ໝວດ: ຄວາມສຸກ.

ປະເພດ: ແບບຝຶກຫັດ.

ເວລາ: 10 ນາທີ.

ການໝູນໃຊ້: ການປະເມີນຕົວເອງ, ການໂຄ້ຊ, ການຝຶກອົບຮົມ.

 

ບົດຮຽນການໝູນໃຊ້ຈາກ: ພັນຖິ່ນ.

 

 

 

 

ເລື່ອງຕະຫຼົກ 3 ເລື່ອງ

ການໃຫ້ຜູ້ເຂົ້າຮ່ວມກິດຈະກຳໄດ້ຂຽນເລື່ອງຕະຫຼົກ 3 ເລື່ອງທີ່ເກີດຂຶ້ນກັບຕົວເອງ ອາດຈະເປັນພາຍໃນມື້ນັ້ນ ຫຼື ພາຍໃນຊ່ວງເວລາໃດໜຶ່ງ ແລະ ໃຫ້ອະທິບາຍໃຫ້ຜູ້ອື່ນຟັງວ່າເລື່ອງນັ້ນເກີດຂຶ້ນໄດ້ແນວໃດ. ຖ້າເຮັດແບບນີ້ຢູ່ເປັນປະຈຳ ຈະຊ່ວຍໃຫ້ຄົນເຮົາເລີ່ມເຫັນຄວາມສຳຄັນຂອງເລື່ອງສະໜຸກສະໜານ ມ່ວນຊື່ນ ຫຼາຍກວ່າການຄິດພໍ້ແຕ່ບັນຫາ ຄວາມຫຍຸ້ງຍາກທີ່ລົບກວນຄວາມຄິດຂອງເຮົາຢູ່ຕະຫຼອດເວລາ. ການເຮັດແບບນີ້ຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ມີຊີວິດຊີວາກັບເລື່ອງມ່ວນຊື່ນທີ່ຜ່ານມາໃນອະດີດ ເຊິ່ງຈະເຮັດໃຫ້ເກີດປະສົບການໃນທາງທີ່ດີຕາມມາ.

ເປົ້າໝາຍຂອງກິດຈະກຳ: ເພື່ອກະຕຸ້ນອາລົມທາງບວກ ໂດຍການສັງເກດອາລົມສະໜຸກສະໜານ ມ່ວນຊື່ນຂອງຕົວເອງ.

ຄຳແນະນຳ:

·       ການບັນທຶກເລື່ອງຕະຫຼັກ ສະໜຸກສະໜານ ມ່ວນຊື່ນ ອາດຈະເຮັດໃຫ້ເຮົາປັບປ່ຽມວິທີການເບິ່ງຂອງເຮົາໄດ້ໃນໄລຍະຍາວ ເຊິ່ງອາດຈະເຮັດໃຫ້ເຮົາເປັນຄົນທີ່ຫົວໄດ້ງ່າຍ ແລະ ເປີດໃຈຮັບກັບຄວາມມ່ວນຊື່ນໃນແຕ່ລະມື້ໄດ້.

·       ໃນຂັ້ນຕອນທີ່ບອກເຫດຜົນວ່າ ເລື່ອງຕະຫຼັກນັ້ນເກີດຂຶ້ນໄດ້ແນວໃດ (ຂັ້ທີ 3) ອາດຈະຍາກແດ່ໃນຊ່ວງເລີ່ມຕົ້ນ, ໃຫ້ຊ້ວນຊູເອົາຜູ້ເຂົ້າຮ່ວມ ແລະ ບອກວ່າ ສິ່ງນີ້ຈະເລີ້ມງ່າຍຂຶ້ນໃນສັບດາຕໍ່ໆ ໄປ.

ການຈົດບັນທຶກໄວ້ມີປະໂຫຍດຫຼາຍ ເພາະສາມາດເບິ່ງຄືນໄດ້ ອາດຈະຊ່ວຍໃຫ້ອາລົມດີຂຶ້ນຢາມພົບພໍ້ກັບຄວາມຫຍຸ້ງຍາກຂອງຊີວິດ.

