ໝວດຂອບຄວາມຄິດ

ຊື່ເຄື່ອງມື

ຄຳອະທິບາຍຫຍໍ້

ບົດຮຽນຈາກ

ວັນອັບໂຫລດ

ດາວໂຫລດ file

ໂດຍທົ່ວໄປແລ້ວ ຂອບຄວາມຄິດຈະມີ 2 ແບບ ແມ່ນຂອບຄວາມຄິດແບບຍຶດຕິດ ກັບ ຂອບຄວາມຄິດແບບເຕີບໂຕ. ມີຄວາມເຊື່ອວ່າ ຂອບຄວາມຄິດແບບເຕີບໂຕ ເຮັດໃຫ້ຄົນອຸທິດຕົນເອງເພື່ອສິ່ງໃດສິ່ງໜຶ່ງ ແລະ ເຮັດວຽກໜັກ ເຊິ່ງປັນຍາ ແລະ ພອນສະຫວັນເປັນຈຸດເລີ່ມຕົ້ນ. ການມີຄວາມເຊື່ອແບບນັ້ນ ຈະເຮັດໃຫ້ຄົນປັບປ່ຽນຕົນເອງ ແລະ ຮຽນຮູ້ຢູ່ຕະຫຼອດເວລາ ເຊິ່ງເປັນສ່ວນປະກອບສຳຄັນໃນຄວາມສຳເລັດ. ແຕ່ຢ່າງໃດກໍ່ຕາມ ຕ້ອງມີການແປງຂອບຄວາມຄິດແບບເຕີບໂຕອອກມາເປັນພຶດຕິກຳ ເຊິ່ງນັ້ນໝາຍຄວາມວ່າ ຕົວເຮົາເອງຕ້ອງພ້ອມທີ່ຈະລົ້ມເຫຼວ, ເຮັດຜິດພາດໄດ້, ຢູ່ໃນສະພາບແບບນັ້ນຈົນກວ່າຈະເກີດການຮຽນຮູ້ ແລະ ການປ່ຽນແປງໄປໃນທາງທີ່ເຮົາຄາດຫວັງໄວ້. ໂດຍປົກກະຕິ ສິ່ງທີ່ເຮົາຄາດຫວັງໄວ້ ມັກຈະເປັນເລື່ອງທີ່ເຮັດໃຫ້ເຮົາຍ້ານ ບໍ່ກ້າຕັດສິນໃຈ ບໍ່ກ້າເຮັດ ບໍ່ກ້າຍອມຮັບກັບຜົນທີ່ຈະເກີດຂຶ້ນ. ດັ່ງນັ້ນ ຄວາມສຳເລັດທີ່ເກີດຂຶ້ນຂອງຄົນທີ່ມີແນວຄິດແບບເຕີບໂຕ ຈຶ່ງບໍ່ແມ່ນການຮຽນຮູ້ຢູ່ໃນພື້ນທີ່ປອດໄພ, ຄົນເຫຼົ່ານີ້ ຈະອອກມາຈາກພື້ນທີ່ສະດວກສະບາຍ ເພື່ອຮຽນຮູ້ ໄດ້ທົດລອງເຮັດໃນສິ່ງທີ່ບໍ່ສາມາດເຮັດໄດ້ໃນພື້ນທີ່ສະດວກສະບາຍ ແລະ ພວກເຂົາກໍ່ຕິດໃຈໃນການເຮັດແບບນັ້ນ ແລະ ອອກມາຈາກພື້ນທີ່ສະດວກສະບາຍໂດຍບໍ່ໄດ້ຕັດສິນໃຈຍາກເລີຍ.

ພັນຖິ່ນ

28/3/2022