"ການປ່ຽນແປງຂອງແມ່ຍິງຜ່ານການນໍາໃຊ້ເຄື່ອງມື GALS''

”BNDA- ການປ່ຽນແປງຂອງແມ່ຍິງຜ່ານການນໍາໃຊ້ເຄື່ອງມື GALS”
ແຕ່ກ່ອນຜູ້ຍິງຈະເຮັດສະເພາະເອົາລູກ ເຮັດວຽກເຮືອນ ໄປນາໄປໄຮ່ ມັນຍາກຫຼາຍທີ່ພວກເຂົາຈະໄດ້ເວົ້າ ຫຼື ສະແດງຄໍາຄິດເຫັນໃນຄອບຄົວ ຫຼື ໃນທີ່ປະຊຸມພ້ອມຍັງຖືກກີດກັນໃນການເຂົ້າເຖິງສິດທິທາງສັງຄົມອີກດ້ວຍ, ຂ້ອຍເຊື່ອວ່າເມື່ອພວກເຂົາໄດ້ຮັບຮູ້ເຖິງສິດທີຂອງຕົນເອງ ສາມາດສ້າງລາຍຮັບເອງໄດ້ ພວກເຂົາເຫຼົ່ານັ້ນຈະສາມາດເວົ້າໃນສິ່ງທີ່ຕົນເອງຄິດອອກມາໄດ້ດີຫຼາຍຂຶ້ນ.
ພວກເຮົານໍາໃຊ້ເຄື່ອງມື GLAS ເພື່ອເຊື່ອມສານບົດບາດຍິງ-ຊາຍເຂົ້າໃນທະກຂົງເຂດວຽກງານ ເພື່ອໃຫ້ພວກເຂົາໄດ້ຮັບຮູ້ເຂົ້າໃຈເຖິງພາລະບົດບາດສິດທິຂອງແມ່ຍິງ ພ້ອມທັງຊຸກຍູ້ການມີສ່ວນຮ່ວມໃນທຸກກອງປະຊຸມຫຼືວຽກງານ (ຮັບຜິດຊອບບັນຊີ, ການເງິນ, ການຕະຫຼາດ…) ແລະ ເປີດໂອກາດໃຫ້ແມ່ຍິງໄດ້ມີສິດສະແດງຄໍາຄິດເຫັນກ່ອນໃຫ້ຫຼາຍທີ່ສຸດ>.
ການປ່ຽນແປງທີ່ເກີດຂື້ນລະຫວ່າງທາງ “ແມ່ຍິງຊົນເຜົ່າສາມາດສະເໜີຄວາມຄິດຂອງຕົນເອງໃນເວລາມີກອງປະຊຸມ, ຜູ້ຊາຍສາມາດເອົາລູກແທນໄດ້ ”👍👍