ຜ່ານການແລກປ່ຽນ-ຮຽນຮູ້ພາຍໃນກຸ່ມຊຸມຊົນນັກປະຕິບັດ (CoP) ກ່ຽວກັບການສື່ສານ ແລະ ການອຳນວຍຄວາມສະດວກທີ່ມີປະສິດພາບທາງດ້ານທິດສະດີ ແລະ ການຄົ້ນຄ້ວາ ເຊິ່ງເຮັດໃຫ້ສະມາຊິກກຸ່ມ ຕ້ອງການທີ່ຈະນຳໃຊ້ຄວາມຮູ້ເຂົ້າໃນການປະຕິບັດຕົວຈິງ. ເພື່ອເປັນການສົ່ງເສີມຄວາມຮູ້ ແລະ ຄວາມສາມາດ ໃຫ້ແກ່ສະມາຊິກພາຍໃນກຸ່ມ ແລະ ພ້ອມທັງເສີມຂະຫຍາຍຄວາມຮູ້ໄປສູ່ການຈັດຕັ້ງປະຕິບັດຕົວຈິງ ແລະ ແລກປ່ຽນກັບກຸ່ມຄົນ ແລະ ອົງການຕ່າງໆ. ທີມງານເຊື່ອມສານ ແລະ ການຮຽນຮູ້ຂອງແຜນງານ Voice ຮ່ວມກັບບັນດາຜູ້ທີ່ໄດ້ຮັບທຶນຈາກ voice ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງວັນຊາວໜຸ່ມສາກົນ ໂດຍມີເປົ້າໝາຍຮ່ວມກັນເພື່ອໃຫ້ຜູ້ທີ່ໄດ້ຮັບທຶນ (Grantees) ແລະ ບໍ່ໄດ້ຮັບທຶນ ມີໂອກາດແລກປ່ຽນ-ຮຽນຮູ້ ແລະ ນຳໃຊ້ບົດຮຽນເຂົ້າໃນການຈັດກິດຈະກຳຕົວຈິງໂດຍຜ່ານງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ.
ສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມ ເພື່ອຄວາມກ້າວໜ້າໃນອະນາຄົດ “ Empower youth Empower Future” ຄໍາຂວັນຂອງງານ ເປັນສິ່ງທີ່ພວກເຮົາທຸ້ມເທ ແລະ ຢາກເກີດຂຶ້ນໃນພາຍໜ້າງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ International Youth Day ຈັດຂຶ້ນໃນວັນທີ 19 ສິງຫາ 2022 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ງານໃນຄັ້ງນີ້ຈັດຂຶ້ນໂດຍການຮ່ວມມືກັນຂອງທີມງານ LLF ແລະ ບັນດາ Grantees ທີ່ໄດ້ຮັບທຶນ Voice ເຊັ່ນ WWDA, DSC, RDA, BNDA, STLLA, NCA, Meta Dhamma, HJA, Phan-Thin, DSDT. ນອກຈາກບັນດາຜູ້ທີ່ຮັບທຶນແລ້ວ ຍັງມີບັນດາອົງກອນທີ່ເຮັດວຽກກ່ຽວກັບການພັດທະນາໄວໜຸ່ມເຂົ້າມາເປັນສ່ວນສໍາຄັນໃນການຈັດງານໃນຄັ້ງນີ້ ເຊັ່ນ: CHIAS, TAKIENGLAO, EzoneA, Mind Media, MCC. ເຊັ່ນດຽວກັນນັ້ນພາຍໃນງານຍັງມີບັນດາຫຼາຍໆອົງກອນທີ່ມາຮ່ວມສ້າງສີສັນວາງສະແດງຜົນງານ ພ້ອມທັງມີກິດຈະກໍາທີ່ໜ້າສົນໃຈມານໍາສະເໜີໃຫ້ກັບແຂກທຸກຄົນ ຫຼາຍກວ່າ 20 ອົງກອນ ເຊັ່ນ: ກຸ່ມໂຕ້ວາທີຈາກຄະນະນິສາດ ແລະ ລັດຖະສາດ, ກິລາອາລັກບີ້, Freeland volunteer, ສຸຂະພາບຈິດທີ່ດີເລີ່ມຈາກການຟັງ, ສະໂມສອນໄວໜຸ່ມ, Zero waste, FangLao ແລະ ອີກຫຼາຍອົງກອນທີ່ບໍ່ອາດກ່າວເຖິງ.
