ໝວດ: ການສື່ສານ.

ປະເພດ: ກິດຈະກຳ.

ເວລາ: 45 ນາທີ.

ຜູ້ເຂົ້າຮ່ວມ: ເປັນກຸ່ມ.

 

ບົດຮຽນຈາກ: ພັນຖິ່ນ.

 

 

 

 

 

 

 

 

ເພື່ອນໃໝ່

ໂດຍທຳມະຊາດແລ້ວ ມະນຸດທຸກຄົນ ຈະຕ້ອງໄດ້ສານສຳພັນກັບຜູ້ອື່ນ ໃນຮູບແບບທີ່ແຕກຕ່າງກັນອອກໄປ ເຊັ່ນ: ການທັກທາຍຢາມພົບພໍ້ຄົນ, ການຮ່ວມວຽກກັບເພື່ອຮ່ວມງານໃໝ່ ເປັນຕົ້ນ ການທຳຄວາມຮູ້ຈັກກັບຄົນແປກໜ້າ ຖືວ່າເປັນພຶດຕິກຳປົກກະຕິທີ່ເກີດຂຶ້ນໄດ້ກັບທຸກຄົນ ແຕ່ຄົນສ່ວນຫຼາຍກັບເບິ່ງວ່າເປັນເລື່ອງໜ້າອາຍ ບໍ່ກ້າທີ່ຈະທັກທາຍກັນ. ໂດຍຫຼັກຈິດຕະສາດແລ້ວ ການທີ່ຄົນຕ້ອງທຳຄວາມຮູ້ຈັກກັບຜູ້ອື່ນ ແມ່ນເລື່ອງການເປີດໃຈ ແລະ ຍອມຮັບຄວາມເປາະບາງ (Vulnerability) ຂອງຕົວເອງ. ຄວາມເປາະບາງ ແມ່ນ ກຸນແຈທີ່ແທ້ຈິງໃນການໄຂການເຊື່ອມຕໍ່ກັບຜູ້ອື່ນ ຍ້ອນວ່າ ມັນເປັນຄວາມກ້າຫານທີ່ຈະເປີດເຜີຍຕົນເອງໃຫ້ຄົນອື່ນໄດ້ຮູ້ຈັກ[1].

ໃນຂະບວນການເຮັດວຽກພັດທະນາທີ່ແນໃສ່ການມີສ່ວນຮ່ວມໃນທຸກຂັ້ນຕອນ ມີຄວາມຈຳເປັນທີ່ເຮົາຈະຕ້ອງໄດ້ທຳຄວາມຮູ້ຈັກກັບຄົນຫຼາກຫຼາຍ, ຕ່າງເພດ ຕ່າງໄວ ຕ່າງຄວາມຄິດ ຕ່າງພຶດຕິກຳ, ຄົນທີ່ສາມາດທຳຄວາມຮູ້ຈັກກັບຄົນແປກໜ້າໄດ້ກ່ອນ ກໍ່ຈະສາມາດເປັນຜູ້ທີ່ໄດ້ຮັບການຕ້ອນຮັບຈາກຄົນແປກໜ້າເຊັ່ນກັນ.

ກິດຈະກຳນີ້ສາມາດໝູນໃຊ້ໃນການຝຶກອົບຮົມ, ການໃຫ້ການໂຄ້ຊເລື່ອງການສື່ສານ, ການຍອມຮັບຕົວເອງ ເປັນຕົ້ນ. ໂດຍຈະມີຊຸດຄຳຖາມ ເພື່ອໃຫ້ແຕ່ລະຄົນໄດ້ຕອບ ເປັນການເລົ່າເລື່ອງສູ່ກັນຟັງ.

ເປົ້າໝາຍຂອງກິດຈະກຳ: ເພື່ອສ້າງສາຍສຳພັນ ແລະ ຄວາມໃກ້ຊິດ ຂອງຜູ້ເຂົ້າຮ່ວມກິດຈະກຳ.

ຄຳແນະນຳ:

·       ຖ້າການຖາມ-ຕອບເລີ່ມໜ້າເບື່ອ ກໍ່ໃຫ້ຈັດລຽງລຳດັບຄຳຖາມໃໝ່ໄດ້.

·       ກິດຈະກຳນີ້ແທດເໝາະທັງກຸ່ມຜູ້ເຂົ້າຮ່ວມທີ່ຮູ້ຈັກກັນມາກ່ອນ ແລະ ເພິ່ງຈະຮູ້ຈັກກັນ ເພາະຈະເຮັດໃຫ້ຮູ້ຈັກກັນຫຼາຍຂຶ້ນ ແລະ ເລິກເຊິ້ງ.

