ໝວດ: ການສື່ສານ.

ປະເພດ: ແບບຝຶກຫັດ.

ເວລາ: 30-60 ນາທີ.

ການໝູນໃຊ້: ການຝຶກອົບຮົມ.

 

ບົດຮຽນການໝູນໃຊ້ຈາກ: ພັນຖິ່ນ.

 

 

 

 

 

 

 

 

ການຟັງແບບເອົາໃຈໃສ່

ສິ່ງທ້າທາຍທີ່ພົບພໍ້ໃນເວລາຮັບສະໜັກຫຼືຄັດເລືອກເອົາກຸ່ມເປົ້າໝາຍມາຝຶກອົບຮົມວິຊາຊີບທີ່ສູນພັດທະນາແມ່ຍິງພິການລາວ ເຫັນໄດ້ວ່າ ເຫດຜົນທີ່ຜູ້ມີຄວາມພິການເອງບໍ່ຢາກອອກຈາກບ້ານເພື່ອໄປພົບປະຜູ້ຄົນ ໝູ່ເພື່ອນ ພີ່ນ້ອງ ບ້ານໃກ້ເຮືອນຄຽງ ບໍ່ຢາກອອກໄປຮຽນຮູ້ເມື່ອມີໂອກາດ ຍ້ອນວ່ໂດຍທົ່ວໄປແລ້ວ ການທີ່ຄົນຜູ້ໜຶ່ງ ມາຫາເຮົາ ເພື່ອຈະເລົ່າເລື່ອງທີ່ເຂົາເຈົ້າຄິດວ່າ ເຮົາເຂົ້າໃຈ ຍ້ອນເຮົາເປັນຜູ້ຟັງທີ່ດີ ແລະ ເລົ່າແລ້ວເຂົາເຈົ້າຮູ້ສຶກສະບາຍໃຈ, ທີ່ສຳຄັນສຸດ ແມ່ນເຮັດໃຫ້ເຂົາເຈົ້າເຂົ້າໃຈຕົວເອງຫຼາຍຂຶ້ນ. ດັ່ງນັ້ນ ການຟັງແບບເອົາໃຈໃສ່ ຈຶງເປັນເລື່ອງທີ່ສຳຄັນ ທີ່ຈະນຳໄປສູ່ສາຍສຳພັນທີ່ດີຂອງເຮົາກັບຜູ້ອື່ນ. ການເອົາໃຈໃສ່ ແມ່ນ ການຕອບສະໜອງທີ່ສະເພາະເຈາະຈົງ, ທັນທີ ໃນຊ່ວງເວລາທີ່ເຫດການໃດໜຶ່ງກຳລັງເກີດຂຶ້ນ[1]. ການທີ່ເຮົາຟັງແບບເອົາໃຈໃສ່ ຈະເຮັດໃຫ້ຄູ່ສົນທະນາຂອງເຮົາຮັບຮູ້ເຖິງຄວາມຕັ້ງໃຈໃນການຟັງ, ການຈື່ຈຳໄດ້ໃນລາຍລະອຽດ ແລະ ການຍອມຮັບແບບບໍ່ຕັດສິນ ເຊິ່ງການຮັບຮູ້ສິ່ງທີ່ວ່າມາ ແມ່ນເຮັດໃຫ້ຄູ່ສົນທະນາເກີດຄວາມຮູ້ສຶກວ່າໄດ້ຮັບການເອົາໃຈໃສ່ ແລະ ປອດໄພໃນການສົນທະນາ.

ເປົ້າໝາຍຂອງກິດຈະກຳ: ຝຶກການໝູນໃຊ້ 3 ອົງປະກອບໃນການຟັງແບບເອົາໃຈໃສ່ ແມ່ນ ຈັງຫວະການລໍຖ້າ, ການແປຄວາມໝາຍໃຫ້ແຈ່ມແຈ້ງຂຶ້ນ[2] ແລະ ການສະທ້ອນຄືນຄວາມຮູ້ສຶກ.

