ໝວດ: ການສື່ສານ.

ປະເພດ: ຂະບວນການ.

ເວລາ: ຂະບວນການຕໍ່ເນື່ອງ.

ການໝຸນໃຊ້: ໃຊ້ໃນຊີວິດປະຈຳວັນ.

 

ບົດຮຽນການໝຸນໃຊ້ໂດຍ: ສະມາຄົມແມ່ຍິງພິການ (WWDA).

 

 

 

 

 

 

 

 

ການສ້າງຄວາມເຂົ້າໃຈໃຫ້ກັບພໍ່ແມ່ຂອງຜູ້ມີຄວາມພິການ 

ເລື່ອງ ການໃຫ້ໂອກາດລູກໄດ້ຮຽນວິຊາຊີບ

ສິ່ງທ້າທາຍທີ່ພົບພໍ້ໃນເວລາຮັບສະໜັກຫຼືຄັດເລືອກເອົາກຸ່ມເປົ້າໝາຍມາຝຶກອົບຮົມວິຊາຊີບທີ່ສູນພັດທະນາແມ່ຍິງພິການລາວ ເຫັນໄດ້ວ່າ ເຫດຜົນທີ່ຜູ້ມີຄວາມພິການເອງບໍ່ຢາກອອກຈາກບ້ານເພື່ອໄປພົບປະຜູ້ຄົນ ໝູ່ເພື່ອນ ພີ່ນ້ອງ ບ້ານໃກ້ເຮືອນຄຽງ ບໍ່ຢາກອອກໄປຮຽນຮູ້ເມື່ອມີໂອກາດ ຍ້ອນວ່າຖືກປິດກັ້ນຈາກຄົນໃນຄອບຄົວ. ຜູ້ມີຄວາມພິການເຫຼົ່ານັ້ນ ຖືກປູກຝັງຈາກຄົນໃນຄອບຄົວດ້ວຍຄໍາວ່າ “ອາຍຄົນເດີ້, ຕົນເອງບໍ່ປົກກະຕິຄືຄົນອື່ນ, ພໍ່ແມ່ເປັນຫ່ວງ, ຢ້ານເປັນພາລະ ເຮັດຫຍັງບໍ່ເປັນ, ຢ້ານເກີດອຸບັດຕິເຫດຕ່າງໆ” ເປັນຕົ້ນ ສົ່ງຜົນໃຫ້ຜູ້ມີຄວາມພິການເສຍໂອກາດໃນການຮຽນຮູ້ ແລະ ໃຊ້ຊີວິດຢ່າງເປັນປົກກະຕິສຸກ.

ເປົ້າໝາຍ: ເພື່ອຊ່ວຍໃຫ້ຜູ້ທີ່ສື່ສານສາມາດໂນ້ມນ້າວຈິດໃຈຂອງຄົນໃນຄອບຄົວ ໃຫ້ເຂົ້າໃຈເຖິງຄວາມພິການ ແລະ ເປີດໂອກາດໃຫ້ຜູ້ມີຄວາມພິການໄດ້ຮຽນວິຊາຊີບຕາມຄວາມຕ້ອງການ.

ຄຳແນະນຳ:

             ·       ຈຸດເລີ່ມຕົ້ນຕ້ອງມາຈາກຄວາມຕ້ອງການຂອງບຸກຄົນທີ່ມີຄວາມພິການເອງ.

            ·       ຜູ້ປະສານງານທີ່ຈະລົງໄປເຮັດຕົວຈິງຕ້ອງມີຄວາມສາມາດ ມີທັກສະ ທາງດ້ານຈິດຕະວິທະຍາໃນການໂນ້ມນ້າວ ເຂົ້າໃຈເຖິງຄວາມເປັນ                 ພິການຢ່າງແທ້ຈິງ ບໍ່ແບ່ງແຍກ.

             ·       ການສື່ສານກັບຄອບຄົວຜູ້ມີຄວາມພິການ ຕ້ອງເຮັດເປັນຂະບວນການ ແລະ ໃຫ້ຂໍ້ມູນຢ່າງຕໍ່ເນື່ອງ.

           ຄວນມີການປະສານສົມທົບກັບອຳນາດການປົກຄອງບ້ານ ເພື່ອຂໍການສະໜັບສະໜູນ ແລະ ເປັນຜູ້ເຂົ້າໄປໂອ້ລົມໃນຂັ້ນທຳອິກ.

