ໝວດ: ການສື່ສານ.

ປະເພດ: ຂະບວນການ.

ເວລາ: ຂະບວນການຕໍ່ເນື່ອງ.

ການໝຸນໃຊ້: ໃຊ້ໃນຊີວິດປະຈຳວັນ.

 

ບົດຮຽນການໝຸນໃຊ້ໂດຍ: E Zone A.

 

 

 

ການໃຫ້ຄວາມສຸກກ່ອນໃຫ້ຄວາມຮູ້

ສິ່ງທີ່ພົບພໍ້ຫຼາຍທີ່ສຸດເວລາການເປັນຜູ້ອຳນວຍຄວາມສະດວກແມ່ນຄວາມແຕກຕ່າງຂອງຜູ້ເຂົ້າຮ່ວມເຊິ່ງເປັນສິ່ງທີ່ຜູ້ອຳນວຍຄວາມສະດວກຕ້ອງໄດ້ຄິດຢູ່ຕະຫຼອດໃນການສ້າງພື້ນທີ່ໃຫ້ທຸກຄົນໄດ້ສະແດງອອກຢ່າເໝາະສົມ ແລະ ເຮັດໃຫ້ເຂົາເຈົ້າຮູ້ສຶກປອດໄພເພາະຫຼາຍຄົນທີ່ເຂົ້າມາແລກປ່ຽນແມ່ນບໍ່ກ້າເວົ້າບໍ່ກ້າສະແດງອອກສາເຫດຍ້ອນອາຍໜູ່, ເວົ້າບໍ່ແຈ້ງ, ເວົ້າບໍ່ຮູ້ເລື່ອງ, ຢ້ານເວົ້າຜິດ ແລະ ອີກຫຼາຍໆເຫດຜົນທີ່ເຮັດໃຫ້ເຂົາເຈົ້າບໍ່ກ້າອອກມາຈາກພື້ນທີ່ປອດໄພຂອງຕົນເອງ ສະນັ້ນ, ການໃຫ້ຄວາມສຸກກ່ອນໃຫ້ຄວາມຮູ້ເປັນສິ່ງສຳຄັນຫລາຍທີ່ຈະເຮັດໃຫ້ທຸກຄົນໄດ້ສະແດງອອກໃນແບບທີ່ຕົນເອງມັກ, ຖະໜັດ ແລະ ຮູ້ສຶກປອດໄພເພາະເປັນການໃຫ້ໂອກາດຄົນໃນການສະແດງອອກ.

ເປົ້າໝາຍ: ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມໃນກິດຈະກຳຕ່າງໆ ໄດ້ມີສ່ວນຮ່ວມຫຼາຍທີ່ສຸດ ກ້າທີ່ຈະສະແດງອອກ ແລະ ພ້ອມທີ່ຈະແລກປ່ຽນຮຽນຮູ້.

ຄຳແນະນຳ:

·         ຈຸດເລີ່ມຕົ້ນແມ່ນເລີ່ມຈາກການສັງເກດຂອງຜູ້ອຳນວຍຄວາມສະດວກໃນການຮຽນຮູ້ເຫັນໄດ້ພືດຕິກຳຕອບສະໜອງເປັນແບບໃດ

 

·         ການນຳໃຊ້ກິດຈະກຳຕ່າງຕ່າງຄວນຄຳນືງເຖິງຜູ້ເຂົ້າຮ່ວມທັງໝົດເຊັ່ນ: ຮ່າງງກາຍ, ສະພາບທາງເພດ ແລະອື່ນໆ.