ຄຳແນະນຳ:

·       ການຟັງແບບເອົາໃຈໃສ່ ອາດຈະບໍ່ແມ່ນທັກສະທີ່ຕາຍຕົວ ບໍ່ແມ່ນເລື່ອງທີ່ຈະຕ້ອງເຮັດແບບນີ້ ແລະ ໄດ້ຜົນແບບນັ້ນສະເໝີໄປ ແຕ່ການຟັງແບບເອົາໃຈໃສ່ ແມ່ນການສະແດງອອກທີ່ແທດເໝາະເພື່ອຮັບມືກັບສະຖານະການໃນຂະນະນັ້ນ. ກິດຈະກຳນີ້ຈະຊ່ວຍໃຫ້ເຮົາເກີດຄວາມລຶ້ງເຄີຍກັບແນວຄວາມຄິດຂອງການຟັງແບບເອົາໃຈໃສ່ ແລະ ຊ່ວຍໃຫ້ເຮົາໄດ້ຮຽນຮູ້ທັກສະທີ່ຈຳເປັນ ເຊິ່ງໃນການເຮັດກິດຈະກຳ ສາມາດສະທ້ອນຄືນການຮຽນຮູ້ເປັນແຕ່ລະໄລຍະກໍ່ໄດ້, ໃນກຸ່ມນ້ອຍ ຫຼື ກຸ່ມໃຫຍ່ກໍ່ໄດ້, ຂຶ້ນຢູ່ກັບຂະໜາດຂອງກຸ່ມ ແລະ ເວລາທີ່ມີຢູ່.

·       ຄຳຖາມທີ່ເປັນຫົວໃຈສຳຄັນຂອງການຟັງແບບເອົາໃຈໃສ່ ແມ່ນ ຜູ້ຟັງທີ່ມີປະສິດທິຜົນ ເຂົາເຈົ້າເຮັດແນວໃດ ຈຶ່ງສາມາດຟັງ ແລະ ເຂົ້າໃຈຜູ້ເວົ້າ?”. ແລະ ເພື່ອໃຫ້ເຂົ້າໃຈກ່ຽວກັບແນວຄິດການຟັງແບບເອົາໃຈໃສ່ເພີ່ມຂຶ້ນ ຄວນໃຊ້ຄຳຖາມຕໍ່ໄປນີ້ໃນການສົນທະນາເພີ່ມຕື່ມ:

o   ຜູ້ເວົ້າ ຮູ້ໄດ້ແນວໃດ ວ່າມີ ຜູ້ຟັງທີ່ເຂົ້າໃຈຢູ່?

o   ຜູ້ເວົ້າ ຮູ້ສຶກແນວໃດແດ່ ຢາມທີ່ຜູ້ຟັງບໍ່ເຂົ້າໃຈ ຫຼື ເຂົ້າໃຈຜິດ?

o   ການທີ່ ຜູ້ຟັງ ເຂົ້າໃຈ ຜູ້ເວົ້າ ສົ່ງເສີມໃຫ້ເກີດການຟັງແບບເອົາໃຈໃສ່ແນວໃດ?

ການສົນທະນາກັບຜູ້ຟັງທີ່ເອົາໃຈໃສ່ ເຮັດໃຫ້ເກີດຄວາມເຂົ້າໃຈຕົນເອງໄດ້ແນວໃດ?

____________________________________________

[1] Bohart, A., Humphrey, A., Magallanes, M., Guzman, R., Smiljanich, K., & Aguallo, S. (1993). Emphasizing the future in empathy responses. Journal of Humanistic Psychology, 33, 12-29.

[2] paraphrase.

ກິດຈະກຳ ການຟັງແບບເອົາໃຈໃສ່

ຄຳແນະນຳ:

ກ່ອນທີ່ຈະເລີ່ມກິດຈະກຳ ໃຫ້ອະທິບາຍວ່າ ການຟັງແບບເອົາໃຈໃສ່ແມ່ນຫຍັງ ໂດຍລະບຸອົງປະກອບຕ່າງໆ ຕໍ່ໄປນີ້.

·       ໃຫ້ຮັກສາຂໍ້ສະເໜີແນະ ແລະ ຄວາມເຫັນ ເປັນຂອງຕົນເອງ.