·       ຄຳຖາມຈະຖາມເລື່ອງທີ່ມີຄວາມເປັນສ່ວນຕົວໄປເລື້ອຍໆ ດັ່ງນັ້ນ ປະໂຫຍດຈະເກີດຂຶ້ນຢາມທັ້ງສອງຝ່າຍເລິ່ມຕອບຄຳຖາມທີ່ມີຄວາມເປັນສ່ວນຕົວຊັດເຈນຂຶ້ນ.

 

·       ຜູ້ເຂົ້າຮ່ວມສາມາດຕັ້ງຄຳຖາມ ທີ່ຕົນເອງຕ້ອງການຮູ້ຄຳຕອບກໍ່ໄດ້.

______________________________________

[1] Brown, B. (2013). The power of vulnerability: Teachings on authenticity, connection, and

courage. Sounds True.

ກິດຈະກຳ "ເພື່ອນໃໝ່"

ກິດຈະກຳນີ້ ເປັນກິດຈະກຳແນະນຳຕົນເອງ ແລະ ທຳຄວາມຮູ້ຈັກກັບຜູ້ອື່ນ ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ (ໃນກໍລະນີທີ່ຮູ້ຈັກກັນມາກ່ອນ). ເພື່ອຮັບປະກັນວ່າກິດຈະກຳນີ້ຈະບັນລຸຜົນ ເຮົາຕ້ອງໝັ້ນໃຈວ່າ ຜູ້ເຂົ້າຮ່ວມເປີດໃຈ, ຮູ້ສຶກສະບາຍໃນການຮັບຟັງ ແລະ ພ້ອມທີ່ຈະຮັບຮູ້ຄຳຕອບທີ່ມີຄວາມແຕກຕ່າງຈາກແນວຄິດ ແລະ ຄວາມຮູ້ສຶກຂອງຕົນເອງ. ຄຳຖາມຈະມີທັ້ງໝົດ 3 ຕອນ, ໄປເທືອລະຕອນ ແລະ ໃຊ້ເວລາຕອນລະ 15 ນາທີ. ຜູ້ເຂົ້າຮ່ວມຈັບຄູ່ ແລະ ຖາມຕອບສະຫຼັບກັນໄປ ເທືອລະຂໍ້ ຫຼັງຈາກຄົບ 15 ນາທີ ກໍ່ປ່ຽນໄປຕອນໃໝ່ ຕາມລຳດັບ 1, 2 ແລະ 3.

ຊຸດຄຳຖາມທີ 1.

1.   
ເຈົ້າຢາກເປັນແຂກຮັບເຊີນ ໄປຮ່ວມພາເຂົ້າແລງກັບຜູ້ໃດ ໃນໂລກນີ້?

2.   
ເຈົ້າຢາກເປັນຄົນມີຊື່ສຽງບໍ? ໃນດ້ານໃດ?

3.   
ກ່ອນທີ່ຈະໂທລະສັບຫາຄົນ ເຈົ້າເຄີຍທວນຄືນສິ່ງທີ່ເຈົ້າຊິເວົ້້າບໍ? ຍ້ອນຫຍັງ?

4.   
ມີຫຍັງແດ່ ທີ່ເຮັດໃຫ້ມື້ນັ້ນຂອງເຈົ້າ ເປັນມື້ທີ່ສົມບູນແບບທີ່ສຸດ?

5.   
ຄັ້ງສຸດທ້າຍທີ່ເຈົ້າຮ້ອງເພງໃຫ້ກັບຕົວເອງ? ແລະ ໃຫ້ກັບຜູ້ອື່ນ?

6.   
ສົມມຸດວ່າ ເຈົ້າມີອາຍຸຍືນຍາວຮອດ 90 ປີ ແລະ ໃນຊ່ວງອາຍຸ 31-90
ເຈົ້າຈະມີສຸຂະພາບກາຍ ແລະ ຈິດໃຈ ເທົ່າກັບຄົນອາຍຸ 30 ປີ, ເຈົ້າຈະເຮັດຫຍັງແດ່?

7.   
ເຈົ້າເຄີຍຄິດໄວ້ບໍ ວ່າເຈົ້າຕ້ອງການຕາຍແບບໃດ,
ອອກແບບການຕາຍຂອງຕົວເອງໄວ້ແນວໃດ?

8.   
ບອກສິ່ງທີ່ເຈົ້າ ແລະ ຄູ່ສົນທະນາຂອງເຈົ້າ ມີຄືກັນ 3 ຢ່າງ?

9.   
ມີສິ່ງໃດ ໃນຊີວິດຂອງເຈົ້າ ທີ່ເຈົ້າຢາກບອກວ່າ ຂອບໃຈ ທີ່ສຸດ?

