ຫຼື ເຕັ້ນ ຕ້ອງໄດ້ສອນແບບເລີ່ມຕົ້ນເລີ່ມແຕ່ວິທີການຈີບມື ການຢ້ອນໃຫ້ຖືກຈັງຫວະ ການປ່ຽນທ່າ ຕ່າງໆ , ການສື່ສານໃຫ້ເຂົ້າໃຈກັນເພາະມີຄວາມພິການຫຼາຍປະເພດ ( ໃຊ້ລໍ້, ຂາ,ຕາ,ຫູ), ການສະແດງສິລະປະເປັນວິຊາໜື່ງຂອງການຝຶກອົບໃຫ້ນັກຮຽນຂອງສະມາຄົມແມ່ຍິງການ ( WWDA ) ເພື່ອເປັນການສ້າງຄວາມສາມາດໃນການອອກສູ່ສັງຄົມ, ສະແດງໃຫ້ເຫັນວ່າພວກເຂົາກໍສາມາດຂຶ້ນເວທີສະແດງສິລະປະໃນເວທີທີ່ສໍາຄັນໄດ້ເຊັ່ນກັນ ພ້ອມດຽວກັນຍັງເປັນການສົ່ງເສີມໃຫ້ພວກເຂົາມີຄວາມໝັ້ນໃຈ ມີຄວາມສາມັກຄີເຮັດວຽກເປັນທີມໄດ້ ເນື່ອງຈາກວ່ານັກຮຽນມາຈາກຫຼາຍບ່ອນແຕກຕ່າງກັນ ຄວາມເປັນພິການກໍແຕກຕ່າງກັນ, ກ່ອນອື່ນເຮົາຈະຕ້ອງໄດ້ຄໍານືງເຖິງຄວາມສາມາດຂອງແຕ່ລະຄົນ ແກະແບບຟ້ອນໃຫ້ທຸກຄົນສາມາດຟ້ອນໃຫ້ປະສົມປະສານແຕ່ໄປນຳກັນ ໝັ່ນຝຶກຊ້ອມ ແລະ ມີເວລາເຕັມທີ່ກັບການຊ້ອມຟ້ອນໃຫ້ໄດ້ 1-2 ຊົ່ວໂມງ/ມື້.

ສະມາຄົມແມ່ຍິງພິການ (WWDA)

15/11/2022

ສິ່ງທີ່ທ້າທາຍທີ່ພົບພໍ້ໃນເວລາຈັດກິດຈະກໍາການຮຽນຮູ້/Workshop ໃນຫົວຂໍ້ ການຕັ້ງເປົ້າໝາຍຊີວິດ ທີ່ໂຄງການເມດຕາທໍາ ເຫັນໄດ້ວ່າ ການທີ່ມີຜູ້ເຂົ້າຮ່ວມເປັນໄວທີ່ແຕກຕ່າງກັນ ແລະ ການໃຊ້ສັບພາສາທີ່ບໍ່ຄືກັນ ແລະ ການນໍາເອົາຫຼັກການຂອງທໍາມະມາປັບໃຊ້ແປເປັນພາສາລາວ ເພື່ອໃຫ້ໄວໜຸ່ມໄດ້ເຂົ້າໃຈງ່າຍຂຶ້ນ.

ໂຄງການເມດຕາທຳ

15/11/2022

ກິດຈະກໍານີ້ຖືກປະຕິບັດໃນງານ youth day 2022 ເພື່ອເປັນການສົ່ງເສີມການຫຼຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄອບຄົວ ຄົນພິການ ແລະ ການຈໍາແນກຕ່າງໆ, ຮູບແບບຂອງກິດຈະກໍາແມ່ນເປັນການຮຽນຮູ້ແບບມີສ່ວນຮ່ວມ ໂດຍການຕັ້ງຄໍາຖາມໃຫ້ຄິດວິເຄາະເຖິງເຫດການທີ່ເກີດຂື້ນຈິງ ເຫດການສົມມຸດ (ທີ່ກ່ຽວຂ້ອງກັບເນື້ອໃນບົດຮຽນ), ພ້ອມທັງການບັນຍາຍເຖິງບັນດາກົດໝາຍທີ່ກ່ຽວຂ້ອງ ແລະ ການຍົກຕົວຢ່າງຈາກປະສົບການທີ່ເກີດຂຶ້ນຈິງຜ່ານມາ ໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຫຼາຍຂື້ນ.

