ໝວດ: ຄວາມສຳພັນ.

ປະເພດ: ແບບຝຶກຫັດ.

ເວລາ: 15-30 ນາທີ.

ການໝູນໃຊ້: ການໂຄ້ຊ, ການຝຶກອົບຮົມ.

 

ບົດຮຽນການໝູນໃຊ້ຈາກ: ພັນຖິ່ນ.

 

 

 

 

 

 

 

ເບິ່ງຄົນຈາກຈຸດແຂງ

ການເບິ່ງຄົນ ແລະ ຄິດໄປຕາມປະສົບການຂອງເຮົາ ຈະສົ່ງຜົນຕໍ່ພຶດຕິກຳ ຫຼື ການສະແດງອອກຂອງເຮົາຕໍ່ກັບຄົນນັ້ນ, ແຮ່ງເຮົາຄິດລົບກັບຄົນນັ້ນຫຼາຍ ບໍ່ວ່າພຶດຕິກຳຄົນນັ້ນຈະເປັນແນວໃດ ກໍ່ຈະຖືກມອງຈາກເຮົາວ່າເປັນລົບ ແລະ ເຮົາຈະປະຕິເສດໄປໂດຍອັດຕະໂນມັດ ໂດຍສະເພາະກັບຄົນທີ່ມີພຶດຕິກຳຫຍຸ້ງຍາກແດ່. ດັ່ງນັ້ນ ເພື່ອຈະໃຫ້ເຂົ້າໃຈພຶດຕິກຳຂອງຄົນໄດ້ຢ່າງແຈ່ມແຈ້ງ ເຮົາຈຶ່ງໃຊ້ມຸມເບິ່ງຈາກຈຸດແຂງ ເຊິ່ງຈະຊ່ວຍໃຫ້ເຮົາເບິ່ງໄດ້ຫຼາກຫຼາຍມຸມ ຕົວຢ່າງ ເຮົາເຫັນຄົນມັກອອກຄຳສັ່ງ ຖ້າໃຊ້ມຸມເບິ່ງຈາກຈຸດແຂງ ຄົນຜູ້ນັ້ນກໍ່ອາດຈະເປັນຄົນທີ່ມີຄວາມຕັ້ງໃຈແນ່ວແນ່ ກໍ່ມີຄວາມເປັນໄປໄດ້.

 

ຖ້າເຮົາຊອກຫາຈຸດແຂງທີ່ຢູ່ເບື້ອງຫຼັງພຶດຕິກຳຂອງຄົນທີ່ມີຄວາມຫຍຸ້ງຍາກ ຈະເຮັດໃຫ້ເຮົາເລີ້ມເບິ່ງໃນມຸມບວກ ແລະ ສະແດງອອກຢ່າງນຸ່ມນວນ, ຈິງໃຈ ແລະ ຖືກຕ້ອງ ເຮັດໃຫ້ເຮົາມີມຸມມອງທີ່ຢູ່ກັບປັດຈຸບັນ ບໍ່ແມ່ນຄິດໄປເອງ. ການປັບມຸມເບິ່ງນີ້ ສົ່ງຜົນຕໍ່ຄວາມສຳພັນລະຫວ່າງບຸກຄົນໃຫ້ເປັນໄປໃນທາງບວກ ແລະ ເຫັນວ່າພຶດຕິກຳທີ່ຫຍຸ້ງຍາກຂອງຄົນ ອາດຈະເປັນຜົນເກີດຈາກການໃຊ້ຈຸດແຂງທີ່ຫຼາຍເກີນພໍດີ. ໃນອີກດ້ານໜຶ່ງ ພຶດຕິກຳດຽວກັນນີ້ ອາດຈະສົ່ງຜົນດີໃນອີກສະຖານະການໜຶ່ງ ກໍ່ເປັນໄປໄດ້.

ເປົ້າໝາຍຂອງກິດຈະກຳ: ເພື່ອສ້າງໃຫ້ຜູ້ເຂົ້າຮ່ວມໄດ້ຮູ້ເທົ່າທັນການຄິດລົບກັບຄົນອື່ນ ແລະ ໃຫ້ຜູ້ເຂົ້າຮ່ວມໄດ້ເຫັນວິທີການເບິ່ງພຶດຕິກຳທີ່ທີຄວາມຫຍຸ້ງຍາກຂອງຄົນ ຜ່ານມຸມເບິ່ງຈາກຈຸດແຂງ.

ຄຳແນະນຳ:

·       ຖ້າກິດຈະກຳນີ້ເຮັດເປັນກຸ່ມ ລະວັງບໍ່ໃຫ້ເປີດເຜີຍຊື່ ແລະ ລາຍລະອຽດຂອງຄົນທີ່ຍົກຂຶ້ນມາສົນທະນາ.

