ໝວດ: ການສື່ສານ.

ປະເພດ: ຂະບວນການ.

ເວລາ: ຂະບວນການຕໍ່ເນື່ອງ.

ການໝຸນໃຊ້: ໃຊ້ໃນຊີວິດປະຈຳວັນ.

 

ບົດຮຽນການໝຸນໃຊ້ໂດຍ:  ສູນບໍລິການຄົນພິການ (Disability
Service Center
DSC).

 

 

 

ການສ້າງຄວາມໄວ້ວາງໃຈກັບຜູ້ພິການ ໃນຂະບວນການສຳຫຼວດຄວາມຕ້ອງການ

ການສ້າງຄວາມໄວ້ວາງໃນເປັນເລື່ອງໜື່ງໃນຂະບວນການສໍາຫຼວດຄວາມຕ້ອງການຂອງກຸ່ມເປົ້າໝາຍຂອງອົງກອນ ເພື່ອໃຫ້ໄດ້ຮູ້ເຖິງຄວາມຕ້ອງການທີ່ແທ້ຈິງຂອງພວກເຂົາເຫຼົ່ານັ້ນ ແລະ ສາມາດຕອບສະໜອງຄວາມຕ້ອງການໄດ້ຢ່າງມີປະສິດທິພາບ ລວມທັງບັນລຸຕາມຈຸດປະສົງທີ່ໄດ້ຕັ້ງໄວ້.

ເປົ້າໝາຍ: ສ້າງຄວາມໄວ້ວາງໃຈໃຫ້ເກີດຂຶ້ນ ແລະ ຜູ້ພິການເປີດໃຈຮັບໂອກາດທີ່ດີ ອີງຕາມຄວາມຕ້ອງການຂອງເຂົາເຈົ້າ.

   ຄຳແນະນຳ:

         ·         ການສ້າງຄວາມໄວ້ວາງໃຈ ເປັນເລື່ອງທີ່ຕ້ອງໃຊ້ທັງທັກສະການສື່ສານ ແລະ ການວາງຕົວທີ່ເໝາະສົມ ລວມທັງການກຳແໜ້ນ                   ຈຸດປະສົງຂອງໂຄງການ.

         ·         ຄວາມໄວ້ວາງໃຈຈະເກີດຂຶ້ນໄດ້ ເປັນຄວາມຕ້ອງການ ແລະ ຄວາມຮູ້ສຶກຂອງອີກຝ່າຍໜຶ່ງ ບໍ່ສາມາດບັງຄັບກັນໄດ້.

ເທັກນິກການສ້າງຄວາມໄວ້ວາງໃຈ

·         ຕ້ອງມີຄວາມຮູ້, ຄວາມສາມາດ ເລື່ອງຫຍັງແດ່?

ຮຽນຮູ້ທີ່ຈະສື່ສານຢ່າງມີປະສິດທິພາບຄືການສື່ສານທີ່ດີ, ເວົ້າຈາສຸພາບ ແລະ ຊັດເຈນ, ການສ້າງຄວາມເຊື່ອຖືຄືເວົ້າໄປແລ້ວຕ້ອງເຮັດໃຫ້ໄດ້ ແລະ ມີຄວາມຈິງໃຈ ຄົນເຮົາຈະສາມາດຮັບຮູ້ໄດ້ຈາກຄໍາເວົ້າ ແລະ ການກະທໍາ

·         ຕ້ອງມີທັດສະນະຄະຕິແນວໃດແດ່?

o   ເພື່ອໃຫ້ຜູ້ອື່ນເກີດຄວາມໄວ້ວາງໃຈ. ຕ້ອງມີທັດສະນະຄະຕິໃນທາງບວກຫຼາຍກວ່າທາງລົບ, ຕ້ອງເປັນຜູ້ຟັງທີ່ດີ , ໃຫ້ກໍາລັງໃຈ ແລະ ຄອຍໃຫ້ການສະໜັບສະໜູນ

o   ຕ້ອງຮູ້ຢ່າງຊັດເຈນ ວ່າ ເປົ້າໝາຍໂຄງການແມ່ນຕ້ອງການບັນລຸເລື່ອງໃດ, ກຸ່ມເປົ້າມີຢູ່ໃສແດ່.

o   ການປະສານງານ ສາມາດເຮັດໄດ້ທັງການຕິດຕໍ່ຫາຜູ້ຮັບຜິດຊອບສ່ວນຕົວໂດຍກົງ ແລະ ການລົງໄປຫາຕົວຈິງເຖິງສະຖານທີ່.

o   ເພື່ອສ້າງຄວາມສໍາພັນ, ໃນເບື້ອງຕົົ້ນກໍທັກທາຍສະບາຍດີ  ຍິນດີທີ່ໄດ້ຮູ້ຈັກ ທັກທາຍຖາມຂ່າວແບບເປັນກັນເອງ ຖາມເລື່ອງວຽກ ການຮໍ່າຮຽນ ເປັນບົດສົນທະນາທົ່ວໄປໃຫ້ມີການແລກປ່ຽນກັນ ບໍ່ເວົ້າເຖິງເລື່ອງວຽກງານເປົ້າໝາຍຂອງເຮົາທັນທີ.

o   ຫຼັງຈາກທີ່ໄດ້ສ້າງຄວາມລຶ້ງເຄີຍຈົນກຸ່ມເປົ້າໝາຍຮູ້ສຶກສະໜິດແລ້ວ ຄ່ອຍໆ ຖາມກ່ຽວກັບຄວາມຕ້ອງຂອງເຂົາ ຢາກຮຽນຫຍັງ ຢາກເປັນຫຍັງ ແລະ ນໍາສະເໜີກ່ຽວກັບເປົ້າໝາຍຂອງເຮົາ ເພື່ອເຊີນຊວນໃຫ້ເຂົາເຈົ້າເຂົ້າຮ່ວມກັນຮຽນ/ຝຶກອົບຮົມ.

·         ຈະຮູ້ໄດ້ແນວໃດ ວ່າເຂົາເຈົ້າເລີ່ມໄວ້ວາງໃຈ ແລະ ເປີດໃຈແລ້ວ?

ເຂົາເຈົ້າສະແດງອອກແນວໃດແດ່?  ເຂົາເຈົ້າຈະມີທ່າທາງທີ່ປ່ຽນໄປ ເຂົາຈະບໍ່ຮູ້ສຶກອຶດອັດ ເຊິ່ງເຮົາຈະສາມາດສັງເກດໄດ້ຈາກ ການກ້າເວົ້າ, ກ້າສະແດງອອກ, ເຂົາເຈົ້າຈະໂອ້ລົມເປັນກັນເອງ, ເຂົາເຈົ້າຈະສາມາດເປີດເຜີຍ ແລະ ໂອ້ລົມໄດ້ທຸກເລື່ອງກັບເຮົາ ເມື່ອເຂົ້າເຈົ້າໄດ້ມີການໄວ້ວາງໃຈໃນຕົວເຮົາ.