ຂະບວນການ "ສ້າງຄວາມເຂົ້າໃຈໃຫ້ກັບພໍ່ແມ່ຂອງຜູ້ມີຄວາມພິການ ເລື່ອງ ການໃຫ້ໂອກາດລູກໄດ້ຮຽນວິຊາຊີບ"

ຄຳແນະນຳ:

ຂະບວນການຈະແບ່ງອອກເປັນ 3 ໄລຍະ ໄດ້ແກ່ ກ່ອນການສ້າງຄວາມເຂົ້າໃຈ, ລະຫວ່າງການສ້າງຄວາມເຂົ້າໃຈ ແລະ ພາຍຫຼັງການສ້າງຄວາມເຂົ້າໃຈ. ແບບກວດສອບຄວາມພ້ອມນີ້ ຈະເຮັດໃຫ້ທ່ານໄດ້ເຫັນສິ່ງທີ່ຈຳເປັນຈະຕ້ອງດຳເນີນການ ເພື່ອໃຫ້ຂະບວນການມີຄວາມຕໍ່ເນື່ອງ ແລະ ບັນລຸຜົນຕາມທີ່ຕັ້ງເປົ້າໝາຍໄວ້. 

ກ່ອນການສ້າງຄວາມເຂົ້າໃຈ:

·       ພະນັກງານມີຄວາມຮູ້ເລື່ອງການສື່ສານ ໂດຍສະເພາະການໂນ້ມນ້າວຈິດໃຈ ແລະ ການສ້າງແຮງຈູງໃຈ.

·       ພະນັກງານມີທັດສະນະຄະຕິທີ່ຖືກຕ້ອງໃນເລື່ອງຄວາມພິການ ແລະ ການບໍ່ຈຳແນກ.

·       ພະນັກງານມີຂໍ້ມູນໃນເລື່ອງວິຊາຊີບ.

·       ປະສານສົມທົບກັບອຳນາດການປົກຄອງບ້ານ ເພື່ອສ້າງຄວາມເຂົ້າໃຈທີ່ຖືກຕ້ອງ.

·       ສຶກສາຂໍ້ມູນ ແລະ ປະເມີນຄວາມຕ້ອງການເບື້ອງຕົ້ນຂອງຜູ້ມີຄວາມພິການທີ່ຕ້ອງການຮຽນ.

·       ປະສານງານຫາກະຊວງແຮງງານແລະສະຫວັດດີການສັງຄົມເມືອງແລະແຂວງໃນການຂໍຂໍ້ມູນສະຖິຕິຄົນພິການ

·       ກະກຽມແບບຟອມສໍາພາດຜູ້ພິການ

ລະຫວ່າງການສ້າງຄວາມເຂົ້າໃຈ:

·       ສ້າງບັນຍາກາດເປັນກັນເອງ ໂດຍການສົນທະນາເລື່ອງທົ່ວໄປກ່ອນ ບໍ່ເຂົ້າເນື້ອໃນທັນທີ.

·       ໃຫ້ຂໍ້ມູນຢ່າງກົງໄປກົງມາ.

·       ປະເມີນຄວາມຕ້ອງການຂອງທຸກຝ່າຍ ໂດຍການໃຊ້ແບບຟອມສໍາພາດ

·       ອະທິບາຍໃຫ້ເຂົ້າໃຈເຖິງຂະບວນການຮຽນການສອນ

·       ອະທິບາຍເຖິງເງື່ອນໄຂທີ່ພວກເຮົາຮັບຜິດຊອບເຊັ່ນ: ຄ່າໃຊ້ຈ່າຍໃນການຮຽນທາງເຮົາຮັບຜິດຊອບ, ສະຖານທີ່ອໍານວຍຄວາມສະດວກໃນການພັກເຊົາ ແລະ ສະຖານທີ່ສໍາລັບຮຽນ-ສອນ, ສະໜອງອຸປະກອນສໍາລັບການຮຽນໃຫ້

·       ແນະນໍາກ່ຽວກັບວິຊາສະເພາະທີ່ຈະໄດ້ຮຽນເຊັ່ນ: ຕັດຫຍັບ, ຕໍ່າຫູກ, ຄອມພິວເຕີ້… 

ພາຍຫຼັງການສ້າງຄວາມເຂົ້າໃຈ:

·       ໃຫ້ຂໍ້ມູນຄວາມຄືບໜ້າຂອງຜູ້ມີຄວາມພິການກັບພໍ່ແມ່ເປັນແຕ່ລະໄລຍະ ຢ່າງຕໍ່ເນື່ອງ.

·       ອະທິບາຍໃຫ້ເຂົ້າໃຈເຖິງຂະບວນການເດີນທາງ, ຫຼັງຈາກຮຽນຈົນຈົບ ມີທຶນຂະໜາດນ້ອຍ ແລະ ຊອກບ່ອນເຮັດວຽກ ຕາມຄວາມສົນໃຈ ແລະ ຊໍານານ

·       ມີການຕິດຕາມຜົນຫຼັງຈາກຮຽນຈົບ ໂດຍການໃຊ້ແບບຟອມສໍາພາດ, ໂທສໍາພາດ, ລົງພື້ນທີ່ສໍາຫຼວດຕົວຈິງ