ໝວດຄວາມສໍາພັນ

ຊື່ເຄື່ອງມື

ຄຳອະທິບາຍຫຍໍ້

ບົດຮຽນຈາກ

ວັນອັບໂຫລດ

ດາວໂຫລດ file

ການເບິ່ງຄົນ ແລະ ຄິດໄປຕາມປະສົບການຂອງເຮົາ ຈະສົ່ງຜົນຕໍ່ພຶດຕິກຳ ຫຼື ການສະແດງອອກຂອງເຮົາຕໍ່ກັບຄົນນັ້ນ, ແຮ່ງເຮົາຄິດລົບກັບຄົນນັ້ນຫຼາຍ ບໍ່ວ່າພຶດຕິກຳຄົນນັ້ນຈະເປັນແນວໃດ ກໍ່ຈະຖືກມອງຈາກເຮົາວ່າເປັນລົບ ແລະ ເຮົາຈະປະຕິເສດໄປໂດຍອັດຕະໂນມັດ ໂດຍສະເພາະກັບຄົນທີ່ມີພຶດຕິກຳຫຍຸ້ງຍາກແດ່. ດັ່ງນັ້ນ ເພື່ອຈະໃຫ້ເຂົ້າໃຈພຶດຕິກຳຂອງຄົນໄດ້ຢ່າງແຈ່ມແຈ້ງ ເຮົາຈຶ່ງໃຊ້ມຸມເບິ່ງຈາກຈຸດແຂງ ເຊິ່ງຈະຊ່ວຍໃຫ້ເຮົາເບິ່ງໄດ້ຫຼາກຫຼາຍມຸມ ຕົວຢ່າງ ເຮົາເຫັນຄົນມັກອອກຄຳສັ່ງ ຖ້າໃຊ້ມຸມເບິ່ງຈາກຈຸດແຂງ ຄົນຜູ້ນັ້ນກໍ່ອາດຈະເປັນຄົນທີ່ມີຄວາມຕັ້ງໃຈແນ່ວແນ່ ກໍ່ມີຄວາມເປັນໄປໄດ້. ຖ້າເຮົາຊອກຫາຈຸດແຂງທີ່ຢູ່ເບື້ອງຫຼັງພຶດຕິກຳຂອງຄົນທີ່ມີຄວາມຫຍຸ້ງຍາກ ຈະເຮັດໃຫ້ເຮົາເລີ້ມເບິ່ງໃນມຸມບວກ ແລະ ສະແດງອອກຢ່າງນຸ່ມນວນ, ຈິງໃຈ ແລະ ຖືກຕ້ອງ ເຮັດໃຫ້ເຮົາມີມຸມມອງທີ່ຢູ່ກັບປັດຈຸບັນ ບໍ່ແມ່ນຄິດໄປເອງ. ການປັບມຸມເບິ່ງນີ້ ສົ່ງຜົນຕໍ່ຄວາມສຳພັນລະຫວ່າງບຸກຄົນໃຫ້ເປັນໄປໃນທາງບວກ ແລະ ເຫັນວ່າພຶດຕິກຳທີ່ຫຍຸ້ງຍາກຂອງຄົນ ອາດຈະເປັນຜົນເກີດຈາກການໃຊ້ຈຸດແຂງທີ່ຫຼາຍເກີນພໍດີ. ໃນອີກດ້ານໜຶ່ງ ພຶດຕິກຳດຽວກັນນີ້ ອາດຈະສົ່ງຜົນດີໃນອີກສະຖານະການໜຶ່ງ ກໍ່ເປັນໄປໄດ້.

ພັນຖິ່ນ

28/3/2022