ກິດຈະກຳ ເລື່ອງຕະຫຼົກ 3 ເລື່ອງ

ຄຳແນະນຳ:

ແບບຝຶກຫັດນີ້ຈະເຊີນຊວນໃຫ້ທ່ານໄດ້ບັນທຶກເລື່ອງຕະຫຼົກທີ່ເກີດຂຶ້ນກັບທ່ານ ຫຼື ກັບຜູ້ອື່ນ ພາຍໃນມື້ນີ້ ແລະ ໃຫ້ເບິ່ງວ່າເຫດການນັ້ນເກີດຂຶ້ນໄດ້ແນວໃດ. ການຂຽນແບບນີ້ ຈະຊ່ວຍໃຫ້ທ່ານໄດ້ເຫັນສິ່ງດີໆ ມຸມບວກ ໃນຊີວິດຂອງທ່ານ, ເຮັດໃຫ້ທ່ານມີຄວາມສຸກໄດ້ງ່າຍຂຶ້ນ ຈາກເລື່ອງທີ່ໃກ້ຕົນເອງ ແລະ ສົ່ງຜົນຕໍ່ສຸຂະພາບຊີວິດໃນໄລຍະຍາວ. ຂໍເຊີນຊວນໃຫ້ທ່ານໄດ້ເຮັດທຸກມື້ (ອາດຈະເປັນຕອນແລງ ກ່ອນນອນ, ໃຊ້ເວລາບໍ່ກາຍ 10 ນາທີ) ຈະເປັນການດີຫຼາຍ.

 

ຂັ້ນທີ 1: ທວນຄືນວ່າມີເລື່ອງຕະຫຼົກເລື່ອງຫຍັງແດ່ເກີດຂຶ້ນໃນວັນນີ້.

ທວນຄືນວ່າໃນມື້ນີ້ ມີເລື່ອງຕະຫຼົກທີ່ທ່ານໄດ້ຍິນ, ໄດ້ເຫັນ, ໄດ້ເຮັດ ຫຼື ມີສ່ວນຮ່ວມໃນເຫດການ, ໃຫ້ລະບຸມາ 3 ເລື່ອງ. ເຮັດແນວນີ້ ຈະຊ່ວຍໃຫ້ເຮົາໄດ້ທວນຄວາມຈື່ຈຳ ແລະ ເຂົ້າເຖິງຄວາມຮູ້ສຶກໃນທາງບວກຂອງຕົວເອງ.

 

ຂັ້ນທີ 2: ຈົດບັນທຶກເລື່ອງຕະຫຼົກ 3 ເລື່ອງ.

ຈົດບັນທຶກລົງໃນປື້ມຈົດ ໃຊ້ພາສາທີ່ທ່ານອ່ານແລ້ວເຂົ້າໃຈງ່າຍ ບໍ່ຕ້ອງສົນໃຈເລື່ອງຫຼັກໄວຍາກອນ. ເລື່ອງທີ່ຈົດ ປະກອບດ້ວຍ ຊື່ເລື່ອງ, ເຫດການທີ່ເກີດຂຶ້ນ ແລະ ສິ່ງທີ່ເຮັດໃຫ້ທ່ານຕະຫຼົກທີ່ສຸດ.

ຕົວຢ່າງ: ຂ້ອຍພິມຜິດໃນພາວເວີ້ພ້ອຍນຳສະເໜີງານ, ພໍອ່ານໄປ ກໍ່ຫົວໄປນຳ ຫົວຈົນບໍ່ສາມາດນຳສະເໜີຕໍ່ໄປໄດ້ ຈົນຕ້ອງໄດ້ຢຸດການນຳສະເໜີ ແລະ ໃຫ້ຄົນອື່ນຂຶ້ນໄປນຳສະເໜີແທນ.

 

ຂັ້ນທີ 3: ບອກເຫດຜົນວ່າແຕ່ລະເລື່ອງເກີດຂຶ້ນໄດ້ແນວໃດ.

 

ຂຽນອະທິບາຍວ່າ ເຫດການທີ່ຂຽນມາເກີດຂຶ້ນໄດ້ແນວໃດ, ເກີດຈາກສາເຫດໃດ, ທ່ານເປັນສາເຫດໃຫ້ເກີດເຫດການນັ້ນຫຼືບໍ.