·       ການຢຸດຊົ່ວຄາວ.

·       ການທວນຄືນຄຳເວົ້້າຫຼັກທີ່ສຳຄັນ.

·       ການໃຫ້ຄວາມສຳຄັນກັບ ຜູ້ເວົ້າ”.

·       ພິຈາລະນາວິທີການເບິ່ງ[1]ຂອງ ຜູ້ເວົ້າ (ຟັງເພື່ອໃຫ້ເຂົ້າໃຈຢ່າງແທ້ຈິງ).

·       ເບິ່ງຕາຜູ້ເວົ້າຢູ່ສະເໝີ.

·       ໃຊ້ພາສາກາຍໃຫ້ ຜູ້ເວົ້າ ເຫັນວ່າ ຜູ້ຟັງ ກຳລັງຟັງ.

·       ບອກຄວາມຮູ້ສຶກ.

 

ໝາຍເຫດ: ໃຊ້ແບບຟອມ ປະເມີນທັກສະການຟັງ-ໃບມອບວຽກໃນເອກະສານຂັດຕິດ ໃນການຝຶກປະຕິບັດ.

 

ພາກທີ 1: ຝຶກການຢຸດຊົ່ວຄາວ/ລໍຖ້າ.

ຂັ້ນທີ 1: ຈັບກຸ່ມ 3 ຄົນ ເພື່ອໃຫ້ເຮັດບົດບາດສົມມຸດ.

A.   ຜູ້ສັງເກດ: ມີບົດບາດໃນການສັງເກດການສົນທະນາຂອງ ຜູ້ເວົ້າ ແລະ ຜູ້ສຳພາດ, ຈົດບັນທຶກ, ແລະ ໃຫ້ການສະທ້ອນຄືນຢ່າງສ້າງສັນ.

B.   ຜູ້ສຳພາດ.

C.   ຜູ້ເວົ້າ.

ຂັ້ນທີ 2: ອະທິບາຍຂັ້ນຕອນ.

1.    ຜູ້ເວົ້າສະແດງຄວາມຄິດເຫັນຕໍ່ເລື່ອງໃດໜຶ່ງ ໂດຍເວົ້່າວ່າ ບາງສິ່ງບາງຢ່າງທີ່ຂ້ອຍໄດ້ຄິດບໍ່ດົນມານີ້ ກ່ຽວກັບ………”.

2.    ຜູ້ສຳພາດຟັງ ຜູ້ເວົ້າ ເວົ້າຈົບ.

3.    ຖ້າ ຜູ້ເວົ້າ ຍັງງຽບຢູ່ ໃຫ້ ຜູ້ສຳພາດ ທວນຄຳເວົ້າທີ່ ຜູ້ເວົ້າ ໄດ້ເວົ້າມາ.

4.    ຜູ້ສຳພາດຢຸດອີກເທືອໜຶ່ງ ຫຼັງຈາກທີ່ທວນຄຳເວົ້າຈົບ.

5.    ຖ້າ ຜູ້ເວົ້າ ບໍ່ໄດ້ຕອບຫຍັງເລີຍ ໃຫ້ ຜູ້ສຳພາດ ຕັ້ງຄຳຖາມປາຍເປີດ ແລະ ຢຸດອີກເທືອໜຶ່ງ.

6.    ເຮັດຕໍ່ໄປເລື້ອຍໆ ຈົນຄົບເວລາ 1 ນາທີ 30 ວິນາທີ.

 

ຜູ້ສັງເກດການ ໃຫ້ນັບຈຳນວນຄັ້ງທີ່ ຜູ້ສຳພາດ ໄດ້ຢຸດ ແລະ ຢຸດເທືອລະຈັກວິນາທີ, ບັນທຶກໃສ່ແບບຟອມໄວ້. ສະມາຊິກໃນກຸ່ມສະຫຼັບບົດບາດກັນ ເພື່ອໃຫ້ໄດ້ຝຶກ ການຢຸດຊົ່ວຄາວ/ລໍຖ້າ.