·       ເອກະສານຄັດຕິດ ກ ຈະມີລາຍການຈຸດແຂງໄວ້ໃຫ້ເບິ່ງ ແລະຈະຂຽນບອກລັກສະນະພຶດຕິກຳ ວ່າຖ້າໃຊ້ຫຼາຍເກີນໄປຈະມີພຶດຕິກຳແນວໃດ, ໃຊ້ໜ້ອຍເກີນໄປຈະມີພຶດຕິກຳແນວໃດ ແລະ ນຳໃຊ້ແບບພໍດີຈະມີພຶດຕິກຳແນວໃດ. ຜູ້ເຂົ້າຮ່ວມສາມາດໃຊ້ຂໍ້ມູນນີ້ໃນການສົນທະນາໄດ້ (ຂັ້ນທີ 3).

·       ເຮັດກິດຈະກຳນີ້ ບໍ່ຕ້ອງຟ້າວ, ໃຫ້ເວລາກັບຜູ້ເຂົ້າຮ່ວມໄດ້ຄິດຢ່າງພຽງພໍກັບສິ່ງທີ່ພວກເຂົາໄດ້ສະທ້ອນອອກມາ.

ສ້າງຄວາມເຂົ້າໃຈກັບຜູ້ເຂົ້າຮ່ວມວ່າ ແບບຝຶກຫັດນີ້ ບໍ່ແມ່ນການຕັດສິນພຶດຕິກຳຂອງຄົນ ແຕ່ເປັນການເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮູ້ເທົ່າທັນການຄິດລົບຂອງຕົວເອງ ແລະ ຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ປະເມີນພຶດຕິກຳຄົນ ຜ່ານມຸມເບິ່ງຈາກຈຸດແຂງ.

ກິດຈະກຳ ເບິ່ງຄົນຈາກຈຸດແຂງ

ມີຄົນກຸ່ມໜຶ່ງ ທີ່ເຮົາພົບວ່າມີຄວາມຫຍຸ້ງຍາກຫຼາຍໃນການສ້າງສາຍສຳພັນນຳ ແຕ່ຄົນເຫຼົ່ານັ້ນກໍ່ມີເພື່ອນ, ມີຄອບຄົວ, ມີຊີວິດທາງສັງຄົມຂອງເຂົາ, ມີຄົນຫຼາຍຄົນທີ່ສາມາດສ້າງສາຍສຳພັນທີ່ດີກັບຄົນກຸ່ມນັ້ນໄດ້ ແຕ່ເປັນຫຍັງ ມີຄົນອີກຫຼາຍຄົນເບິ່ງວ່າ ການສ້າງສາຍສຳພັນກັບຄົນເຫຼົ່ານັ້ນເປັນຄວາມທ້າທາຍ. ຄວາມເຊື່ອ ແລະ ທັດສະນະຄະຕິຂອງເຮົາ ມີຜົນຕໍ່ການເບິ່ງຄົນ ແລະ ສົ່ງຜົນຕໍ່ການສະແດງອອກຂອງເຮົາໃນທີ່ສຸດ. ຄົນທຸກຄົນກໍ່ມີທັງດີ ແລະ ບໍ່ດີ ແຕ່ຕົວເຮົາມັກຈະຊອກຫາຂໍ້ມູນທີ່ມາສະໜັບສະໜູນຄວາມເຊື່ອ ແລະ ທັດສະນະຄະຕິຂອງຕົນເອງໃນການຕັດສິນຄົນໆ ນັ້ນ. ແນວໃດກໍ່ຕາມ ເຮົາສາມາດເລືອກເບິ່ງພຶດຕິກຳຂອງຄົນໃຫ້ເປັນຈຸດແຂງຂອງເຂົາ ແລະ ຮຽນຮູ້ທີ່ຈະເຂົ້າເຖິງເຂົາ ເປັນຄວາມທ້າທາຍທາງບວກ.

ການບອກວ່າ ພຶດຕິກຳໃດ ເປັນພຶດຕິກຳທີ່ຫຍຸ້ງຍາກ ຕ້ອງເລີ່ມຕົ້ນທີ່ຕົວເຮົາ. ເຮົາບໍ່ສາມາດປ່ຽນແປງຄົນອື່ນໄດ້ ແຕ່ເຮົາສາມາດປັບປ່ຽນມຸມເບິ່ງຂອງເຮົາໄດ້. ຖ້າເຮົາຊອກຫາຄວາມຜິດພາດຂອງເຂົາ ເຮົາກໍ່ຈະພົບວ່າພຶດຕິກຳຂອງເຂົາບໍ່ໜ້າປາດຖະໜາ. ແຕ່ຖ້າເຮົາສຸມໃສ່ໃນມຸມທີ່ເປັນບວກ ທັງຕົວຄົນ ແລະ ພຶດຕິກຳ ເຮົາກໍ່ຈະບໍ່ໃຈຮ້າຍກັບສິ່ງທີ່ເກີດຂຶ້ນ.

