ໝວດ: ການສື່ສານ.
ປະເພດ: ຂະບວນການ.
ເວລາ: ຂະບວນການຕໍ່ເນື່ອງ.
ການໝຸນໃຊ້: ໃຊ້ໃນຊີວິດປະຈຳວັນ.
ບົດຮຽນການໝຸນໃຊ້ໂດຍ: BNDA.
“ການສ້າງການມີສ່ວນຮ່ວມຂອງໄວໜຸ່ມໃນການພັດທະນາຊຸມຊົນຂອງຕົນເອງ”
ສິ່ງທີ່ພົບພໍ້ຫຼາຍທີ່ສຸດໃນຊຸມຊົນຊົນນະບົດຄືຄວາມບໍ່ເຂົ້າໃຈຕໍ່ສິດ ແລະ ພາລະບົດບາດຂອງຕົນເອງຈື່ງເຮັດໃຫ້ການເຂົ້າເຖິງເຂົາເຈົ້າເປັນວຽກທີ່ຢາກຫຼາຍ ດັ່ງນັ້ນໜ່ວຍງານທີ່ເປັນຕົວຂັບເຄື່ອນໃຫ້ເກີດການມີສ່ວນຮ່ວມໃນຊຸມຊົນຈື່ງອອກແບບຂະບວນການເພື່ອໃຫ້ເກີດການມີສ່ວນຮ່ວມຂອງຊຸມຊົນໃຫ້ຫຼາຍທີ່ສຸດ ເພາະການທີ່ຄົນໃນຊຸມຊົນເປັນຜູ້ຄິດ, ເປັນຜູ້ລົງມືເຮັດ ແນ່ນອນຜົນປະໂຫຍດຈະເກີດຂື້ນກັບເຂົາເຈົ້າເຫຼົ່ານັ້ນ.
ເປົ້າໝາຍ: ເພື່ອເຮັດທຸກຄົນເຂົ້າໃຈເຖິງສິດ, ພາລະບົດບາດຂອງຕົນເອງ ແລະ ສ້າງການມີສ່ວນຮ່ວມຂອງຊຸມຊົນ.
ຄຳແນະນຳ:
· ຄວາມບໍ່ເຂົ້າໃຈຕໍ່ສິດ ແລະ ພາລະບົດບາດຂອງຕົນເປັນສາເຫດທີ່ເຮັດໃຫ້ຂາດການມີສ່ວນຮ່ວມໃນການພັດທະນາຄອບຄົວ ແລະ ຊຸມຂອງຕົນເອງ
· ການຄັດເລືອກຜູ້ທີ່ເຂົ້າຮ່ວມການຝຶກອົບຮົມແມ່ນຕ້ອງເລື່ອກເອົາຜູ້ທີ່ສົນໃຈແທ້ໆ ທີ່ຢາກຮຽນຮູ້ ແລະ ຢາກເຫັນການປ່ຽນແປງຂອງຊຸມຊົນ.
ຂະບວນການ “ສ້າງການມີສ່ວນຮ່ວມຂອງຊາວໜຸ່ມໃນຊຸມຊົນ”
ຂະບວນການໃນການລິເລີ່ມສ້າງຄວາມເຂົ້າໃຈໃຫ້ກັບຄົນໃນຊຸມຊົນແມ່ນນັບຕັ້ງແຕ່.
· ການເຜີຍແຜ່ສິດ ແລະ ພາລະບົດບາດຂອງທຸກຄົນ ໂດຍການເຕົ້າໂຮມປະຊາຊົນ ນຳສະເໜີນິຕິກຳ ແລະ ນຳໃຊ້ທີມງານທີ່ເປັນຊົນເຜົ່າຖ້າເປັນບ້ານຊົນເຜົ່າໃນການອະທິບາຍສ້າງຄວາມເຂົ້າໃຈໃຫ້ກັບປະຊາຊົນ.
· ຄັດເລືອກເອົາຜູ້ທີ່ສົນໃຈ ແລະ ຢາກເຫັນການປ່ຽນແປງຂອງຊຸມຊົນແທ້ໆ ຜ່ານການສຳພາດຕົວຈິງກ່ຽວກັບຊີວິດການເປັນຢູ່, ການທຳມາຫາກິນ, ການບໍລິຫານຈັດການໃນຄອບຄົວ, ນຳສະໜີຜົນຈະໄດ້ຮັບຫຼັງຈາກຜ່ານການຝຶກ, ສ້າງກົດລະບຽບຮ່ວມກັນໃນການເຂົ້າຮ່ວມຜ່ານການຮັບຮູ້ຂອງອົງການຈັດຕັ້ງທ້ອງຖິ່ນ.
· ນຳໃຊ້ເຄື່ອງມືລະບົບການຮຽນຮູ້ຜ່ານການປະຕິບັດກ່ຽວກັບບົດບາດຍິງ-ຊາຍ , ຝຶກອົບຮົມການວ່າງແຜນຊີວິດ/ຕັ້ງເປົ້າໝາຍຄອບຄົວ.
· ພ້ອມທັງຕິດຕາມການດຳເນີນຕາມແຜນຂອງແຕ່ລະຄົນທີ່ໄດ້ຕັ້ງເປົ້າໝາຍໄວ້ວ່າພາຍຫຼັງ3ເດືອນຈະເຮັດໃຫ້ຄອບຄົວມີຫຍັງແດ່ ເຊິ່ງການຕິດຕາມແມ່ນໄດ້ມີການປະຊຸມເພື່ອລາຍງານຜົນການຈັດຕັ້ງປະຕິບັດຂອງແຕ່ລະຄົນພ້ອມແລກປ່ຽນສາເຫດທີ່ເຮັດໄດ້ ແລະ ປັດໄຈທີ່ສົ່ງໃຫ້ເປົ້າໝາຍບໍ່ສຳເລັດພ້ອມຫາວິທີແກ້ໄຂຮ່ວມກັນ.
· ຝຶກອົບຮົມການບໍລິຫານຈັດການ, ຝຶກອົບຮົມພາວະການເປັນຜູ້ນຳ ແລະ ອື່ນໆ. ອີງໃສ່ສະພາບຄວາມຕ້ອງການຂອງປະຊາຊົນໃນຖ້ອງຖິ່ນໃນເລື່ອງການບໍລິຫານ, ວີທີການແກ້ໄຂບັນຫາຄວາມທຸກຍາກ ແລະ ເພື່ອເປັນການສ້າງງຄວາມເປັນຜູ້ນຳໃນໂຕເຂົາເຈົ້າ.
ເຊິ່ງຂະບວນການຕ່າງໆທີ່ພວກເຮົາໃຊ້ໃນແຕ່ລະບ້ານແມ່ນໄດ້ເຮັດໃຫ້ສະມາຊິກມີຊີວິດການເປັນຢູ່ທີ່ດີຂື້ນມີລາຍຮັບເຂົ້າສູ່ຄອບຄົວ, ມີກຸ່ມທີ່ເຂັ້ມແຂງຂອງບ້ານ (ກຸ່ມການຜະລິດ, ກຸ່ມເກັບຊື້), ປະຊາຊົນບໍ່ມີການຜິດຖຽງ/ທຸບຕີກັນຊຸມຊົນມີຄວາມສະຫງົບຜ່ານການລາຍງານຂອງແຕ່ລະບ້ານ.