#ເສັ້ນທາງຂອງການເປັນຄູຝຶກຂອງແມ່ຍິງທີ່ຄວາມເປັນພິການ(ບໍ່)ເປັນອຸປະສັກ.
ເຈົ້າເຄີຍຄິດບໍ່ວ່າການທີ່ເຮົາປະສົບຄວາມສໍາເລັດໃນສິ່ງໃດສິ່ງໜຶ່ງແລ້ວມັນຈະມີຄວາມໜ້າຍິນດີ, ຄວາມພາກພູມໃຈຫຼາຍສໍ່າໃດ. ກ່ອນທີ່ຈະປະສົບກັບສໍາເລັດ ແລະບັນລຸເປົ້າໝາຍຂອງເຈົ້າໄດ້ນັ້ນ, ແນ່ນອນວ່າຕ້ອງຜ່ານການເວລາ, ການປ່ຽນແປງ, ການປັບຕົວ, ມີທັງຄວາມຜິດຫວັງ-ຄວາມດີໃຈ,ໄດ້ປະຕິບັດຕົວຈິງ, ລອງຜິດ-ລອງຖືກໃນຫຼາຍຄັ້ງ. ໄດ້ຮຽນຮູ້ຈາກສິ່ງທີ່ເຄີຍເກີດຂຶ້ນແລ້ວ ເຮົາສາມາດເອີ້ນສິ່ງເຫຼົ່ານີ້ວ່າ “ ປະສົບການ ”; ຂ້າພະເຈົ້າມີເລື່ອງໜຶ່ງທີ່ໜ້າສົນໃຈຫຼາຍກ່ຽວກັບແມ່ຍິງທີ່ມີຄວາມພິການໃນເສັ້ນທາງສາຍອາຊີບການເປັນຄູຝຶກທັກສະການໃຊ້ຊີວິດໃຫ້ແກ່ຄົນພິການດ້ວຍັນ ແລະຄົນທຳມະດາ ຊື່ງລາວເອງເລີ່ມຕົ້ນຈາກການຢາກຮຽນຮູ້, ຄົ້ນຄວ້າຫາໂອກາດ, ຝຶກຝົນໄປພ້ອມກັບພັດທະນາຕົນເອງຢູ່ຕະຫຼອດຈົນໄດ້ກາຍເປັນອາຈານຂອງຫຼາຍໆຄົນ.
ຄວາມບໍ່ສົມບູນແບບທາງດ້ານຮ່າງກາຍ ບໍ່ແມ່ນອຸປະສັກຂອງການເຕີບໃຫຍ່ທາງດ້ານຄວາມຄິດ
ເອື້ອຍ ຈອມໃຈ ເພຍນາມ. ປັດຈຸບັນເປັນພະນັກງານໂຄງການ ແລະ ເປັນຄູຝຶກທັກສະຊີວິດຂອງສະມາຄົມແມ່ຍິງພິການ (Women With Disability Association-#WWDA), ເປັນພຽງແມ່ຍິງຄົນໜື່ງທີ່ຈົບພຽງແຕ່ ຊັ້ນມັດທະຍົມ ປີທີ 3 (ມໍ 3). ໃນຕອນນັ້ນລາວຄິດພຽງແຕ່ວ່າຈະບໍ່ຮຽນຕໍ່ສາຍອາຊີບ. ຮຽນໄປແລ້ວບໍ່ຮູ້ຈະເຮັດວຽກຫຍັງຢູ່ໃສ… ເມື່ອໄດ້ຮູ້ວ່າມີສູນວິຊາຊີບຢູ່ນະຄອນຫຼວງວຽງຈັນຈຶ່ງໄດ້ສະໝັກເຂົ້າຮຽນໃນວິຊາການຕັດຫຍິບ ດ້ວຍຄວາມສາມາດທີ່ມີຄືການຕໍ່າຫູກ ແລະ ໄດ້ຮັບໂອກາດຈາກທາງສະມາຄົມແມ່ຍິງພິການ. ເມື່ອຈົບຫຼັກສູດຕັດຫຍິບທາງສະມາຄົມແມ່ຍິງພິການກໍ່ໃຫ້ເປັນຜູ້ສອນຕໍ່າຫູກໃຫ້ກັບນັກຮຽນ. ຄວາມທ້າທາຍໃນເວລານັ້ນຄືຕ້ອງໄດ້ຊອກຫາຄວາມຮູ້ໃໝ່ ແລະ ເຮັດດ້ວຍຕົນເອງໃນທຸກຂັ້ນຕອນຂອງການຕໍ່າຫູກເຊັ່ນ: ປັ່ນໄໝ, ເຮັດເຄືອຫູກ, ເລືອກໄຫມ ແລະ ອື່ນໆ…