 

ຂັ້ນທີ 3: ຖອດຖອນບົດຮຽນຈາກກິດຈະກຳ.

ພາຍຫຼັງກິດຈະກຳ ຜູ້ເຂົ້າຮ່ວມຖອດຖອນບົດຮຽນໂດຍການຕອບຄຳຖາມຕໍ່ໄປນີ້.

·       ເປັນແນວໃແດ່ ສຳລັບຜູ້ສຳພາດ, ຜູ້ເວົ້າ ແລະ ຜູ້່ສັງເກດ?

·       ຈຸດປະສົງຂອງການລໍຖ້າ 3-5 ວິນາທີ ກ່ອນທີ່ຈະເວົ້າ ແມ່ນຫຍັງ?

·       ທ່ານສັງເກດເຫັນຫຍັງແດ່ ກ່ຽວກັບເວລາສະເລ່ຍທີ່ຜູ້ຟັງລໍຖ້າ ກ່ອນທີ່ຈະຕອບ?

·       ຜູ້ເວົ້າ ມີປະຕິກິລິຍາແນວໃດແດ່ ໃນຂະນະທີ່ ຜູ້ຟັງ ລໍຖ້າ.

·       ທ່ານຈະນຳວິທີການຢຸດຊົ່ວຄາວ/ລໍຖ້າ ໄປໃຊ້ແນວໃດແດ່?

 

ພາກທີ 2: ຝຶກການແປຄວາມໝາຍໃຫ້ແຈ່ມແຈ້ງຂຶ້ນ.

ຂັ້ນທີ 1: ທວນຄືນຂໍ້ມູນ ກ່ອນການແປຄວາມໝາຍໃຫ້ແຈ່ມແຈ້ງຂຶ້ນ.

ກ່ອນທີ່ຜູ້ເຂົ້າຮ່ວມຈະຝຶກປະຕິບັດ ໃຫ້ທວນຄືນຂໍ້ມູນກ່ຽວກັບການແປຄວາມໝາຍໃຫ້ແຈ່ມແຈ້ງກັບຜູ້ເຂົ້າຮ່ວມກ່ອນ. ການແປຄວາມໝາຍໃຫ້ແຈ່ມແຈ້ງ ແມ່ນ ການໃຊ້ຖ້ອຍຄຳໃໝ່ ເຊິ່ງມາຈາກຄວາມຄິດຂອງຜູ້ອື່ນ ແລະ/ຫຼື ຄວາມຮູ້ສຶກຂອງຜູ້ອື່ນ. ການແປຄວາມໝາຍໃຫ້ແຈ່ມແຈ້ງ ຊ່ວຍໃຫ້ຜູ້ເວົ້າ ໄດ້ຮູ້ວ່າ;

·       ຂ້ອຍຟັງເຈົ້າຢູ່ເດີ້.

·       ຂ້ອຍສົນໃຈໃນສິ່ງທີ່ເຈົ້າກຳລັງເວົ້າ.

·       ຂ້ອຍໃຫ້ຄວາມສຳຄັນກັບສິ່ງທີ່ເຈົ້າກຳລັງເວົ້າ.

·       ຂ້ອຍກຳລັງພະຍາຍາມເຂົ້າໃຈວ່າມີຫຍັງແດ່ທີ່ສຳຄັນກັບເຈົ້າ.

 

ເຮົາຈະແປຄວາມໝາຍຫຍັງແດ່ໃຫ້ແຈ່ມແຈ້ງ?

·       ເນື້ອໃນຂອງຜູ້ເວົ້າ.

·       ການສະແດງຄວາມຮູ້ສຶກອອກມາໃນນ້ຳສຽງ ແລະ ທ່າທາງຂອງຜູ້ເວົ້າ.

·       ທັງເນື້ອໃນ ແລະ ຄວາມຮູ້ສຶກ.

 

ການແປຄວາມໝາຍໃຫ້ແຈ່ມແຈ້ງທີ່ດີ ເປັນແນວໃດ?

·       ເຈາະຈິ້ມລົງໄປໝາກຫົວໃຈຂອງສິ່ງທີ່ເວົ້າອອກມາ.

