ໃນລະຫວ່າງວັນທີ 17-18 ຕຸລາ 2022 ທີ່ຜ່ານມານີ້, ສາມາຄົມຮ່ວມໃຈອາສາສະໝັກ ຮ່ວມກັບພະແນກສາທາລະນະສຸກແຂວງໄຊຍະບູລີ ໄດ້ລົງຈັດຝຶກອົບຮົມໃຫ້ຄວາມຮູ້ ເຕັກນິກການໂຄສະນາສຸຂະສຶກສາກ່ຽວກັບການປ້ອງກັບພະຍາດໂຄວິດ-19 ໃຫ້ກັບຄູ່ຮ່ວມງານຂັ້ນເມືອງ ແລະ ຂັ້ນແຂວງ ຈໍານວນ 16 ທ່ານ, ຍິງ 6 ທ່ານ ເພື່ອເປັນການກຽມຄວາມພ້ອມກ່ອນການລົງໂຄສະນາໃຫ້ກັບກຸ່ມເປົ້າໝາຍຂອງໂຄງການ, ເຊິ່ງຈັດຂຶ້ນທີ່ ຫ້ອງການສາທາລະນະສຸກເມືອງ ຫົງສາ, ແຂວງ ໄຊຍະບູລີ.