10. ສົມມຸດວ່າ
ຖ້າເຈົ້າສາມາດປ່ຽນແປງການລ້ຽງດູເຈົ້າມາຕັ້ງແຕ່ນ້ອຍ ເຈົ້າຢາກປ່ຽນແປງເລື່ອງຫຍັງແດ່?

11. ໃຊ້ເວລາ 3 ນາທີ
ໃນການເລົ່າເລື່ອງຊີວິດຂອງເຈົ້າໃຫ້ລະອຽດທີ່ສຸດ ໃຫ້ຄູ່ສົນທະນາຂອງເຈົ້າຟັງ.

12. ຖ້າມື້ອື່ນເຊົ້າ
ເຈົ້າຕື່ນຂຶ້ນມາ ແລະ ຈະມີຄວາມສາມາດເລື່ອງໃດໜຶ່ງເກີດຂຶ້ນກັບເຈົ້າ,
ຄວາມສາມາດນັ້ນແມ່ນຫຍັງ?

 

ຊຸດຄຳຖາມທີ 2.

13. ມີໜ່ວຍແກ້ວວິເສດ
ທີ່ສາມາດບອກຄວາມຈິງກັບເຈົ້າໄດ້ທຸກເລື່ອງ ທັງເລື່ອງຊີວິດ ເລື່ອງອະນາຄົດ,
ເຈົາຢາກຮູ້ເລື່ອງຫຍັງ?

14. ເຈົ້າມີຄວາມຝັນທີ່ເຈົ້າຢາກເຮັດ
ແຕ່ຍັງບໍ່ໄດ້ເຮັດເທືອ, ຍ້ອນຫຍັງ ເຈົ້າຈຶ່ງບໍ່ໄດ້ເຮັດ?

15. ຄວາມສຳເລັດທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດເຈົ້າ
ແມ່ນເລື່ອງຫຍັງ?

16. ເຈົ້າໃຫ້ຄຸນຄ່າຫຍັງຫຼາຍທີ່ສຸດ
ໃນມິດຕະພາບ?

17. ຄວາມຊົງຈຳທີ່ມີຄ່າທີ່ສຸດຂອງເຈົ້າ
ແມ່ນເລື່ອງຫຍັງ?

18. ຄວາມຊົງຈຳທີ່ຂີ້ຮ້າຍທີ່ສຸດຂອງເຈົ້າ
ແມ່ນເລື່ອງຫຍັງ?

19. ສົມມຸດວ່າ
ເຈົ້າຈະຕາຍໃນອີກ 1 ປີຕໍ່ໜ້າ ເຈົ້າຈະປ່ຽນຮູບແບບການໃຊ້ຊີວິດຂອງເຈົ້າຫຼືບໍ? ຍ້ອນຫຍັງ?

20. ຄຳວ່າ ມິດຕະພາບ
ມີຄວາມໝາຍກັບເຈົ້າແນວໃດແດ່?

21. ຄວາມຮັກ
ສົ່ງຜົນຕໍ່ຊີວິດຂອງເຈົ້າແນວໃດແດ່?

22. ໃຫ້ທ່ານ ແລະ ຄູ່ສົນທະນາຂອງທ່ານ
ໄດ້ບອກ
ບຸກຄະລິກ
ລັກສະນະທີ່ດີ
ຂອງແຕ່ລະຝ່າຍ ຈຳນວນ
5 ຂໍ້.

23. ຄວາມໃກ້ຊິດ ແລະ
ຄວາມອົບອຸ່ນໃນຄອບຄົວເຈົ້າເປັນແນວໃດ? ເຈົ້າຄິດວ່າ ໃນຊ່ວງທີ່ເຈົ້າເປັນເດັກນ້ອຍ
ເຈົ້າມີຄວາມສຸກກວ່າເດັກນ້ອຍຄົນອື່ນຫຼືບໍ?

24. ເຈົ້າຮູ້ສຶກແນວໃດ ເລື່ອງຄວາມສຳພັນກັບແມ່ຂອງເຈົ້າ?

 

ຊຸດຄຳຖາມທີ 3.

25. ໃຫ້ເຈົ້າ ແລະ
ຄູ່ສົນທະນາຂອງເຈົ້າ ແຕ່ງປະໂຫຍກທີ່ເປັນຈິງ ຈຳນວນ 3 ປະໂຫຍກ, ໂດຍຂຶ້ນຕົ້ນວ່າ
ພວກເຮົາ. ຕົວຢ່າງ
ພວກເຮົາທັງສອງຄົນ ຮູ້ສຶກ…, ພວກເຮົາທັງສອງຄົນ ເຫັນດີຮ່ວມກັນວ່າ… ເປັນຕົ້ນ.