·       ສັ້ນກວ່າຄວາມເວົ້າຕົ້ນສະບັບ.

·       ເລີ່ມຕົ້ນປະໂຫຍກວ່າ ເຈົ້າ”, ບໍ່ແມ່ນ ຂ້ອຍ.

·       ຈັບເອົາຄວາມຕັ້ງໃຈຂອງຜູ້ເວົ້າ.

·       ບໍ່ແມ່ນການເອົາຄວາມເວົ້າຕົ້ນສະບັບ ມາເວົ້າຄືນ ແຕ່ເປັນການເອົາຄຳເວົ້າທີ່ສຳຄັນທີ່ຢູ່ໃນຄວາມເວົ້ານັ້ນອອກມາ ບໍ່ແມ່ນການເວົ້າໄປແນວໃໝ່.

 

ຖ້າທ່ານເວົ້າຜິດ ຈະເກີດຫຍັງຂຶ້ນ?

ທ່ານບໍ່ຕ້ອງກັງວົນກັບເລື່ອງນັ້ນເລີຍ ຜູ້ເວົ້າ ເຂົ້າໃຈດີວ່າ ທ່ານກຳລັງພະຍາຍາມທຳຄວາມເຂົ້າໃຈເລື່ອງທີ່ທ່ານໄດ້ຍິນຢູ່ ແລະ ຜູ້ເວົ້າຈະໃຫ້ຂໍ້ມູນຕື່ມ ຫຼື ແກ້ໄຂໃຫ້ທ່ານເອງ.

 

ຂັ້ນທີ 2: ຄຳແນະນຳໃນການຝຶກປະຕິບັດ.

1.    ຈັບຄູ່.

2.    ແຕ່ລະຄົນຈະໄດ້ເລົ່າເລື່ອງ ຄົນລະ 1 ນາທີ 30 ວິນາທີ ໃນຫົວຂໍ້ ໃນປັດຈຸບັນ ມີ 3 ຢ່າງ ທີ່ສຳຄັນທີ່ສຸດໃນຊີວິດຂ້ອຍ……

3.    ຜູ້ເວົ້າ ເລີ່ມຕົ້ນເລົ່າເລື່ອງ ແລະ ຜູ້ຟັງກໍ່ຟັງແບບເອົາໃຈໃສ່.

4.    ພາຍຫຼັງທີ່ ຜູ້ເວົ້າ ເລົ່າຈົບລົງ ຜູ້ຟັງ ກໍ່ຈະແປຄວາມໝາຍໃຫ້ແຈ່ມແຈ້ງ ຈາກເລື່ອງທີ່ໄດ້ຍິນ, ໃຫ້ພິຈາລະນາຄຸນນະພາບຂອງການແປຄວາມໝາຍໃຫ້ແຈ່ມແຈ້ງໄປນຳ ວ່າມີຄຸນນະພາບໜ້ອຍ ຫຼາຍສ່ຳໃດ.

5.    ສະຫຼັບບົດບາດກັນ ໃນຮອບທີ 2.

 

ຂັ້ນທີ 3: ຖອດຖອນບົດຮຽນຈາກກິດຈະກຳ.

ໃຊ້ຄຳຖາມຕໍ່ໄປນີ້ ໃນການສົນທະນາ;

·       ທ່ານມີວິທີການແນວໃດ ໃນການແປຄວາມໝາຍເນື້ອໃນໃຫ້ແຈ່ມແຈ້ງ?

·       ຄູ່ສົນທະນາ ສະແດງອາການແນວໃດແດ່ ໃນຂະນະທີ່ທ່ານເລົ່າເລື່ອງ?

·       ມີຫຍັງແດ່ທີ່ທ່ານຈະຈຳໄວ້ ກ່ຽວກັບການແປຄວາມໝາຍໃຫ້ແຈ່ມແຈ້ງ?

·       ມີໂອກາດໃດແດ່ໃນອະນາຄົດ ທີ່ທ່ານຈະສາມາດຝຶກການແປຄວາມໝາຍໃຫ້ແຈ່ມແຈ້ງໄດ້ອີກ?

