ໝວດ: ການສື່ສານ.

ປະເພດ: ຂະບວນການ.

ເວລາ: ຂະບວນການຕໍ່ເນື່ອງ.

ການໝຸນໃຊ້: ໃຊ້ໃນການຝຶກຊ້ອມຟ້ອນ.

 

ບົດຮຽນການໝຸນໃຊ້ໂດຍ: WWDA-ສະມາຄົມພັດທະນາແມ່ຍິງພິການ

 

 

 

ຝຶກສິລະປະໃຫ້ນັກຮຽນແມ່ຍິງພິການ

ສິ່ງທີ່ທ້າທາຍໃນການສອນສິລະປະໃຫ້ແກ່ນັກຮຽນທີ່ມີຄວາມການສໍາລັບສະມາຄົມແມ່ຍິງພິການແລ້ວ ຄືການທີ່ ພວກເຂົາບໍ່ເຄີຍຟ້ອນມາກ່ອນ ບໍ່ມີພື້ນຖານໃນການຟ້ອນ ຫຼື ເຕັ້ນ ຕ້ອງໄດ້ສອນແບບເລີ່ມຕົ້ນເລີ່ມແຕ່ວິທີການຈີບມື ການຢ້ອນໃຫ້ຖືກຈັງຫວະ ການປ່ຽນທ່າ ຕ່າງໆ , ການສື່ສານໃຫ້ເຂົ້າໃຈກັນເພາະມີຄວາມພິການຫຼາຍປະເພດ ( ໃຊ້ລໍ້, ຂາ,ຕາ,ຫູ), ການສະແດງສິລະປະເປັນວິຊາໜື່ງຂອງການຝຶກອົບໃຫ້ນັກຮຽນຂອງສະມາຄົມແມ່ຍິງການ ( WWDA ) ເພື່ອເປັນການສ້າງຄວາມສາມາດໃນການອອກສູ່ສັງຄົມ, ສະແດງໃຫ້ເຫັນວ່າພວກເຂົາກໍສາມາດຂຶ້ນເວທີສະແດງສິລະປະໃນເວທີທີ່ສໍາຄັນໄດ້ເຊັ່ນກັນ ພ້ອມດຽວກັນຍັງເປັນການສົ່ງເສີມໃຫ້ພວກເຂົາມີຄວາມໝັ້ນໃຈ ມີຄວາມສາມັກຄີເຮັດວຽກເປັນທີມໄດ້ ເນື່ອງຈາກວ່ານັກຮຽນມາຈາກຫຼາຍບ່ອນແຕກຕ່າງກັນ ຄວາມເປັນພິການກໍແຕກຕ່າງກັນ, ກ່ອນອື່ນເຮົາຈະຕ້ອງໄດ້ຄໍານືງເຖິງຄວາມສາມາດຂອງແຕ່ລະຄົນ ແກະແບບຟ້ອນໃຫ້ທຸກຄົນສາມາດຟ້ອນໃຫ້ປະສົມປະສານແຕ່ໄປນຳກັນ ໝັ່ນຝຶກຊ້ອມ ແລະ ມີເວລາເຕັມທີ່ກັບການຊ້ອມຟ້ອນໃຫ້ໄດ້ 1-2 ຊົ່ວໂມງ/ມື້.

ເປົ້າໝາຍ:  ເພື່ອໃຫ້ແມ່ຍິງທີ່ມີຄວາມພິການມີຄວາມໝັ້ນໃຈໃນການອອກສູ່ສັງຄົມ, ສ້າງຄວາມເປັນທີມທີ່ດີໃຫ້ກັບພວກເຂົາ.

ຄຳແນະນຳ:

·         ຄູຜູ້ສອນຕ້ອງເຂົ້າໃຈເຖິງຄວາມເປັນພິການໃຫ້ໄດ້ ມີຄວາມອົດທົນສູງໃນການເຈລະຈາ.

·         ຕ້ອງຄໍານຶງເຖິງ ຄວາມສາມາດຂອງແຕ່ລະຄົນເປັນແບບໃດ ມີຄວາມພິການໃນລັກສະໃດ ປະເພດໃດແດ່.

·         ການແກະແບບຟ້ອນໃຫ້ຄໍານຶງຜູ້ຟ້ອນເປັນຫຼັກ.

