download ໝວດ: ການສື່ສານ. ປະເພດ: ແບບຝຶກຫັດ. ເວລາ: 10 ນາທີ. ການໝູນໃຊ້: ໃຊ້ໃນຊີວິດປະຈຳວັນ. ບົດຮຽນການໝູນໃຊ້ໂດຍ: ພັນຖິ່ນ. “ການຮ້ອງຂໍແບບມີປະສິດທິຜົນ” ການຮ້ອງຂໍໃຫ້ຜູ້ອື່ນໄດ້ລົງມືປະຕິບັດ ຫຼື ປັບປ່ຽນພຶດຕິກຳ ເປັນເລື່ອງທີ່ມີຄວາມທ້າທາຍຫຼາຍ ຍ້ອນວ່າ ແຕ່ລະຄົນທີ່ໄດ້ຮັບການຮ້ອງຂໍ ກໍ່ຈະຕີຄວາມໝາຍແຕກຕ່າງກັນໄປ ດັ່ງນັ້ນ ການຮ້ອງຂໍທີ່ດີ ຈະຕ້ອງບໍ່ແມ່ນການຂົ່ມຂູ່, ການສັ່ງ, ການເຮັດໃຫ້ເກີດຄວາມຮູ້ສຶກໄປໃນທາງທີ່ບໍ່ດີ. ອີງຕາມຂອບການສື່ສານທີ່ບໍ່ໃຊ້ຄວາມຮຸນແຮງ[1] ການຮ້ອງຂໍທີ່ມີປະສິດທິຜົນ ແບ່ງເປັນສາມສ່ວນປະກອບສໍາຄັນ. ທໍາອິດ, ສຸມໃສ່ສິ່ງທີ່ພວກເຮົາຕ້ອງການເຮັດ ຫຼາຍກວ່າສິ່ງທີ່ຜິດພາດ. ອັນທີສອງ, ເປັນການກະທໍາທີ່ສະເພາະເຈາະຈົງ. ສຸດທ້າຍ, ເປັນຄໍາຮ້ອງຂໍ ບໍ່ແມ່ນຄຳສັ່ງ. ເປົ້າໝາຍ: ເພື່ອຊ່ວຍໃຫ້ຜູ້ທີ່ຈະຮ້ອງຂໍໃນເລື່ອງໃດໜຶ່ງ ສາມາດຮ້ອງຂໍໄດ້ຢ່າງຊັດເຈນ ມີປະສິດທິຜົນ. ຄຳແນະນຳ: · ການຮ້ອງຂໍເພື່ອໃຫ້ຄົນເກີດການປ່ຽນແປງພຶດຕິກຳຕາມທີ່ເຮົາຕ້ອງການ ເຄື່ອງມືນີ້ອາດຈະບໍ່ເໝາະສົມ. ເຄື່ອງມືນີ້ເປັນເຄື່ອງມືທີ່ຈະຊ່ວຍສ້າງສາຍສຳພັນທີ່ດີ ທີ່ນຳໄປສູ່ການສົນທະນາ …
ການຮ້ອງຂໍແບບມີປະສິດທິຜົນ Read More »