26. ໃຫ້ເຕີມປະໂຫຍກນີ້ໃຫ້ສົມບູນ
ຂ້ອຍປາດຖະໜາໃຫ້ມີຄົນໜຶ່ງ
ທີ່ຂ້ອຍສາມາດແບ່ງປັນ…………
.

27. ຖ້າເຈົ້າກາຍມາເປັນໝູ່ສະໜິດຂອງຄູ່ສົນທະນາຂອງເຈົ້າ
ມີເລື່ອງຫຍັງແດ່ທີ່ຄູ່ສົນທະນາຂອງເຈົ້າຈຳເປັນຈະຕ້ອງຮູ້ກ່ຽວກັບຕົວເຈົ້າ?

28. ໃຫ້ບອກຄູ່ສົນທະນາຂອງເຈົ້າວ່າ
ແມ່ນຫຍັງທີ່ເຈົ້າມັກທີ່ສຸດໃນຕົວຄູ່ສົນທະນາຂອງເຈົ້າ.
ອາດຈະເປັນສິ່ງທີ່ເຈົ້າບໍ່ເຄີຍເວົ້າມາກ່ອນເລີຍ ໃນຢາມທີ່ພົບກັບຄົນແປກໜ້າ.

29. ເລົ່າໃຫ້ຄູ່ຮ່ວມສົນທະນາຂອງເຈົ້າຟັງວ່າ
ຊ່ວງເວລາທີ່ເຈົ້າອັບອາຍທີ່ສຸດໃນຊີວິດເຈົ້າ ແມ່ນຫຍັງ.

30. ຄັ້ງສຸດທ້າຍທີ່ເຈົ້າຮ້ອງໄຫ້ຕໍ່ໜ້າຜູ້ອື່ນແມ່ນຢາມໃດ?
ຮ້ອງໄຫ້ຍ້ອນເລື່ອງຂອງຕົວເອງ?

31. ໃຫ້ບອກຄູ່ສົນທະນາຂອງເຈົ້າວ່າ
ເຈົ້າມັກບາງຢ່າງໃນຕົວລາວ.

32. ເລື່ອງຕະຫຼົກ/ເລື່ອງໜ້າຫົວ
ທີ່ເຈົ້າບໍ່ຮູ້ສຶກຕະຫຼົກ/ຢາກຫົວນຳ ແມ່ນເລື່ອງຫຍັງ?

33. ສົມມຸດວ່າ
ເຈົ້າກຳລັງຈະຕາຍແລງນີ້ ແລະ ບໍ່ມີໂອກາດໄດ້ເວົ້້າກັບຜູ້ໃດເລີຍ
ສິ່ງທີ່ເຈົ້າເສຍໃຈທີ່ສຸດ ທີ່ບໍ່ໄດ້ບອກຜູ້ໃດ ແມ່ນຫຍັງ?
ຍ້ອນຫຍັງເຈົ້າຈຶ່ງບໍ່ໄດ້ບອກເຂົາເຈົ້າ ກ່ອນໜ້ານີ້?

34. ສົມມຸດວ່າ ເຮືອນເຈົ້າຖືກໄຟໄໝ້
ເຈົ້າໄດ້ຊ່ວຍຄົນທີ່ເຈົ້າຮັກ ແລະ ສັດລ້ຽງຂອງເຈົ້າອອກມາແລ້ວ,
ເຈົ້າມີໂອກາດທີ່ຈະຊ່ວຍອີກສິ່ງໜຶ່ງໃຫ້ປອດໄພ ໃນຂະນະທີ່ໄຟໄໝ້ຢູ່ ສິ່ງນັ້ນແມ່ນຫຍັງ?

35. ການຕາຍຂອງຜູ້ໃດໃນຄອບຄົວຂອງເຈົ້າ
ເປັນເລື່ອງທີ່ໜ້າເສົ້າໃຈທີ່ສຸດ? ຍ້ອນຫຍັງ?

36. ແລກປ່ຽນບັນຫາສ່ວນຕົວກັບຄູ່ສົນທະນາຂອງເຈົ້າ
ແລະ ຂໍໃຫ້ຄູ່ສົນທະນາໄດ້ຊ່ວຍໃຫ້ຄຳເຫັນທີ່ອາດຈະຊ່ວຍໄດ້. ນອກຈາກນັ້ນ
ໃຫ້ຄູ່ຮ່ວມສົນທະນາໄດ້ມີຄຳເຫັນກ່ຽວກັບຄວາມຮູ້ສຶກຂອງເຈົ້າຕໍ່ບັນຫານັ້ນ ວ່າແມ່ນແນວໃດ?