·         ເລືອກບົດເພງທໍານອງທີ່ທໍາມະດາ ບໍ່ໄວ, ມີເອກະລັກ ແລະ ມີຄວາມໝາຍ

ຕ້ອງໄດ້ໃຊ້ເວລາໃນການຝືກຊ້ອມເປັນປະຈໍາ ຢ່າງໜ້ອຍ 1ຊົ່ວໂມງ/ມື້.

ການຝຶກສິລະປະໃຫ້ນັກຮຽນແມ່ຍິງພິການ

ຄຳແນະນຳ:

 

ຂັ້ນຕອນຂອງການຝຶກສິລະປະທີ່ສໍາຄັນແມ່ນການເລືອກເພງໃຫ້ເຂົ້າກັບຮູບແບບຂອງງານທີ່ຈະສະແດງ ການແກະແບບຟ້ອນໃຫ້ນັກສະແດງທຸກຄົນຕາມຄວາມສາມາດເປັນໄປໄດ້ ເຊີ່ງຈະມີ 4 ຂັ້ນຕອນຫຼັກໆ ໄດ້ແກ່ 1. ໄລຍະການກະກຽມກ່ອນຈະຝຶກ, 2) ນັກຮຽນຟ້ອນໄດ້, 3) ຟ້ອນເປັນ ແລະ 4) ຟ້ອນງາມ. ໃນແຕ່ລະຂັ້ນຕອນແມ່ນອີງຕາມຄວາມສາມາດຂອງນັກຮຽນແຕ່ລະຄົນ. 

1.    ກ່ອນທີ່ຈະຝຶກ

      ຄັດເລືອກນັກຮຽນທີ່ສາມາດຊ່ວຍເຫຼືອຕົວເອງໄດ້

      ເລືອກບົດເພງທີ່ມີເອກະລັກ ເພງທີ່ມີຄວາມໝາຍຂອງລາວ

      ແກະແບບຟ້ອນ ໃຫ້ຄໍານຶງເຖິງຄວາມເໝາະສົມຂອງນັກຮຽນ

      ອອກແບບຈັງຫວະຟ້ອນ ລວມເຖິງ ການຍ່າງ – ເຂົ້າອອກເວທີ, ການວາງຕໍາແໜ່ງແຕ່ລະຄົນໃຜຢູ່ຈຸດໃດ

2.     ໃຫ້ຟ້ອນໄດ້: ໃນຂັ້ນຕອນນີ້ຈະສອນໃນລະດັບພື້ນຖານ ທິດສະດີ ເທັກນິກການຟ້ອນເປັນແບບໃດ

      ແນະນໍາວິທີການຟ້ອນ: ການຈີບມື, ການນົບ-ໄຫວ້, ການຢ້ອນໃຫ້ເຂົ້າຈັງຫວະ, ທ່າຟ້ອນ, ການປ່ຽນທ່າ, ການນັບເຂົ້າຈັງຫວະ

      ເປີດເພງ ພ້ອມທັງສາທິດບົດຟ້ອນຈົນຈົບເພງ

      ໃຫ້ແຕ່ລະຄົນໄດ້ທົດລອງຟ້ອນແລະຮູ້ທ່າປະຈໍາຕໍາແໜ່ງຂອງຕົນເອງ

3.    ຟ້ອນເປັນ

ໃນຂັ້ນຕອນນີ້ຈະຝຶກໃຫ້ຈື່ທ່າຟ້ອນ ຕໍາແຫນ່ງຢືນ ການເຂົ້າ-ອອກເວທີ, ຟ້ອນໃຫ້ຖືກວິທີ ເປັນການຟ້ອນທີ່ປະກອບສຽງເພງ

4.    ຟ້ອນງາມ

      ຫຼັງຈາກທີ່ຟ້ອນເປັນແລ້ວ ຕ້ອງຝຶກໃຫ້ສາມາດຟ້ອນຖືກຈັງຫວະ, ຟ້ອນພ້ອມພຽງກັນ,

      ຝຶກການຍິ້ມ ການວາງທ່າໃຫ້ສະຫງ່າງາມ

ຝຶກຊ້ອມຢ່າງຕໍ່ເນື່ອງ.