ໝວດ: ການສື່ສານ.

ປະເພດ: ຂະບວນການ.

ເວລາ: ຂະບວນການຕໍ່ເນື່ອງ.

ການໝຸນໃຊ້: ໃຊ້ໃນຊີວິດປະຈຳວັນ.

 

ບົດຮຽນການໝຸນໃຊ້ໂດຍ: ADWLE

 

 

 

“Workshop ຫົວຂໍ້ ການໃຫ້ຄວາມຮູ້ ຫົວຂໍ້ ການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄອບຄົວ ຄົນພິການ ແລະ ການຈໍາແນກ“Workshop ຫົວຂໍ້ ການໃຫ້ຄວາມຮູ້ ຫົວຂໍ້ ການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄອບຄົວ ຄົນພິການ ແລະ ການຈໍາແນກ

 

ກິດຈະກໍານີ້ຖືກປະຕິບັດໃນງານ youth day 2022 ເພື່ອເປັນການສົ່ງເສີມການຫຼຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄອບຄົວ ຄົນພິການ ແລະ ການຈໍາແນກຕ່າງໆ, ຮູບແບບຂອງກິດຈະກໍາແມ່ນເປັນການຮຽນຮູ້ແບບມີສ່ວນຮ່ວມ ໂດຍການຕັ້ງຄໍາຖາມໃຫ້ຄິດວິເຄາະເຖິງເຫດການທີ່ເກີດຂື້ນຈິງ ເຫດການສົມມຸດ (ທີ່ກ່ຽວຂ້ອງກັບເນື້ອໃນບົດຮຽນ), ພ້ອມທັງການບັນຍາຍເຖິງບັນດາກົດໝາຍທີ່ກ່ຽວຂ້ອງ ແລະ ການຍົກຕົວຢ່າງຈາກປະສົບການທີ່ເກີດຂຶ້ນຈິງຜ່ານມາ ໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຫຼາຍຂື້ນ.

ເປົ້າໝາຍ:  ເພື່ອເປັນການໃຫ້ຄວາມຮູ້ພື້ນຖານກ່ຽວກັບການໃຊ້ຄວາມຮຸນແຮງໃນຮູບແບບຕ່າງໆ, ວິທີການໃຫ້ຄວາມຊ່ວຍເຫຼືອທີ່ຖືກຕ້ອງເມື່ອພົບເຫັນຜູ້ຖືກເຄາະຮ້າຍ, ຊ່ອງທາງໃນການຂໍຄວາມຊ່ວຍເຫຼືອ ແລະ ການເຂົ້າເຖິງບັນດາກົດໝາຍກ່ຽວກັບສິດທິພົນລະເມືອງລາວ.

ຄຳແນະນຳ:

·         ການກະກຽມເນື້ອໃນທີ່ນໍາສະເໜີ ຕ້ອງໃຫ້ເໝາະສົມກັບກຸ່ມຜູ້ເຂົ້າຮ່ວມ ແລະ ເນັ້ນໃສ່ການມີສ່ວນຮ່ວມ

·         ຄວນໃຫ້ມີການປະເມີນຄວາມເຂົ້າໃຈ, ຄວາມຕ້ອງການຂອງຜູ້ເຂົ້າຮ່ວມ ກ່ອນການຈັດກິດຈະກໍາ

·         ໃຊ້ເວລາຢ່າງໜ້ອຍ 3 ຊົ່ວໂມງ ເພື່ອເວລາໃນການສົນທະນາຫຼາຍຂື້ນ

·           ການນໍາສະເໜີໃນຮູບແບບພາວເວີ້ພ້ອຍ ແລະ ສົນທະນາແລກປ່ຽນໄປພ້ອມກັນໃນແຕ່ລະຫົວຂໍ້

ຂະບວນການ Workshop ຫົວຂໍ້

ການໃຫ້ຄວາມຮູ້ ຫົວຂໍ້ ການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄອບຄົວ ຄົນພິການ ແລະ ການຈໍາແນກ

ຄຳແນະນຳ:

 

ຂະບວນການຈະແບ່ງອອກເປັນ 2 ໄລຍະ ໄດ້ແກ່ ການສ້າງຄວາມເຂົ້າໃຈ ກ່ຽວກັບຂໍ້ມູນພື້ນຖານຂອງການໃຊ້ຄວາມຮູນແຮງ ເຊັ່ນ ຄວາມໝາຍ ປະເພດ ປັດໄຈທີ່ພາໃຫ້ເກີດການໃຊ້ຄວາມຮຸນແຮງ ຄວາມສໍາຄັນ ວິທີການແກ້ໄຂ-ຫຼຸດຜ່ອນການໃຊ້ຄວາມຮຸນແຮງ, ແລະ ການໃຫ້ຂໍ້ມູນທາງດ້ານກົດໝາຍກ່ຽວກັບສິດທິພື້ນຖານຂອງພົນລະເມືອງລາວ. ໃນຂະບວນການດັ່ງກ່າວນີ້ ຈະເຮັດໃຫ້ທ່ານສາມາດຮູ້ໄດ້ເຖິງຄວາມຈໍາເປັນຂອງຂະບວນການຈັດ  Small Workshop ທີ່ມີເວລາຈໍາກັດ 2-3 ຊົ່ວໂມງ.

