ສະ​ບາຍ​ດີ​ຂ້ອຍ​ຊື່ ສົມ​ປອງ  ໄຊ​ຍະ​ໂພ​ສີ ​ປະ​ຈຸ​ບັນ​​ເປັນ​ພະ​ນັກ​ງານ​ຂອງ​ສະ​ມາ​ຄົມ​ນ້ຳ​ໃຈ​ຊາວ​ບ້ານ,ຫນ້າ​ທີ່​ຮັບ​ຜິດ​ຊອບ​ຂ້ອຍ​ແມ່ນ: ຜູ້ປະສານງານໂຄງການ ເຊີ່ງ​ຮັບ​ຜິດ​ຊອບ​ພາຍ​ໃຕ້​ທືນ Influent grand  ທີ່ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ແຜນ​ງານ Voice.

  1. ຂ້ອຍ​ໄດ້​ເລີ່ມ​ຕົ້ນ​ຈາກ​​ເປັນ​ອາ​ສາ​ສະ​ຫ​ມັກ​​ສູນໜອງບົວຄຳ ມາ​ຈາກ​ປີ 2020 ໂດຍ​ທີ່​ເຮັດ​ວຽກ​ຮ່ວມ​ກັບ​ຜູ້​ສູງ​ອາ​ຍຸ ແລະ ຊາວຫມຸ່ມ
  2. ໄດ້ສະໝັກເຂົ້າຮ່ວມເປັນອາສາກັບສະມາຄົມຮ່ວມໃຈທຳ ໃນຊ່ວງໜຶ່ງ ເພື່ອລະດົມທຶນຊ່ວຍເຫລືອ ພີ່ນ້ອງພາກໃຕ້ທີ່ປະສົມໄພພິບັດເຂື່ອນແຕກ.
  3. ໄດ້ເຂົ້າຮ່ວມກິດຈະກຳນຳ Zero Waste Laos ເພື່ອຮຽນຮູ້ປົກປັກຮັກສິ່ງແວດລ້ອມ ພາຍໃຕ້ການເປັນອາສາຂອງນ້ຳເທີນ2
  4. ໄດ້ເຊັນສັນຍາເປັນອາສາສະໝັກຂອງສະມາຄົມນ້ຳໃຈຊາວບ້ານ1ປີ ໂດຍການ ໄປຮຽນຮູ້ວຽກງານການເກັບຂໍ້ມູນເສດຖະກິດສັງຄົມ 4 ແຂວງພາກເໜືອ ຮ່ວມກັບຜູ້ອຳນວຍການສະມາຄົມ ແລະ ອຳນວຍການສະອາຄົມນ້ຳໃຈຊາວບ້ານ ໄດ້ຖ່າຍທອດຄວາມຮູ້ ແລະ ການເຮັດວຽກກັບສັງຄົມ ໃນພື່ນທີ່ພາກເໜືອ ຂອງລາວ

ຈຸດ​ເລີ່ມ​ຕົ້ນ​ໃນ​​ດ້ານ​ເປັນ​ອາ​ສາ​ສະ​ຫມັກ​ຂອງ​ຂ້ອຍ​ແມ່ນ​ເພື່ອ​ຢາກ​ພັດ​ທະ​ນາ​ທັກ​ສະ​ຕົນ​ເອງ​ໃນ​ດ້າ​ນ​ການ​ສື່​ສານ,ການ​ເຮັດ​ວຽກ​ເປັນ​ທີມ,ການ​ປະ​ສານ​ງານ ແລະ ຊ່ວຍ​ເຫລືອ​ສັງ​ຄົມ. ຫລັງ​ຈາກ​ທີ່​ຂ້ອຍ​ໄດ້​ມາ​ເປັນ​ອາ​ສາ​ສະ​ຫມັກ​ຢູ່​ສະ​ມາ​ຄົມ​ນ້ຳ​ໃຈ​ຊາວ​ບ້ານ​ແລ້ວ​ເຊີ່ງ​ຂ້ອຍເອງ​ໄດ້​ເຮັດ​ຫນ້າ​ທີ່​ຫລັກ​ໃນ​ການ​ເຮັດ​ວຽກ​ຮ່ວມ​ກັບ​ຜູ້​ສູງ​ອາ​ຍຸ​ໃນ​ເຂດ​ພູ​ພຽງ​ນາ​ກາຍ,​ແຂວງ ຄຳ​ມ່ວນ  ກິດ​ຈະ​ກຳ​ຫລັກ​ທີ່​ຂ້ອຍ​ໄດ້​ເຮັດ​ແມ່ນ​ການ​ລົງ​ໄປ​ຢ້ຽມ​ຢາມ​ຜູ້​ສູງ​ອາ​ຍຸ,ໂອ​້​ລົ​ມ​ວິ​ຖີໃຊ້​ຊີ​ວິດ​​ປະ​ຈ​ຳ​ວັນການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ ບັນ​ຫາ​ທີ່​ເຂົາ​ໄດ້​ພົບ​ພໍ້ ແ​ລະ ສີ່ງ​ທີ່​ເຂົາ​ຢາກ​ສື່​ອອກ​ມາ ຫລື ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ເຮົາ.

