ໝວດ: ການສື່ສານ.

ປະເພດ: ຂະບວນການ.

ເວລາ: ຂະບວນການຕໍ່ເນື່ອງ.

ການໝຸນໃຊ້: ໃຊ້ນໍາໃຊ້ຊີວິດ.

 

ບົດຮຽນການໝຸນໃຊ້ໂດຍ: WWDA-ສະມາຄົມພັດທະນາແມ່ຍິງພິການ

 

 

 

ຝຶກທັກສະໃຫ້ນັກຮຽນທີ່ມີຄວາມພິການ

 

ຫົວຂໍ້: ການນໍາໃຊ້ຊີວິດ

ຄວາມທ້າທາຍທາງຂອງການຝຶກອົບຮົມສໍາລັບ WWDA ແມ່ນມີກຸ່ມເປົ້າໝາຍທີ່ມີຄວາມເປັນພິການຫຼາກຫຼາຍ ມາຈາກຫຼາຍແຂວງ ແນ່ນອນວ່າມີຄວາມແຕກຕ່າງກັນທາງດ້ານຄວາມຮູ້ ຄວາມສາມາດ ພອນສະຫວັນ ວັດທະນະທໍາ ການໃຊ້ຄໍາເວົ້າ ແລະ ພິເສດຄືພວກເຂົາຖືກຈໍາກັດໃນການເຂົ້າຫາສັງຄົມ ເພື່ອໃຫ້ການຝຶກອົບຮົມມີປະສິດທິພາບ ແລະ ໃຫ້ພວກເຂົາຢູ່ຮ່ວມກັນດ້ວຍຄວາມສາມັກຄີຊ່ວຍເຫຼືອເຊີ່ງກັນແລະກັນ ພວກເຮົາຈຶ່ງນໍາເອົາຫົວຂໍ້ທັກສະຊີວິດເຂົ້າໃນການຝຶກອົບຮົມ ເຊິ່ງໃນນັ້ນມີຫລາຍວິຊາເຊັ່ນວ່າ: ກິດຈະກໍາສ້າງຄວາມລຶ້ງເຄີຍ, ທັກສະການສື່ສານ, ຝຶກອົບຮົມນອກສະຖານທີ່.

ເປົ້າໝາຍ: ເພື່ອໃຫ້ນັກຮຽນທີ່ມີຄວາມພິການສາມາດປັບຕົວເຂົ້າສັງຄົມ ຫມູ່ເພື່ອນໄດ້.

ຄຳແນະນຳ:

·         ບາງຄົນບໍ່ຮູ້ໜັງສືເລີຍກໍຕ້ອງໄດ້ຊອກຫາເຄື່ອງມືທີ່ເປັນພາບປະຈັກຕາອື່ນໆເຂົ້າຊ່ວຍ ເຊັ່ນ: ຮູບພາບ, ບິກ ສໍ ກ້ອນຫີນ…

·         ການຮຽນຮູ້ແບບເພື່ອນຊ່ວຍເພື່ອນ: ຈັບຄູ່ຄົນທີ່ເກັ່ງ-ບໍ່ເກັ່ງ ໃຫ້ຊ່ວຍເຫຼືອກັນ

·         ໃຫ້ມີກິດຈະກໍານອກສະຖານ ທັດສະນະສຶກສາເພື່ອໃຫ້ການຮຽນຮູ້ມີຄຸນນະພາບຂຶ້ນ

ບາງຫົວຂໍ້ໃຊ້ເວລາ 1-2 ຊົ່ວໂມງ ເຊັ່ນ ຄວາມຮູ້ພື້ນຖານກ່ຽວກັບຢາເສບຕິດ, ຄວາມຮູ້ພື້ນຖານກ່ຽວກັບຢາເສບຕິດ

ການນໍາໃຊ້ຊີວິດ

      ຄຳແນະນຳ:

ຂະບວນການນີ້ເປັນພຽງຫົວຂໍ້ໜື່ງທີ່ນໍາເຂົ້າໃນການຝຶກອົບຮົມຂອງທາງສະມາຄົມ ຄືຫົວຂໍ້້ທັກສະການໃຊ້ຊີວິດໃຫ້ທ່ານໄດ້ເຂົ້າເຫັນຄວາມສໍາຄັນຂອງຫົວຂໍ້ນີ້ໃນການຢູ່ຮ່ວມກັນຂອງນັກຮຽນ ເຊິ່ງໄດ້ມີຫົວຂໍ້ຕ່າງໆ ແລະ ບາງຫົວຂໍ້ທີ່ໃຊ້ເວລາຫົວຂໍ້ລະ 1-2 ຊົ່ວໂມງໃນແຕ່ລະອາທິດຈົນຈົບການຝຶກອົບຮົມໃນ 1 ຊຸດ.

ຫຼັງຈາກຄັດເລືອກ ແລະ ຮັບນັກຮຽນມາແລ້ວ ພາຍໃຕ້ການຄຸ້ມຄອງຂອງທາງສູນນັກຮຽນທຸກຄົນຕ້ອງໄດ້ຢູ່ຮ່ວມກັນຈົນສິ້ນສຸດການຝຶກອົບຮົມ

      ກິດຈະກໍາສ້າງຄວາມລື້ງເຄີຍໃນຫ້ອງຮຽນ, ທີ່ພັກ, ແລກປ່ຽນຊີວິດທີ່ຜ່ານມາຂອງແຕ່ລະຄົນສູ່ກັນຟັງ

      ຫົວຂໍ້ການສື່ສານ ມີເນື້ອໃນກ່ຽວກັບມຸມມອງຂອງແຕ່ຄົນ, ການຫຼີກລ້ຽງຂໍ້ຂັດແຍ່ງ, ມາລະຍາດການເວົ້າ

      ການໃຊ້ຊີວິດຮ່ວມກັນ, ການຊ່ວຍເຫຼືອກັນ, Team work

      ທັກສະການວາງແຜນໃນອະນາຄົດ

      ຄວາມຮູ້ພື້ນຖານກ່ຽວກັບຢາເສບຕິດ: ໃນຫົວຂໍ້ຈະໄດ້ເວົ້າເຖິງ ປັດໄຈສ່ຽງຕໍ່ການຕິດຢາເສບຕິດ, ຜົນເສຍຂອງຢາເສບຕິດ, ການສັງເກດຄົນທີ່ຕິດຢາເສບຕິດ, ວິທີປ້ອງກັນ

      ຫົວຂໍ້ ພື້ນຖານສິດທິເດັກ, ສິດທິມະນຸດ, ສິດທິຄົນພິການ, ການເຄື່ອນຍ້າຍແຮງງານຜິດກົດໝາຍ, ໂພສະນາການ ທາງເລືອກອາຫານ

      ການແກ້ໄຂອາການຊືມເສົ້າ, ອອກກໍາລັງກາຍ, ວິທີປ້ອງກັນການຕິດເຊື້ອ HIV

      ການບໍລິຫານການເງິນ (ລາຍຮັບ-ລາຍຈ່າຍ)

      ການຂຽນ CV

      ຊ່ອງທາງການມີວຽກເຮັກງານທໍາ

      ການນໍາພາກິດຈະກໍາ ເຊັ່ນ: ໃຫ້ນັກຮຽນໄດ້ຮ້ອງເພງ, ເປັນຜູ້ນໍາພາເກມ

         ກິດຈະກໍາເພື່ອນອກສະຖານທີ່ ເຊັ່ນ: ແຂ່ງຂັນກິລາ, ແຂ່ງຂັນສິລະປະ (ບາງຄັ້ງມີຫຼາຍໜ່ວຍງານເຊີນໄປສະແດງ), ສະແດງລະຄອນ, ກິດຈະກໍາແລກປ່ຽນຕ່າງໆ