ຄວາມຮູ້ພື້ນຖານກ່ຽວກັບ ການໃຊ້ຄວາມຮຸນແຮງ

 

1.   ທຸກຄົນແນະນໍາຕົວເອງ, ຫຼິ້ນເກມລະລາຍພຶດຕິກໍາ

2.   ເຂົ້າສູ່ບົດຮຽນດ້ວຍຄໍາຖາມເປີດ ສົນທະນາຖາມຕອບລະຫວ່າງຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມ

2.1. ວິທີການຕ້ານຄວາມຮຸນແຮງ

    ຄວາມຮຸນແຮງແມ່ນຫຍັງ ? ມີຫຍັງແດ່ທີ່ບົ່ງບອກເຖິງວ່າແມ່ນຫານໃຊ້ຄວາມຮຸນແຮງ ?

    ໃຜມີຄວາມສ່ຽງໃນການຖືກໃຊ້ຄວາມຮຸນແຮງ

    ໃຜແດ່ເປັນຜູ້ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເດັກນ້ອຍ ?

    ຄົນໃນຄອບຄົວມີໃຜແດ່ ແລະ ໃຊ້ຄວາມຮຸນແຮງພາຍໃນຄອບຄົວແນວໃດ

2.2. ປັດໄຈທີ່ພາໃຫ້ເກີດການໃຊ້ຄວາມຮຸນແຮງ

    ສາເຫດທີ່ພາໃຫ້ເກີກການໃຊ້ຄວາມຄວາມຮຸນມາຈາກໃສແດ່?

2.3. ແລກປ່ຽນວັດທະນະທໍາ/ປະເພນີ ການແຕ່ງງານ/ ການແບ່ງໜ້າວຽກພາຍໃນຄອບຄົວ/ການແບ່ງແຍກໃນຄົວຕ່າງໆ ຈາກແຕ່ລະຄົນ 2-3ຄົນ ( ປະເພນີຕ້ອງບໍ່ຊໍ້າກັນ)

2.4. ສ້າງຄໍາຖາມສົນທະນາໃຫ້ທຸກຄົນໄດ້ຄິດ ວິເຄາະ ເຖິງສາເຫດທີ່ເກີດຄວາມຮຸນແຮງພາຍໃນຄອບຄົວ ແລະ ບັນຫາທີ່ເກີດຂື້ນໃນກໍລະນີແຕ່ງງານໄວ.

2.5. ທົບທວນຄືນກ່ຽວກັບການນໍາສະເໜີ ແລະ ສົນທະນາຜ່ານມາ ໃຫ້ທຸກຄົນມີສ່ວນຮ່ວມໃນການຕອບ

3.   ສາຍ VDO ສັ້ນ 3-5 ນາທີ (2 ວີດີໂອ) ກ່ຽວກັບ ການຖືກທໍາຮ້າຍ ແລະ ການໃຊ້ຄວາມຮຸນແຮງພາຍໃນຄອບຄົວ

4.   ທົບທວນຄືນກ່ຽວກັບຄວາມຮູ້ການເບີ່ງວີດີໂອ, ເຫັນຫຍັງແດ່ ແລະ ຮູ້ສຶກແບບໃດ? ວີດີໂອດັ່ງກ່າວສື່ເຖິງຫຍັງ?

 

ຂໍ້ມູນພື້ນຖານກ່ຽວກົດໝາຍ

1.   ເປັນການນໍາສະເໜີກ່ຽວກັບກົດໝາຍ

    ສິດທິຂອງພົນລະເມືອງລາວ, ສິດທິແມ່ຍິງ, ສິດທິເດັກນ້ອຍ, ສິດທິຄົນພິການ, ຄວາມສະເໝີລະຫວ່າງຍິງຊາຍ

    ແນະນໍາອົງກອນທີ່ເຮັດວຽກກ່ຽວການໃຫ້ຄວາມຊ່ວຍເຫຼືອທາງດ້ານຍກົດໝາຍ/ທີ່ປຶກສາໃນການຊ່ວຍເຫຼືອເມື່ອພົບເຫັນຜູ້ຖືກເຄາະຮ້າຍ

    ຍົກຕົວຢ່າງຈາກປະສົບການ ໃນການເຮັດວຽກຂອງທະນາຍຄວາມທີ່ພົບພໍ້ ທັງຄວາມສະດວກ ແລະ ສິ່ງ ທ້າທາຍ

ສົນທະນາ ຖາມຕອບ ຈາກຜູ້ເຂົ້າຮ່ວມ.