ກິດຈະກໍາເລີ່ມຈາກ ການສະແດງເທິງເວທີ ບົດເພງປະສານສຽງຂອງ ໄວໜຸ່ມ-ອາສະຫມັກຈາກອົງການມິດຕະພາບເມັນໂນນາຍ ປະຈໍາ ສປປລາວ-MCC ທີ່ມາໃນບົດເພງ ສຽງເພງແຫ່ງມິດຕະພາບ, ການນໍາສະເໜີພາບຝັນຂອງໄວໜຸ່ມ ໃນຫົວຂໍ້ ການນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ເກີດປະໂຫຍດສູງສຸດ ຈາກກຸ່ມອາສາສະໝັກໄວໜຸ່ມຂອງສະມາຄົມນໍ້າໃຈຊາວບ້ານ NCA ແລະ ຮັບຟັງການແລກປ່ຽນກ່ຽວກັບ ຫົວຂໍ້” ການມີສ່ວນຮ່ວມຂອງໄວໜຸ່ມ ແລະ ການເປັນອາສາສະໝັກ” ໂດຍທ່ານ ຄຳຜິວ ອາລຸນໄຊ ສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ BNDA ແລະ ທ່ານນາງ ວັນນາ ຈອມສະຫວັນ ກຸ່ມໄວໜຸ່ມຢ່າຢຸດຝັນ DSDT. “ໃນນາມທີ່ເປັນນັກສຶກສາ ພາລະກິດແມ່ນການສຶກສາໃຫ້ຈົບ ຖ້າຫາກວ່າຈະເປັນອາສາສະໝັກຕ້ອງໄດ້ຈັດສັນເວລາໃຫ້ໂຕເອງໃຫ້ໄດ້ ແລະ ສໍາຄັນທີ່ສຸດແມ່ນເປົ້າໝາຍຢາກເປັນອາສາໃນອົງກອນໃດ ໃຫ້ສຶກເບີ່ງວ່າອົງກອນນັ້ນເພີ່ນຮັບເວລາໃດ ໃຫ້ຈັດເວລາຂອງໂຕເອງໃຫ້ດີ, ສໍາຄັນຕ້ອງມີໃຈທີ່ຢາກເປັນອາສາສະໝັກກ່ອນ ຈື່ງກ້າວໄປເປັນອາສາເພື່ອພັດທະນາຕົນເອງ”- ທ່ານ ສິລິມະໂນທໍາ ຫານຊະນະ.
“ການມີສ່ວນຮ່ວມຂອງໄວໜຸ່ມ ໃນນາມທີ່ພວກເຮົາເຮັດວຽກໃນຂັ້ນຊຸມຊົນຜ່ານມາໄດ້ຈັດກອງປະຊຸມຂັ້ນຊຸມຊົນ ໄດ້ນໍາເອົາກຸ່ມບ້ານທີ່ກໍາລັງປະຕິບັດ ຫຼື ປະຕິບັດແລ້ວ ມາຖອນຖອນບົດຮຽນຮ່ວມກັນ, ເນັ້ນໃສ່ໄວໜຸ່ມຍິງ ແມ່ຍິງຊົນເຜົ່າ ທີ່ຢູ່ໃນຊຸມຊົນເຂົ້າມາມີສ່ວນຮ່ວມໃນກອງປະຊຸມ ການຈັດຕັ້ງຕ່າງໆ ພ້ອມກັນນັ້ນກໍຈະສ້າງເຄື່ອຂ່າຍສ້າງຄວາມສໍາພັນກັບບັນດາອົງການຈັດຕັ້ງສັງຄົມອື່ນໆ ແລະ ຈະສືບຕໍ່ຜັນຂະຫຍາຍໄປອີກໃນອະນາຄົດ”- ທ່ານຄໍາຜິວ ອາລຸໄຊ.
“ຈົ່ງຮັກໃນສິ່ງທີ່ເຮັດ, ເຮັດໃນສິ່ງທີ່ຮັກ, ຈົ່ງພູມໃຈໃນສິ່ງທີ່ເຮົາເປັນ”
“ການຮຽນຮູ້ບໍ່ຈໍາກັດເພດ ບໍ່ຈໍາກັດໄວ ບໍ່ຈໍາກັດສາສະໜາ ຫຼື ຊົນເຜົ່າ ຂໍພຽງທຸກຄົນສາມາດຮຽນຮູ້ ແລະ ຄວາມຮູ້ຂອງເຮົາສາມາດຕໍ່ຍອດໃຫ້ກັບຄົນອື່ນໄດ້ ” ທ່ານ ນ. ວັນນາ ຈອມສະຫວັນ.