 

ພາກທີ 3: ການສະທ້ອນຄືນຄວາມຮູ້ສຶກ.

ຂັ້ນທີ 1: ຂໍ້ມູນກ່ຽວກັບການສະທ້ອນຄືນຄວາມຮູ້ສຶກ.

ກ່ອນທີ່ຈະເລີ່ມກິດຈະກຳ ໃຫ້ທ່ານໄດ້ທວນຄືນກັບຜູ້ເຂົ້າຮ່ວມກ່ຽວກັບວິທີການສະທ້ອນຄວາມຮູ້ສຶກ ໂດຍ ຊີ້ໃຫ້ເຫັນວ່າ ການສະທ້ອນຄວາມຮູ້ສຶກ ສາມາດເຮັດໄດ້ 2 ແບບ ແມ່ນການເວົ້້າອອກມາ ແລະ ການສະແດງອອກທາງພາສາກາຍ.

ຕົວຢ່າງການເວົ້າອອກມາ ເຊັ່ນ: ເຈົ້າຮູ້ສຶກຄຽດ, ເຈົ້າຮູ້ສຶກກັງວົນ, ເຈົ້າຮູ້ສຶກຕື່ນເຕັ້ນ ຍ້ອນວ່າ… ເປັນຕົ້ນ.

ຕົວຢ່າງການສະແດງອອກທາງພາສາກາຍ ເຊັ່ນ ທ່າທາງ, ສີໜ້າ, ການຫາຍໃຈ ເປັນຕົ້ນ.

 

ຂັ້ນທີ 2: ຄຳແນະນຳໃນການຝຶກປະຕິບັດ.

ແບ່ງກຸ່ມ 3 ຄົນ ເພື່ອຝຶກປະຕິບັດ 3 ຮອບ ໂດຍກຳນົດຊື່ໃຫ້ສະມາຊິກໃນກຸ່ມເປັນ ກ, ຂ, ຄ.

ຮອບທີ

ກ.

ຂ.

ຄ.

1

ເປັນຜູ້ເວົ້າ.

ເປັນຜູ້ສະທ້ອນຄືນ.

ເປັນຜູ້ສັງເກດ.

2

ເປັນຜູ້ສັງເກດ.

ເປັນຜູ້ເວົ້າ.

ເປັນຜູ້ສະທ້ອນຄືນ.

3

ເປັນຜູ້ສະທ້ອນຄືນ.

ເປັນຜູ້ສັງເກດ.

ເປັນຜູ້ເວົ້າ.

 

ໃຫ້ແຕ່ລະຄົນເລືອກເອົາບົດບາດສົມມຸດ ຄົນລະ 1 ເລື່ອງ.

·       ເລື່ອງ A: ທ່ານກຳລັງຕື່ນເຕັ້ນກັບວຽກໃໝ່ຂອງທ່ານ. ຫົວໜ້າຂອງທ່ານໃຈດີຫຼາຍ ໃຫ້ຄວາມສຳຄັນກັບການເຮັດວຽກຂອງທ່ານ, ຫົວໜ້າມີຄວາມອົດທົນຫຼາຍ ໃນຢາມທີ່ທ່ານກຳລັງຮຽນຮູ້ໃນວຽກໃໝ່ໆ, ທ່ານສາມາດຖາມຄຳຖາມ ໂດຍບໍ່ຮູ້ສຶກວ່າຕົນເອງບໍ່ເກັ່ງ ຫຼື ບໍ່ມີຄວາມສາມາດ, ໝູ່ທີ່ເຮັດວຽກນຳກັນກໍ່ໃຈດີ ມີນ້ຳໃຈ ແລະ ທ່ານຮູ້ສຶກພູມໃຈຫຼາຍທີ່ໄດ້ເຮັດວຽກຢູ່ອົງການນີ້ ແລະ ທ່ານກໍ່ໄດ້ຮຽນຮູ້ຫຼາຍສິ່ງ ຫຼາຍຢ່າງ.

·       ເລື່ອງ B: ທ່ານກຳລັງຄຽດຫຼາຍ ເລື່ອງການບໍລິຫານເວລາ ລະຫວ່າງວຽກປະຈຳ ແລະ ວຽກເສີມ, ທ່ານເຮັດວຽກປະຈຳມາເບິ່ດມື້ ເມື່ອຍຫຼາຍ ແຕ່ກໍ່ຕ້ອງມາເຮັດວຽກເສີມອີກ ຍ້ອນວ່າຄ່າໃຊ້ຈ່າຍໃນຄອບຄົວຄ່ອນຂ້າງຫຼາຍ, ທ່ານຮູ້ສຶກເບິ່ດກຳລັງໃຈ ບໍ່ມີແຮງຈູງໃຈໃນການເຮັດວຽກຄືເກົ່າ, ແຕ່ຢ່າງໃດກໍ່ຕາມ ທ່ານກໍ່ຕ້ອງພະຍາຍາມສຸດຄວາມສາມາດ ຍ້ອນວ່າ ທ່ານມີພາລະຕ້ອງຮັບຜິດຊອບ ແລະ ບໍ່ຢາກເສຍຊື່ສຽງໃນເລື່ອງວຽກງານປະຈຳ.

·       ເລື່ອງ C: ເຈົ້າກຳລັງຮູ້ສຶກອາລົມບໍ່ດີກັບໝູ່ຄົນໜຶ່ງ ລາວບໍ່ໂທລະສັບກັບມາຫາທ່ານເລີຍ ທັ້ງໆ ທີ່ທ່ານກໍ່ໄດ້ຝາກຂໍ້ຄວາມໄວ້ແລ້ວ. ທ່ານພະຍາຍາມຈະພົບກັນອາທິດລະ 1 ມື້ ຍ້ອນວ່າຕ່າງຄົນກໍ່ຕ່າງບໍ່ມີເວລາ ທັ້ງໆ ທີ່ລາວກໍ່ບອກກັບທ່ານຕະຫຼອດວ່າ ລາວໃຫ້ຄວາມສຳຄັນກັບມິດຕະພາບ. ສອງອາທິດທີ່ຜ່ານມານີ້ ລາວມີວຽກຫຼາຍຄັກ ແລະ ບໍ່ສາມາດແບ່ງປັນເວລາໃຫ້ທ່ານໄດ້ເລີຍ ເມື່ອທ່ານເວົ້າເຖິງເລື່ອງນີ້ ລາວກະເວົ້າປັດໆ ໄປ ແລະ ບອກວ່າ ບໍ່ແມ່ນເລື່ອງໃຫຍ່ດອກ ສ່ຳນີ້ນຶງ.

 

ເມື່ອແຕ່ລະຄົນເລືອກເລື່ອງແລ້ວ ກໍ່ອ່ານເພື່ອທຳຄວາມເຂົ້າໃຈບົດບາດສົມມຸດ ຈາກນັ້ນ ກໍ່ໃຫ້ຜູ້ທຳອິດໄດ້ສະແດງບົດບາດສົມມຸດຕາມຄວາມຮູ້ສຶກຂອງຕົວເອງເລີຍ ໂດຍບໍ່ໃຫ້ເວົ້າ ແຕ່ໃຫ້ສະແດງອອກທາງພາສາກາຍ. ຜູ້ສະທ້ອນຄືນ ຈະຕ້ອງພະຍາຍາມບອກໃຫ້ໄດ້ວ່າ ຜູ້ທີ່ເຮັດບົດບາດສົມມຸດນັ້ນ ເຂົາເຈົ້າຮູ້ສຶກແນວໃດ ແລະ ເບິ່ງຈາກສິ່ງໃດ. ຜູ້ສັງເກດການ ຈະບັນທຶກຕົວຢ່າງພາສາຂອງຄວາມຮູ້ສຶກ (ເຊັ່ນ: ໜ້າບູດ ແມ່ນບໍ່ພໍໃຈ, ຍິ້ມແຍ້ມແຈ່ມໃສ ແມ່ນ ມີຄວາມສຸກ ເປັນຕົ້ນ) ທີ່ສັງເກດໄດ້ຈາກການລົມກັນລະຫວ່າງ ຜູ້ສະແດງບົດບາດສົມມຸດ ກັບ ຜູ້ສະທ້ອນຄືນ. ເມື່ອເບິ່ດເວລາທີ່ກຳນົດ ກໍ່ເລີ່ມຮອບຕໍ່ໄປ ພ້ອມກັບສະຫຼັບບົດບາດ.