ADWLE

15/11/2022

ສິ່ງທີ່ພົບພໍ້ຫຼາຍທີ່ສຸດໃນຊຸມຊົນຊົນນະບົດຄືຄວາມບໍ່ເຂົ້າໃຈຕໍ່ສິດ ແລະ ພາລະບົດບາດຂອງຕົນເອງຈື່ງເຮັດໃຫ້ການເຂົ້າເຖິງເຂົາເຈົ້າເປັນວຽກທີ່ຢາກຫຼາຍ ດັ່ງນັ້ນໜ່ວຍງານທີ່ເປັນຕົວຂັບເຄື່ອນໃຫ້ເກີດການມີສ່ວນຮ່ວມໃນຊຸມຊົນຈື່ງອອກແບບຂະບວນການເພື່ອໃຫ້ເກີດການມີສ່ວນຮ່ວມຂອງຊຸມຊົນໃຫ້ຫຼາຍທີ່ສຸດ ເພາະການທີ່ຄົນໃນຊຸມຊົນເປັນຜູ້ຄິດ, ເປັນຜູ້ລົງມືເຮັດ ແນ່ນອນຜົນປະໂຫຍດຈະເກີດຂື້ນກັບເຂົາເຈົ້າເຫຼົ່ານັ້ນ .

BNDA

15/11/2022

ສິ່ງທີ່ພົບພໍ້ຫຼາຍທີ່ສຸດເວລາການເປັນຜູ້ອຳນວຍຄວາມສະດວກແມ່ນຄວາມແຕກຕ່າງຂອງຜູ້ເຂົ້າຮ່ວມເຊິ່ງເປັນສິ່ງທີ່ຜູ້ອຳນວຍຄວາມສະດວກຕ້ອງໄດ້ຄິດຢູ່ຕະຫຼອດໃນການສ້າງພື້ນທີ່ໃຫ້ທຸກຄົນໄດ້ສະແດງອອກຢ່າເໝາະສົມ ແລະ ເຮັດໃຫ້ເຂົາເຈົ້າຮູ້ສຶກປອດໄພເພາະຫຼາຍຄົນທີ່ເຂົ້າມາແລກປ່ຽນແມ່ນບໍ່ກ້າເວົ້າບໍ່ກ້າສະແດງອອກສາເຫດຍ້ອນອາຍໜູ່, ເວົ້າບໍ່ແຈ້ງ, ເວົ້າບໍ່ຮູ້ເລື່ອງ, ຢ້ານເວົ້າຜິດ ແລະ ອີກຫຼາຍໆເຫດຜົນທີ່ເຮັດໃຫ້ເຂົາເຈົ້າບໍ່ກ້າອອກມາຈາກພື້ນທີ່ປອດໄພຂອງຕົນເອງ ສະນັ້ນ, ການໃຫ້ຄວາມສຸກກ່ອນໃຫ້ຄວາມຮູ້ເປັນສິ່ງສຳຄັນຫລາຍທີ່ຈະເຮັດໃຫ້ທຸກຄົນໄດ້ສະແດງອອກໃນແບບທີ່ຕົນເອງມັກ, ຖະໜັດ ແລະ ຮູ້ສຶກປອດໄພເພາະເປັນການໃຫ້ໂອກາດຄົນໃນການສະແດງອອກ.

E Zone A.

15/11/2022