ເປັນອີກໜື່ງການສົນທະນາທີ່ໜ້າສົນຫຼາຍສໍາລັບການແລກປ່ຽນຫົວຂໍ້: ການສື່ສານ ແລະ ການອຳນວຍຄວາມສະດວກທີ່ມີປະສິດທິພາບ (ແຂກຮັບເຊີນ ຈາກບັນດາທ່ານທີ່ໄດ້ຮ່ວມວຽກກັບ LGBTIQ+, ຊົນເຜົ່າ, ຄົນທີ່ມີຄວາມພິການ, ແມ່ຍິງທີ່ເປັນເຫຍື່ອຂອງຄວາມຮຸນແຮງ ແລະ ໄວໜຸ່ມຍຸກໃໝ່) ຈາກທີມງານ E-Zone A);
ນອກຈາກນີ້ຍັງມີຫ້ອງຮຽນຮູ້ (Small Workshop) ໃຫ້ທຸກຄົນໄດ້ເລືອກເຂົ້າຮຽນຮູ້ຕາມຄວາມສົນໃຈເຊີ່ງລວມມີຫົວຂໍ້ 4 ຫົວຂໍ້ ດັ່ງນີ້: ຫົວຂໍ້ ການຂຽນ CV, ຫົວຂໍ້: ການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ຄອບຄົວ, ຄົນພິການ ແລະ ການຈໍາແນກ, ຫົວຂໍ້ການກໍານົດເປົ້າໝາຍ ແລະ ຫົວຂໍ້ການເປັນຜູ້ອໍານວຍຄວາມສະດວກ ແລະ ການສື່ສານ.
ໃນຕອນບ່າຍຍັງມີການສະແດງໃຫ້ໄດ້ຊົມຜົນງານຄວາມສາມາດຂອງໄວໜຸ່ມທີ່ມີຄວາມຫຼາກຫຼາຍ ເຊັ່ນ ກຸ່ມຄົນພິການ LGBTQ, ແມ່ຍິງຊົນເຜົ່າ… ການສະແດງລະຄອນສັ້ນ, ການເດີນແບບ ທີ່ SHOW ໃຫ້ເຫັນຄວາມເປັນເອກະລັກຂອງກຸ່ມເປົ້າໝາຍ ເຊັ່ນ ຜະລິດຕະພັນຊຸມຊົນ ເຄື່ອງປັ້ນດິນເຜົາ ຊຸດຊົນເຜົ່າ ແລະ ສິ້ນສຸດດ້ວຍລາຍການປະກອບສຽງເພງມ່ວນໆຂອງນ້ອງນ້ອຍທີ່ມີບົກຜ່ອງທາງດ້ານສາຍຕາ.
ຄົນທີ່ມີຄວາມພິການກໍສາມາດໄດ້ຮັບສິດຢ່າງເທົ່າທຽມ ຂໍພຽງແຕ່ສ້າງສິ່ງອໍານວຍຄວາມສະດວກໃຫ້ສາມາດເຂົ້າເຖິງໃນທຸກສະຖານທີ່ ການບໍ່ຈໍາແນກຄວນເປັນສິ່ງທີ່ຄວນມີຢູ່ໃນສັງຄົມເຮົາ- ບົດລະຄອນສັ້ນຂອງກຸ່ມໄວໜຸ່ມພິການ ຈາກສະມາຄົມແມ່ຍິງພິການ-WWDA.
ແນ່ນອນວ່າໝາກຜົນຂອງການການຈັດງານ ທັງໝົດນີ້ເປັນພື້ນທີ່ການຮຽນຮູ້ສໍາລັບທຸກຄົນ ໂດຍສະເພາະບັນດາສະມາຊິກກຸ່ມນັກຊຸມຊົນປະຕິບັດ-COP ໄດ້ຮຽນຮູ້ເຖິງການເປັນຜູ້ອໍານວຍຄວາມສະດວກ ແລະ ການສື່ສານທີ່ມີປະສິດທິພາບ ແຕ່ໝາກຫົວໃຈສໍາຄັນຄືການເຫັນໄວໜຸ່ມທຸກຄົນມີຄວາມເຂັ້ມແຂງ ທັງໃນດ້ານຄວມຄິດ ຄວາມຮູ້ ຄວາມສາມາດ ແລະ ມີສ່ວນຮ່ວມໃນທຸກພາກສ່ວນຂອງສັງຄົມໂດຍບໍ່ມີການຈໍາແນກ.
“ຍ້ອນພະລັງຄວາມເຂັ້ມແຂງຂອງໄວໜຸ່ມ ຈຶ່ງເຮັດໃຫ້ສັງຄົມມີຄວາມກ້າວໜ້າໃນອະນາຄົດ”