ແກ້ວອຸດອນ ທັດສິດ ຫຼື ນໍ້າຫວານ, ປັດຈຸບັນເປັນພະນັກງານຍິງທີ່ໜຸ່ມນ້ອຍຢູ່ #ສູນບໍລິການຄົນພິການ (DSC) ເຊິ່ງເປັນອົງກອນທີ່ໄດ້ຮັບທຶນຈາກແຜນງານ Voice ໜ້າທີ່ຮັບຜິດຊອບຂອງນໍ້າຫວານແມ່ນບໍລິຫານ, ຈຸດພິເສດສ່ວນຕົວເປັນຄົນອາລົມດີ, ມີຄວາມອົດທົນ, ເປັນຜູ້ຮັບຟັງທີ່ດີ, ຈິງໃຈໃນການສະແດງຄໍາເວົ້າແບບກົງໄປກົງມາ, ກິດຈະກໍາຍາມວ່າງທີ່ມັກເຮັດປະຈໍາແມ່ນການໂດດເຊືອກ ແລະ ຕີດອກປີກໄກ່, ເບິ່ງໜັງ, ຟັງເພັງ ແລະ ອ່ານ ຫຼື ຮຽນໜັງສື.
ນໍ້າຫວານແມ່ນເປັນສະມາຊິກຂອງຊຸມຊົນນັກປະຕິບັດ (Community of Practice-CoP) ໄດ້ເຂົ້າຮ່ວມແລກປ່ຽນ-ຮຽນຮູ້ໃນ 2 ຫົວຂໍ້ຄື: ການຄິດເປັນລະບົບ, ການເປັນຜູ້ອຳນວຍຄວາມສະດວກ. ຜ່ານການເຂົ້າຮ່ວມ, ນໍ້າຫວານຮູ້ສຶກວ່າໃນບັນດາຫົວຂໍ້ທີ່ໄດ້ເຂົ້າໄປແລກປ່ຽນ-ຮຽນຮູ້ກັບຄົນອື່ນໆແມ່ນຕົງກັບໜ້າທີ່ທີ່ຕົນຮັບຜິດຊອບຢູ່, ການໄດ້ເຂົ້າຮ່ວມ COP ເປັນສິ່ງທີ່ຮູ້ສຶກວ່າດີຫຼາຍເພາະໄດ້ແລກປ່ຽນປະສົບການການເຮັດວຽກຈາກຫຼາຍຄົນທີ່ມີຄວາມຮູ້, ຄວາມສາມາດ ແລະ ໜ້າທີ່ຮັບຜິດຊອບແຕກຕ່າງກັນມາຈາກຫຼາກຫຼາຍອົງກອນ. ພາຍຫຼັງທີ່ນໍ້າຫວານໄດ້ເຂົ້າຮ່ວມແລ້ວ, ເຮັດໃຫ້ນໍ້າຫວານເກີດມີຄວາມຮູ້ໃໝ່ໆ ແລະ ໄດ້ຮຽນຮູ້ວີທີການຮັບມືກັບບັນຫາ ຫຼື ສີ່ງທີ່ຕົນເອງຈະຕ້ອງໄດ້ແກ້ໄຂໃຫ້ດີຂື້ນເພື່ອນຳມາປັບປຸງໃຫ້ເຂົ້າກັບວຽກງານຂອງຕົນເພື່ອກໍ່ໃຫ້ເກີດຜົນປະໂຫຍດແກ່ຕົນເອງຈາກເຂົາເຈົ້າ
ຜົນຈາກການເຂົ້າຮ່ວມ COP ຂອງນໍ້າຫວານ, ເພື່ອນຮ່ວມງານ ແລະ ຫົວໜ້າໄດ້ບອກກັບນໍ້າຫວານວ່າ: ນໍ້າຫວານມີຄວາມຄິດທີ່ເປັນລະບົບຂຶ້ນ, ກ້າສະແດງຄໍາຄິດເຫັນໃນທີ່ປະຊຸມທັງພາຍໃນ ແລະ ສະຖານທີ່ນອກຫ້ອງການ, ມີຄວາມໝັ້ນໃຈ ແລະ ກ້າຕັດສິນໃຈໃນໜ້າວຽກທີ່ຮັບຜິດຊອບ. ສຳລັບນໍ້າຫວານແລ້ວ, ການທີ່ທີມງານເຊື່ອມສານ ແລະ ການຮຽນຮູ້ໄດ້ຈັດໃຫ້ມີເວທີ ຫຼື ຊ່ອງທາງໃຫ້ບັນດາຜູ້ຄົນທີ່ມີຄວາມຮູ້,ຄວາມສາມາດທີ່ແຕກຕ່າງກັນໄດ້ສົນທະນາແລກປ່ຽນແມ່ນດີຫຼາຍ, ເພາະວ່າມັນເຮັດໃຫ້ນໍ້າຫວານເກີດການປ່ຽນແປງໄປໃນທາງທີ່ດີຫຼາຍ.
ສໍາລັບວຽກງານເຊື່ອມສານ ແລະ ການຮຽນຮູ້ແລ້ວ, ຊຸມຊົນນັກປະຕິບັດ (COP) ແມ່ນພື້ນທີ່ການແລກປ່ຽນ-ຮຽນຮູ້, ແບ່ງປັນປະສົບການຂອງຜູ້ເຂົ້າຮ່ວມທີ່ມີຄວາມສົນໃຈໃນຫົວຂໍ້ດຽວກັນ, ສີ່ງດຽວກັນ, ເປັນການເປີດພື້ນທີ່ໃຫ້ບັນດາສະມາຊິກໄດ້ມາແລກປ່ຽນ ແລະ ຄົ້ນຄວ້າບັນຫາ, ສິ່ງທີ່ຕ້ອງການແກ້ໄຂ, ຊອກຫາແນວທາງການແກ້ໄຂຮ່ວມກັນ, ນໍາໄປສູ່ການຈັດຕັ້ງປະຕິບັດ ແລະ ແບ່ງປັນປະສົບການທີ່ດີນຳກັນ (Explore-Experiment-Exchange)