ບໍ່​ພຽງ​ແຕ່​ເທົ່າ​ນັ້ນ​ໃນ​ການ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ຜູ້​ອາ​ຍຸ​ສູງ​ຂ້ອຍ​ໄດ້​ຮູ້​ແນວ​ຄວາມ​ຄິດ,ຊີ​ວິດ​ການ​ເປັນ​ຢູ່,ຮັບ​ຮູ້​ເຖີງ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ຕ້ອງ​ໄດ້​ຟັງ​ສຽງ​ຂອງ​ເຂົາ ແລະ ຄວາມ​ຮູ້​ສຶກ​ທີ່​ເຂົາ​​ສື່​ສານ​ອອກ​ມາເຮັດ​ໃຫ້​ເຮົາ​ຮູ້​ວ່າ​ເຮົາ​ຈະ​​ເຮັດ​ວຽກ​ຮ່ວມ​ກັບ​ເຂົາ​ ແລະ ​ໂອ້​ລົມ​ໃຫ້​ກຳ​ລັງ​ໃຈ​ຊ່ວຍ​ເຫລືອ​ເພີ່ນ​ແນວ​ໃດ​ໃນ​ສີ່ງ​ທີ່​ພວກ​ເຂົາ​ໄດ້​ພົບ​ພໍ້​ມາ ແລະ ເຂົ້າຮ່ວມກິດຈະກຳ ທີ່ນ້ຳເທີນໄດ້ຈັດຮ່ວມກັບອາສາສູນໜອງບົບຄຳ. ​ຕະ​ຫລອ​ດ​ໄລ​ຍະ​ຜ່ານ​ມາ​ການ​ເປັນ​ອາ​ສາ​ສະ​ຫມັກ​ຂອງ​ຂ້ອຍ​ໄດ້​ຮຽນ​ຮູ້​ຫລາຍ​ຢ່າງ​ໂດຍ​ສະ​ເພາະ​ການ​ເຮັດ​ວຽກ​ຮ່ວມ​ກັບ​ຜູ້​ສູງ​ອາ​ຍຸ​ໃນ​ຫລາຍໆ​ຂົງ​ເຂດ​ທີ່​ຢູ່​ໃນ​ຊົນ​ນະ​ບົດ​ໃນ ສ​ປ​ປ ລາວ ​ທີ່​ຍັງ​ບໍ່​ທັນ​ເຂົ້າ​ເຖີງ​ຂໍ້​ມູນ​ຂ່າວ​ສານ,ສິດ​ທິ​ພື້ນ​ຖານໃນ​ຫລາຍໆ​ດ້ານ ແລະ ເຮັດ​ໃຫ້​ໂຕ​ຂ້ອຍ​ເອງໄດ້​ພັດ​ທະ​ນາ Soft skills  ໃນ​ຫລາຍໆ​ດ້ານ,ພາຍ​ຫລັງ​​ການ​ເປັນ​ອາ​ສາ​ສະ​ຫມັກຈົນ​ໄດ້​ຮັບ​ໂອ​ກາດ​ມາ​ເປັນ​ພະ​ນັກ​ງານ​ຂອງ​ສະ​ມາ​ຄົມ​ນ້ຳ​ໃຈ​ຊາວ​ບ້ານ ແລະ ໄດ້ເສັງ ແລະຖືກຄັດເລືອກເຊັນສັນຍາເປັນຄູ່ຮ່ວມຈັດຕັ້ງປະຕິບັດ ເປັນຄູເຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳໃຫ້ແກ່ກຸ່ມເປົ້າໝາຍ ຮອດ​ປະ​ຈຸ​ບັນ.

ຮູບພາບການປະຕິບັດກິດຈະກຳຕ່າງໆ

ອາສາສະໝັກນ້ຳເທີນ

ເຂົ້າຮ່ວມກິດຈະກຳ Zero Waste Laos ເພື່ອເປັນກະບອກສຽງໜຶ່ງໃນການຮັກສາສິ່່ງແວດລ້ອມ

ເຂົ້າຮ່ວມກິດຈະເປັນກຳອາສາສສະໝັກຮ່ວມໃຈທຳ ລະດົມທຶນຊ່ວຍເຫລືອພີ່ນ້ອງພາກໃຕ້ໃນຊ່ວງເຂື່ອນແຕກ

ເຂົ້າເປັນອາສາສະໝັກສະມາຄົມນໍ້າໃຈຊາວບ້ານ

ໃນປະຈຸບັນໄດ້ເປັນພະນັກງານສະມາຄົມນໍ້າໃຈຊາວບ້ານ
ໂດຍຮັບຜິດຊອບ ຜູ້ປະສານງານໂຄງການ ຫົວໜ້າທີມເຄື່ອຄ່າຍສັງຄົມ

ເປັນຄູ່ຮ່ວມຈັດຕັ້ງປະຕິບັດ ເປັນຄູເຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳໃຫ້ແກ່ກຸ່ມເປົ້າໝາຍ