ຂະບວນການ ໃນການອຳນວຍຄວາມສະດວກໃນການຮຽນຮູ້ໂດຍໃຊ້ເທັກນິກການໃຫ້ຄວາມສຸກກ່ອນໃຫ້ຄວາມຮູ້

ຂະບວນການແມ່ນໃຫ້ຄວາມສຸກກ່ອນໃຫ້ຄວາມຮູ້ແມ່ນວິທີການອຳນວຍຄວາມສະດວກທີ່ສ້າງໃຫ້ຜູ້ເຂົ້າຮ່ວມໄດ້ປະຕິບັດກິດຈະກຳ/ຫຼີ້ນເກມມ່ວນຊື່ນ ເຊິ່ງເປັນການເປີດໂອກາດໃຫ້ທຸກຄົນໄດ້ສະແດງອອກ, ໄດ້ເວົ້າ, ໄດ້ປະຕິບັດ, ໄດ້ຜ່ອນຄາຍ.

1)    ການນຳໃຊ້ເກມມ່ວນຊື່ນກ່ອນເຂົ້້າສູ່ຂະວນການຮຽນຮູ້ອື່ນອື່ນເປັນສິ່ງສຳຄັນຫຼາຍເພາະເປັນການກະຕຸ້ນ, ສ້າງຄວາມພ້ອມ, ເຮັດໃຫ້ຮູ້ສຶກປອດໄພ, ມີຄວາມສະໜິດກັບໝູ່ເພື່ອນ ແຕ່ກິດຈະກຳ/ເກມທີ່ນຳມາໃຊ້ ຄວນຄຳນຶງເຖິງຜູ້ທີ່ມີຄວາມບົກຜ່ອງທາງຮ່າງກາຍ ຕົວຢ່າງມີຜູ້ພິການມືເຮົາຄວນອອກແບບກິດຈະກຳທີ່ໃຊ້ຮ່າງກາຍສ່ວນອື່ນທີ່ບໍ່ເປັນອຸປະສັກຕໍ່ຜູ້ເຂົ້າຮ່ວມ ແລະ ບໍ່ສ້າງຄວາມໜ້າອາຍໃຫ້ກັບເຂົາເຈົ້າ ຫຼື ອາຈະຖາມຜູ້ເຂົ້າຮ່ວມນະຕອນນັ້ນເລີຍເພື່ອໃຫ້ທຸກຄົນໄດ້ມີສ່ວນຮ່ວມນຳກັນ

2)    ທິດສະດີໜ້ອຍ ປະຕິບັດຕົວຈິງຫຼາຍເຊັ່ນກິດຈະກຳນຳເຂົ້າສູ່ບົດຮຽນ ນຳພາຫຼີ້ນກິດຈະກຳທີ່ສື່ເຖິງບົດຮຽນ

3)    ໃຊ້ຄຳຖາມເປີດ ໃນການແລກປ່ຽນຜ່ານການຫຼີ້ນກິດຈະກຳ

 

4)    ເອົາໃຈໃສ່ພິເສດສຳລັບຜູ້ທີ່ອາຍ, ບໍ່ກ້າເວົ້າ, ບໍ່ກ້າສະແດງອອກ ຜູ້ອຳນວຍຄວາມສະດວກຄວນໃຊ້ເວລາພັກຜ່ອນເຂົ້າຫາເພື່ອສ້າງຄວາມສະໜິດສະໜົມ, ສ້າງຄວາມໝັ້ນໃຈໃຫ້ກັບເຂົາເຈົ້າ ແລະ ຕ້ອງແບ່ງກຸ່ມຍ່ອຍທີ່ທຸກຄົນໄດ້ເວົ້າ ຫຼືກິດຈະກຳທີ່ທຸກຄົນໄດ້ປະກອບສ່ວນ.  ວິທີສັງເກດຜູ້ເຂົ້າຮ່ວມກຸ່ມນີ້ສ່ວນຫຼາຍຈະມິດເວລາຕັ້ງຄຳຖາມ, ບໍ່ກ້າສົບຕາກັບຜູ້ອໍານວຍຄວາມສະດວກ, ໂຍນຄໍາຖາມໃຫ້ບໍ່ກ້າຕອບ ຫຼືຕອບແບບນ້ຳສຽງສັ່ນບໍ່ໝັ້ນໃຈ ຫຼືບາງຄັ້ງເວົ້າຄ່ອຍເກີນໄປ.