ໝວດ: ການສື່ສານ.

ປະເພດ: ຂະບວນການ.

ເວລາ: ຂະບວນການຕໍ່ເນື່ອງ.

ການໝຸນໃຊ້: 

 

ບົດຮຽນການໝຸນໃຊ້ໂດຍ: ໂຄງການເມດຕາທໍາ

 

 

 

ການຕັ້ງເປົົ້າໝາຍຊີວິດ

ສິ່ງທີ່ທ້າທາຍທີ່ພົບພໍ້ໃນເວລາຈັດກິດຈະກໍາການຮຽນຮູ້/Workshop ໃນຫົວຂໍ້ ການຕັ້ງເປົ້າໝາຍຊີວິດ ທີ່ໂຄງການເມດຕາທໍາ ເຫັນໄດ້ວ່າ ການທີ່ມີຜູ້ເຂົ້າຮ່ວມເປັນໄວທີ່ແຕກຕ່າງກັນ ແລະ ການໃຊ້ສັບພາສາທີ່ບໍ່ຄືກັນ ແລະ ການນໍາເອົາຫຼັກການຂອງທໍາມະມາປັບໃຊ້ແປເປັນພາສາລາວ ເພື່ອໃຫ້ໄວໜຸ່ມໄດ້ເຂົ້າໃຈງ່າຍຂຶ້ນ.

ເປົ້າໝາຍ: ເພື່ອໃຫ້ໄວໜຸ່ມໄດ້ຮຽນຮູ້ການຕັ້ງເປົ້າໝາຍຊີວິດຂອງຕົນເອງ ໂດຍອີງໃສ່ຫຼັກທຳເຂົ້າໃນການໃຊ້ຊີວິດ.

ຄຳແນະນຳ:

·         ຈຸດເລີ່ມຕົ້ນຕ້ອງມາຈາກຄວາມຕ້ອງການຂອງຜູ້ເຂົ້າຮ່ວມເອງທີ່ມີເປົ້າໝາຍວ່າແນວໃດ

·         ຜູ້ອໍານວຍຄວາມສະດວກຕ້ອງມີຄວາມເປັນກາງ ສາມາດກະຕຸ້ນໃຫ້ຜູ້ເຂົ້າໃຫ້ສົນໃຈ ມີທັກສະການເວົ້າ ແລະ ເຂົ້າໃຈເຖິງເນື້ອໃນເປັນຢ່າງດີ

ບັນຍາກາດຂອງການຮຽນຮູ້ເປັນກັນເອງ ໃນຮູບແບບແລກປ່ຽນປະສົບການ ແລະ ສຸມໃສ່ການມີສ່ວນຮ່ວມຫຼາຍທີ່ສຸດ

ການຕັ້ງເປົົ້າໝາຍຊີວິດ

ກ່ອນເລີ່ມກິດຈະກໍາ

 

1. ສົນທະນາສ້າງຄວາມລຶ້ງເຄີຍ ແລະ ຮູ້ຈັກກັນ ເພື່ອໃຫ້ບັນຍາກາດຜ່ອນຄາຍ ເຊັ່ນ: ຫຼິ້ນເກມລະລາຍພຶດຕິກໍາ, ທຸກຄົນແນະນໍາຕົນເອງ, ແນະນໍາຫົວຂໍ້ ແລະ ຮູບແບບຂອງການຮຽນຮູ້ຂອງຜູ້ອໍານວຍຄວາມສະດວກ

ດໍາເນີນກິດຈະກໍາ

1.  ຕັ້ງຄໍາຖາມສົນທະນາທົ່ວໄປ ເຊັ່ນ:  1) ການຕັ້ງເປົ້າໝາຍຊີວິດແມ່ນຫຍັງ? 2. ທຸກຄົນເຄີຍຕັ້ງເປົ້າໝາຍຂອງຕົນເອງບໍ່? ຢາກເປັນຫຍັງໃນອະນາຄົດ? ເລືອກຮຽນສາຍນີ້ຍ້ອນຫຍັງ? ຫຼື ເລື່ອງທົ່ວໄປຊີວິດປະຈໍາວັນ…

2.  ສາຍ VDO ແມງໄມ້ບິນແຂ່ງຂັນ (ແນະນໍາວີດີໂອ ເບີ່ງເພື່ອຫຍັງ? ແລະ ຕັ້ງຄໍາຖາມໃຜຈະຊະນະ, ໃນຂະນະນັ້ນຜູ້ອໍານວຍຄວາມສະດວກ ຕ້ອງໄດ້ມີການກະຕຸ້ນຊວນຄິດ ສັງເກດຕົວລະຄອນ ມີຫຍັງເກີດຂຶ້ນລະຫວ່າງນັ້ນ ຕະຫຼອດຈົນວີດີຈົບ)

3.  ບັນຍາຍໂດຍໃຊ້ພາວເວີ້ພ້ອຍ

    ສົນທະນາເຂົ້າສູ່ບົດຮຽນດ້ວຍຄໍາຖາມຫຼັກ ແລະ ເຈາະຈິ້ມລົງເລິກເນື້ອໃນ: 1) ເພື່ອໃຫ້ໄປສູ່ເປົ້າໝາຍພວກເຮົາຄວນມີຫຍັງແດ່? 2) ເປັນນັກຮຽນ ມີຫຍັງແດ່ທີ່ຈະເຮັດໃຫ້ຮຽນຈົບ?

    ຫຼັກທໍາຊ່ວຍໃຫ້ບັນລຸເປົ້າໝາຍ ( ອິທິບາດ 4 ) ໃນຂັ້ນຕອນນີ້ ໄດ້ອະທິບາຍເຖິງ ຄວາມໝາຍຂອງ ອິທິບາດ 4 ໃນທາງທໍາ ແປປັນພາສາລາວ ທີ່ສອດແຊກໃຫ້ສາມາດປັບໃຊ້ເຂົ້າໃນການໃຊ້ຊີວິດປະຈໍາວັນ ແລະ ເປັນຫຼັກການໃນການຕັ້ງເປົ້າໝາຍຂອງຕົນເອງ.

4.   ໃຫ້ທຸກຄົນແລກປ່ຽນຄວາມສໍາເລັດທີ່ພູມໃຈຫຼາຍທີ່ສຸດ

5.   ທຸກຄົນສົນທະນາແລກປ່ຽນຮ່ວມກັນ (ຕັ້ງຄໍາຖາມ ຊ່ວຍກັນຕອບ ຍົກຕົວຢ່າງເຫດການຕົວຈິງທີ່ຜ່ານມາ)

 

ສະຫຼຸບກິດຈະກໍາ

·         ທວນຄືນຄວາມເຂົ້າໃຈຂອງທຸກຄົນກ່ຽວກັບອິດທິບາດ 4 ດ້ວຍແບບສອບຖາມຄໍາຕອບສັ້ນ ແບບເລືອກຕອບ (Kahoot from)