ຝຶກອົບຮົມການເຮັດນໍ້າຈຸລິນຊີໜໍ່ກ້ວຍ ແລະ ເຮັດຝຸ່ນບົ່ມຊີວະພາບ

ໃນລະຫວ່າງວັນທີ 23-26 ສິງຫາ 2022 ທີ່ຜ່ານມານີ້ ສະມາຄົມຮ່ວມໃຈອາສາສະໝັກ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີໄດ້ຈັດຝຶກອົບຮົມການເຮັດນໍາຈຸລິນຊີໜໍ່ກ້ວຍ ແລະ ເຮັດຝຸ່ນບົ່ມຊີວະພາບເພື່ອຮັບໃຊ້ເຂົ້າໃນການປູກໝາກເດື່ອຍ ແລະ ປູຜັກໃນເຮືອນຮົ່ມ ໃຫ້ກັບໄວໜຸ່ມກຸ່ມຈໍານວນ 10 ຄົນ ຈາກ 5 ບ້ານເປົ້າໝາຍຂອງເມືອງຫົງສາ ແຂວງ ໄຊຍະບູລີ ພາຍໃຕ້ການສະໜັບສະໜູນຂອງແຜນງານ CISAC-19.