ທີ່ກ່າວມານັ້ນເປັນພຽງບາດກ້າວທໍາອິດຂອງການປ່ຽນແປງທີ່ຍິ່ງໃຫຍ່ ຄຽງຄູ່ການເຮັດວຽກເປັນອາສາສະຫມັກກ້າວເຂົ້າສູ່ການເປັນຫົວໜ້າໜ່ວຍງານການຜະລິດຂອງສູນ. ຕະຫຼອດໄລຍະຜ່ານມາ, ໄດ້ສະແຫວງຫາຄວາມຮູ້ເພື່ອເພີ່ມທັກຂອງຕົນເອງໃນຫຼາຍດ້ານ. ເລີ່ມຈາກການໄດ້ເຂົ້າຮຽນຕໍ່ໂດຍຜ່ານການສຶກສານອກໂຮງຮຽນເພື່ອເອົາໃບປະກາດ ມໍ 6, ຮຽນຄອມພິວເຕີ້ພື້ນຖານເພື່ອໃຊ້ໃນການຂຽນຄູ່ມື ແລະ ເຮັດວຽກໃຫ້ງ່າຍສະດວກຫຼາຍຂຶ້ນ, ຝຶກອົບຮົມການເປັນຜູ້ນໍາໄວໜຸ່ມ, ທັກສະຊີວິດ ແລະ ອື່ນໆທີ່ຍັງກ່າວບໍ່ໝົດ. ແນ່ນອນວ່າ: ການຮໍ່າຮຽນເຫຼົ່ານັ້ນໄປພ້ອມກັບການປະຕິບັດຕົວຈິງ, ຮຽນໄປພ້ອມຖ່າຍທອດຄວາມຮູ້ໄປນໍາ ເຮັດໃຫ້ມີປະສົບການແລະເກີດການຮຽນຮູ້ຢ່າງແທ້ຈິງ, ຈົນໄດ້ກາຍເປັນຄູຝຶກທັກສະຊີວິດໃຫ້ຄົນພິການ. ຜົນງານທີ່ຜ່ານມາຄວາມໂດດເດັ່ນຫຼາຍດ້ານ. ບໍ່ວ່າຈະເປັນການຝຶກສິລະປະ, ນໍາພານ້ອງໆນັກຮຽນພິການແຂ່ງຂັນຟ້ອນ, ຮ້ອງເພງ, ສະແດງລະຄອນ, ກິລາຕີບຸ້ນ, ດອກປີກໄກ່
ປະສົບການສອນໃຫ້ຮູ້ວ່າ “ ໄດ້ເຮັດຍ້ອນຖືກມອບໝາຍ (ໂອກາດ) ແລະເຮັດໄດ້ຍ້ອນຝຶກຝົນ (ພະຍາຍາມ)”
ສິ່ງທີ່ເປັນແຮງບັນດານໃຈສໍາລັບເອື້ອຍ ຈອມໃຈ ຄືການທີ່ໄດ້ເຫັນຄວາມປ່ຽນແປງຈາກນ້ອງໆຜູ້ທີ່ເຮົາໄດ້ສອນຖ່າຍທອດຄວາມຮູ້ໃຫ້, ຍ້ອນເຮົາມີຄວາມເຂົ້າໃຈດີເຖິງຄວາມຮູ້ສຶກ, ບັນຫາທີ່ພວກເຂົາຕ້ອງພົບທີ່ຜ່ານມາ.ເມື່ອເຫັນພວກເຂົາເຫຼົ່ານັ້ນມີຊີວິດທີ່ດີຂຶ້ນ, ມີຮອຍຍິ້ມທີ່ເຕັມໄປດ້ວຍຄວາມສຸກ. ເຮົາຈະມີກໍາລັງໃຈໃນການເຮັດໜ້າທີ່ຂອງການເປັນຄູຝຶກໃຫ້ດີທີ່ສຸດ
ທັງໝົດນີ້ແມ່ນແມ່ນ ເລື່ອງລາວດີຂອງເອື້ອຍຈອມໃຈ ເພຍນາມ ທີ່ທີມງານເຊື່ອມສາ ແລະ ຮຽນຮູ້ ຢາກແບ່ງປັນ ເພື່ອຈະເປັນແຮງບັນດານໃຈ, ແນວຄິດໃນການພັດທະນາຕົນເອງຕໍ່ໄປ.
ອຸປະສັກຍາມໃດກໍເປັນອຸປະສັກ ຖ້າເຮົາບໍ່ສູ້, ແຕ່ກົງກັນຂ້າມ ອຸປະສັກຈະກາຍເປັນໂອກາດ ຖ້າເຮົາໃຊ້ມັນໃນການ ເປັນກຳລັງແຮງໃນການພັດທະນາຕົນເອງ. (ໂອກາດ + ຄວາມພະຍາຍາມ = ຄວາມສຳເລັດ)