 

ໃຊ້ເວລາຮອບລະ 3-4 ນາທີ ແລະ ພາຍຫຼັງຈົບຮອບ ກໍ່ເຊີນຜູ້ສັງເກດໄດ້ແລກປ່ຽນສິ່ງທີ່ສັງເກດໄດ້ກັບຜູ້ອື່ນ ກ່ຽວກັບການສະທ້ອນຄືນຄວາມຮູ້ສຶກ.

 

ຂັ້ນທີ 3: ຖອດຖອນບົດຮຽນຈາກກິດຈະກຳໃນກຸ່ມໃຫຍ່.

ຖາມຜູ້ເຂົ້າຮ່ວມວ່າ ໃນແຕ່ລະຮອບມັນເປັນແນວໃດ ແລະ ຜູ້ໃຫ້ການສະທ້ອນຄືນຄວາມຮູ້ສຶກ ໃຫ້ຄວາມໝາຍແນວໃດກັບການສະແດງອອກທາງພາສາກາຍ.

 

 

ເອກະສານຄັດຕິດ ກ: ແບບຟອມບັນທຶກ ຝຶກການຢຸດຊົ່ວຄາວ/ລໍຖ້າ.

 

ຊື່ຜູ້ບັນທຶກ:

ວັນທີບັນທຶກ:

ຄຳເຫັນ:

 

 

 

 

 

 

 

 

ຄັ້ງທີຢຸດ

ໄລຍະເວລາທີ່ຢຸດ (ວິນາທີ)

1

 

2

 

3

 

4

 

5

 

6

 

7

 

8

 

9

 

10

 

 

 

 

ເອກະສານຄັດຕິດ ຂ: ແບບຟອມບັນທຶກ ຝຶກການຟັງ.

 

ຊື່ຜູ້ບັນທຶກ:

ວັນທີບັນທຶກ:

ຄຳເຫັນ:

 

 

 

 

 

 

 

ການຟັງຢ່າງຕັ້ງໃຈ.

ເບິ່ງໜ້າຜູ້ເວົ້າ.

 

ເນີ້ງໄປຂ້າງໜ້າ.

 

ແນມເບິ່ງຕາຜູ້ເວົ້າຢູ່ເລື້ອຍໆ.

 

ງິກຫົວ ແລະ ຍິ້ມ.

 

ບໍ່ລົບກວນຜູ້ເວົ້າ.

 

ກະຕຸ້ນໃຫ້ຜູ້ເວົ້າໄດ້ເວົ້າຕໍ່ໄປ.

 

ຢຸດເຊົາຊົ່ວຄາວ/ລໍຖ້າ.

 

ອື່ນໆ: (ລະບຸ)

 

 

ການຟັງແບບເອົາໃຈໃສ່.

ຖາມຄຳຖາມທີ່ກ່ຽວຂ້ອງ ເພື່ອຊ່ວຍໃຫ້ຜູ້ເວົ້າໄດ້ໃຫ້ລາຍລະອຽດເພີ່ມຕື່ມ.

 

ລະບຸຄວາມຮູ້ສຶກຂອງຜູ້ເວົ້າໄດ້ຢ່າງຖືກຕ້ອງ.

 

ລະບຸຄວາມຮູ້ສຶກຂອງຜູ້ເວົ້າຈາກພາສາຮ່າງກາຍໄດ້.

 

ຢຸດຊົ່ວຄາວ ກ່ອນ/ຫຼັງ ການເວົ້າ.

 

ເມື່ອເກີດຄວາມງຽບ ກໍ່ວາງຕົວຕາມສະບາຍ.

 

ສະແດງອອກໃຫ້ເຫັນວ່າປາດຖະໜາທີ່ຈະເຂົ້າໃຈ.