ແບບຝຶກຫັດນີ້ ຈະຊ່ວຍໃຫ້ເຮົາໄດ້ຮູ້ທັນກັບການຄິດໃນມຸມລົບຂອງຕົວເອງ ຕໍ່ຄົນໃດຄົນໜຶ່ງ ແລະ ຈະຊ່ວຍໃຫ້ເຮົາໄດ້ເຫັນຈຸດແຂງ ທີ່ຈະນຳມາຊ່ວຍໃນການວິເຄາະພຶດຕິກຳທີ່ຫຍຸ້ງຍາກຂອງຄົນ.

 

ຂັ້ນທີ 1: ຄິດຫາຄົນທີ່ມີຄວາມຫຍຸ້ງຍາກ.

ໃຫ້ທ່ານລອງໃຊ້ເວລາເພື່ອຄິດຫາຄົນທີ່ທ່ານພົບວ່າມີຄວາມຫຍຸ້ງຍາກໃນການພົວພັນນຳ. ອາດຈະເປັນໝູ່ຢູ່ຫ້ອງການ ຫຼື ອາດຈະເປັນສະມາຊິກໃນຄອບຄົວ. ເມື່ອເລືອກໄດ້ແລ້ວ ໃຫ້ທ່ານນຶກເຖິງເຫດການທີ່ເຮັດໃຫ້ທ່ານພົບວ່າພຶດຕິກຳຂອງລາວມີຄວາມທ້າທາຍ.

ຈົບບັນທຶກສິ່ງທີ່ເປັນລົບເຫຼົ່ານັ້ນໄວ້ ທັງຕົວບຸກຄົນ ແລະ ພຶດຕິກຳທີ່ຫຍຸ້ງຍາກ (ເບິ່ງໃນເອກະສານຄັດຕິດ ຂ).

 

ຂັ້ນທີ 2: ກວດສອບພຶດຕິກຳທີ່ຫຍຸ້ງຍາກ.

ໃນຂັ້ນນີ້ ຈະລົງລາຍລະອຽດພຶດຕິກຳທີ່ມີຄວາມຫຍຸ້ງຍາກ ໂດຍການຕອບຄຳຖາມໄປເທືອລະຂໍ້.

 

1. ບັນຍາຍເຖິງສະຖານະການຢ່າງລະອຽດ: ເກີດຫຍັງຂຶ້ນແທ້?

 

 

 

 

 

2. ໃນຕອນນັ້ນເຈົ້າມີອາລົມແນວໃດ?

 

 

 

 

 

3. ອາລົມຂອງທ່ານສົ່ງຜົນຕໍ່ປະຕິກິລິຍາໃນທາງລົບຕໍ່ຄົນນີ້ແນວໃດ?

 

 

 

 

 

4. ຄວາມເຊື່ອສ່ວນຕົວຂອງທ່ານສົ່ງຜົນຕໍ່ປະຕິກິລິຍາຕໍ່ຄົນນີ້ແນວໃດ?

 

 

 

 

 

5. ສົມມຸດຕິຖານຂອງທ່ານກ່ຽວກັບຄົນນັ້ນ ແລະ ພຶດຕິກຳຂອງເຂົາເຈົ້າ ແມ່ນແນວໃດ?

 

 

 

 

 

ຂັ້ນທີ 3: ເບິ່ງພຶດຕິກຳທີ່ຫຍຸ້ງຍາກ ຈາກມຸມເບິ່ງທີ່ແຕກຕ່າງ.

ໃຫ້ເບິ່ງຄືນພຶດຕິກຳທີ່ຫຍຸ້ງຍາກໃນຂັ້ນທີ 1 ຂຽນໃສ່ຕາຕະລາງຂ້າງລຸ່ມ ຈາກນັ້ນໃຫ້ພິຈາລະນາວ່າ ເຮົາຈະມອງມຸມບວກໃນພຶດຕິກຳທີ່ຫຍຸ້ງຍາກໄດ້ແນວໃດແດ່ (ອ້າງອີງເອກະສານຄັດຕິດ ກ) ຂຽນໃສ່ຖັນຄຸນລັກສະນະທາງບວກ ໃນຕາຕະລາງຂ້າງລຸ່ມ.

 

ພຶດຕິກຳທີ່ມີຄວາມຫຍຸ້ງຍາກ.

ຄຸນລັກສະນະທາງບວກ.

 

 

 

 

 

 

 

 

 

 

 

 

ຂັ້ນທີ 4: ສະທ້ອນຄືນ.

 

 

 

ເອກະສານຄັດຕິດ ກ: ຂອບຂອງການໃຊ້ຈຸດແຂງ.

 

ເອກະສານຄັດຕິດ ຂ: ຕາຕະລາງເບິ່ງພຶດຕິກຳທີ່ຫຍຸ້ງຍາກ ໃນມຸມບວກ.

 

 

ເອກະສານຄັດຕິດ ຄ: