ໝວດ: ການສື່ສານ.

ປະເພດ: ແບບຝຶກຫັດ.

ເວລາ: 10 ນາທີ.

ການໝູນໃຊ້: ໃຊ້ໃນຊີວິດປະຈຳວັນ.

 

ບົດຮຽນການໝູນໃຊ້ໂດຍ: ພັນຖິ່ນ.

 

 

 

 

 

 

 

 

ການຮ້ອງຂໍແບບມີປະສິດທິຜົນ

ການຮ້ອງຂໍໃຫ້ຜູ້ອື່ນໄດ້ລົງມືປະຕິບັດ ຫຼື ປັບປ່ຽນພຶດຕິກຳ ເປັນເລື່ອງທີ່ມີຄວາມທ້າທາຍຫຼາຍ ຍ້ອນວ່າ ແຕ່ລະຄົນທີ່ໄດ້ຮັບການຮ້ອງຂໍ ກໍ່ຈະຕີຄວາມໝາຍແຕກຕ່າງກັນໄປ ດັ່ງນັ້ນ ການຮ້ອງຂໍທີ່ດີ ຈະຕ້ອງບໍ່ແມ່ນການຂົ່ມຂູ່, ການສັ່ງ, ການເຮັດໃຫ້ເກີດຄວາມຮູ້ສຶກໄປໃນທາງທີ່ບໍ່ດີ.

ອີງຕາມຂອບການສື່ສານທີ່ບໍ່ໃຊ້ຄວາມຮຸນແຮງ[1] ການຮ້ອງຂໍທີ່ມີປະສິດທິຜົນ ແບ່ງເປັນສາມສ່ວນປະກອບສໍາຄັນ. ທໍາອິດ, ສຸມໃສ່ສິ່ງທີ່ພວກເຮົາຕ້ອງການເຮັດ ຫຼາຍກວ່າສິ່ງທີ່ຜິດພາດ. ອັນທີສອງ, ເປັນການກະທໍາທີ່ສະເພາະເຈາະຈົງ. ສຸດທ້າຍ, ເປັນຄໍາຮ້ອງຂໍ ບໍ່ແມ່ນຄຳສັ່ງ.

ເປົ້າໝາຍ: ເພື່ອຊ່ວຍໃຫ້ຜູ້ທີ່ຈະຮ້ອງຂໍໃນເລື່ອງໃດໜຶ່ງ ສາມາດຮ້ອງຂໍໄດ້ຢ່າງຊັດເຈນ ມີປະສິດທິຜົນ.

ຄຳແນະນຳ:

·       ການຮ້ອງຂໍເພື່ອໃຫ້ຄົນເກີດການປ່ຽນແປງພຶດຕິກຳຕາມທີ່ເຮົາຕ້ອງການ ເຄື່ອງມືນີ້ອາດຈະບໍ່ເໝາະສົມ. ເຄື່ອງມືນີ້ເປັນເຄື່ອງມືທີ່ຈະຊ່ວຍສ້າງສາຍສຳພັນທີ່ດີ ທີ່ນຳໄປສູ່ການສົນທະນາ ແລະ ຊອກວິທີການແກ້ໄຂບັນຫາຮ່ວມກັນ ເປັນເລື່ອງຂອງສອງຝ່າຍທີ່ຈະຍິນຍອມພ້ອມໃຈໃຫ້ເກີດການປ່ຽນແປງ. ຖ້າເປັນຄວາມຕ້ອງການພຽງຝ່າຍດຽວ ແລະ ມີການຮ້ອງຂໍ ສະແດງວ່າ ເປັນການຮ້ອງຂໍທີ່ມີການປິດບັງຄວາມຈິງຢູ່.

·       ການຮ້ອງຂໍທີ່ມີປະສິດທິຜົນ ຈະຕ້ອງຜ່ານການຝຶກເປັນຢ່າງດີ, ໃຊ້ເວລາດົນ, ຕ້ອງມີການສະທ້ອນຄືນຢູ່ເລື້ອຍໆ, ມີຄວາມອົດທົນ ແລະ ມີວິໄນໃນຕົນເອງ.

·       ຜູ້ຮ້ອງຂໍຕ້ອງເຫັນອົກເຫັນໃຈຜູ້ຖືກຮ້ອງຂໍຢ່າງຈິງໃຈ ໃນກໍລະນີທີ່ການຮ້ອງຂໍຖືກປະຕິເສດ ຍ້ອນວ່າ ສ່ວນຫຼາຍແລ້ວ ຜູ້ຮ້ອງຂໍຈະຄາດຫວັງວ່າຜູ້ຖືກຮ້ອງຂໍ ຕ້ອງຍອມຮັບການຮ້ອງຂໍສະເໝີ ເຊິ່ງນັ້ນ ບໍ່ແມ່ນຄວາມຈິງ.

ຖ້າ ຜູ້ຮ້ອງຂໍສະແດງຄວາມເຫັນອົກເຫັນໃຈຜູ້ຖືກຮ້ອງຂໍ ວ່າບໍ່ສາມາດເຮັດໄດ້ ຈາກສາເຫດໃດ ສະແດງວ່າ ເປັນການຮ້ອງຂໍ ບໍ່ແມ່ນການອອກຄຳສັ່ງ.

________________________________

[1]
Rosenberg, M.B. (1983). A model for nonviolent communication. New Society

Publishers.

Rosenberg, M.B. (2003). Nonviolent communication: A
language of life. Puddledancer

Press.

ກິດຈະກໍາ "ການຮ້ອງຂໍແບບມີປະສິດທິຜົນ"

ຄຳແນະນຳ:

 

ໃນຊີວິດປະຈຳວັນ ເຮົາຕ້ອງໄດ້ຮ້ອງຂໍກັບຜູ້ອື່ນຢູ່ຕະຫຼອດ ເຊັ່ນ: ການຮ້ອງຂໍໃຫ້ໝູ່ເຮັດວຽກແທນ, ການຮ້ອງຂໍໃຫ້ທີມງານທຸກຄົນໄດ້ຮ່ວມມືໃນການຈັດກິດຈະກຳ. ແບບຝຶກຫັດນີ້ ຈະຊ່ວຍໃຫ້ທ່ານໄດ້ຝຶກການຮ້ອງຂໍແບບມີປະສິດທິຜົນ.

ຂັ້ນທີ 1: ອະທິບາຍພຶດຕິກຳທີ່ທ່ານຮ້ອງຂໍ. ອະທິບາຍຫຍໍ້ ກ່ຽວກັບການກະທຳ/ພຶດຕິກຳທີ່ທ່ານຈະຮ້ອງຂໍ. (ຂຽນໃສ່ໃນຊ່ອງວ່າງຂ້າງລຸ່ມນີ້.

 

 

ຂັ້ນທີ 2: ສຶກສາອົງປະກອບຂອງການຮ້ອງຂໍທີ່ມີປະສິດທິຜົນ, ຄ່ອຍໆ ອ່ານ ທຳຄວາມເຂົ້າໃຈໃຫ້ຊັດເຈນ.

 

ຂັ້ນທີ 3: ສ້າງການຮ້ອງຂໍທີ່ມີປະສິດທິຜົນ.

1) ອ່ານເບິ່ງພຶດຕິກຳທີ່ທ່ານຮ້ອງຂໍ.

2) ສ້າງຄຳຮ້ອງຂໍທີ່ເຈາະຈົງ, ໃຊ້ພາສາການຮ້ອງຂໍໃນທາງບວກໃຫ້ຊັດເຈນ.

 

3) ຂຽນອອກມາ ໃຫ້ເປັນປະໂຫຍກທີ່ເຈົ້າຈະເວົ້າ.

ອົງປະກອບຫຼັກ 3 ຢ່າງໃນການຮ້ອງຂໍຢ່າງມີປະສິດທິຜົນ

ອົງປະກອບທີ 1: ແນໃສ່ການສົ່ງເສີມ.

ທຳອິດເລີຍ ການຮ້ອງຂໍຈະແນໃສ່ສິ່ງທີ່ເຮົາຕ້ອງການເຮັດ ຫຼາຍກວ່າການຊອກຫາແນວຜິດ. ສາມາດເວົ້າໄດ້ວ່າ ຕ້ອງແນໃສ່ການສົ່ງເສີມ (ຜົນທີ່ໄດ້ຮັບທີ່ເຮົາຫວັງວ່າຈະເກີດຂຶ້ນ) ຫຼາຍກວ່າການປ້ອງກັນ (ຜົນທີ່ໄດ້ຮັບທີ່ເຮົາປ້ອງກັນບໍ່ໃຫ້ເກີດຂຶ້ນ).

ຕົວຢ່າງ:

·       ກະລຸນາເວົ້າຄ່ອຍໆ ໃນຫ້ອງນີ້ ກັບ ຫ້າມຮ້ອງໃນຫ້ອງນີ້.

·       ຂ້ອຍຢາກໃຫ້ເຈົ້າບອກຂ້ອຍແດ່ ວ່າມີຄວາມຈຳເປັນແນວໃດທີ່ຕ້ອງຫຼິ້ນການພະນັນ ແລະ ເຮົາມາລົມກັນວ່າມີທາງເລືອກອື່ນແນວໃດ ທີ່ຈະຕອບສະໜອງຄວາມຈຳເປັນນັ້ນ ກັບ ຂ້ອຍຢາກໃຫ້ເຈົ້າເຊົາຫຼິ້ນການພະນັນ.

 

ອົງປະກອບທີ 2: ສະເພາະເຈາະຈົງ.

ການຮ້ອງຂໍທີ່ມີປະສິດທິຜົນຕ້ອງສະເພາະເຈາະຈົງ ບໍ່ແມ່ນເວົ້າແບບກວ້າງໆ ກວມລວມ.

ຕົວຢ່າງ:

·       ຂ້ອຍຢາກໃຫ້ເຈົ້າບອກຂ້ອຍມາເລື່ອງໜຶ່ງ ໃນສິ່ງທີ່ຂ້ອຍເຮັດໃຫ້ເຈົ້າຮູ້ສຶກດີ ກັບ ຂ້ອຍຢາກໃຫ້ເຈົ້າຮູ້ສຶກດີກັບຂ້ອຍ”.

·       ຂ້ອຍຢາກໃຫ້ເຈົ້າຂັບລົດຕາມຄວາມໄວທີ່ກຳນົດໄວ້ ກັບ ຂ້ອຍຢາກໃຫ້ເຈົ້າຂັບລົດໃຫ້ດີກວ່ານີ້”.

·       ເຮົາກິນເຂົ້າສວາຍນຳກັນອາທິດລະເທືອ ເຈົ້າຄິດວ່າຈັ່ງໃດ? ກັບ ຂ້ອຍຢາກຮູ້ຈັກກັບເຈົ້າຫຼາຍຂຶ້ນ”.

·       ຢາມເຈົ້າມາຫາຂ້ອຍຢູ່ຫ້ອງ ໃຫ້ເຈົ້າເຄາະປະຕູກ່ອນ ໄດ້ບໍ?ກັບ ເຈົ້າເຄົາລົບໃນຄວາມເປັນສ່ວນຕົວຂອງຂ້ອຍ ໄດ້ບໍ?

 

ອົງປະກອບທີ 3: ອິດສະຫຼະໃນການຕອບ.

ການຮ້ອງຂໍທີ່ມີປະສິດທິຜົນ ບໍ່ແມ່ນການສັ່ງ ແຕ່ເປັນຄຳຖາມທີ່ຜູ້ຕອບ ບໍ່ຈຳເປັນຕ້ອງຕອບກໍ່ໄດ້. ການຮ້ອງຂໍ ຈະກາຍເປັນຄຳສັ່ງ ເມື່ອຄົນເຊື່ອວ່າຖ້າບໍ່ຕອບ ຈະຖືກຕຳໜິ ຫຼື ຖືກລົງໂທດ.

ຢາມຄົນໄດ້ຍິນເຮົາອອກຄຳສັ່ງ ເຂົາເຈົາຈະຄິດຢູ່ 2 ທາງ ແມ່ນ ການຍອມແພ້ ຫຼື ການກະບົດ. ບໍ່ວ່າແນວໃດກໍ່ຕາມ ເຂົາເຈົ້າຮັບຮູ້ແລ້ວວ່າ ເຮົາບີບບັງຄັບເຂົາເຈົ້າ ເຮັດໃຫ້ຄວາມເຫັນອົກເຫັນໃຈຂອງເຂົາເຈົ້າ ທີ່ມີໃຫ້ເຮົາຫຼຸດລົງ. ໂດຍປົກກະຕິ ຄົນບໍ່ມັກການສັ່ງ ຍ້ອນວ່າເປັນການຂົ່ມຂູ່ຄວາມຕ້ອງການພື້ນຖານໃນເລື່ອງອິດສະຫຼະ ເອກະລາດສ່ວນບຸກຄົນ.

 

ເຮົາສາມາດຮ້ອງຂໍ (ທີ່ບໍ່ແມ່ນການສັ່ງ) ໄດ້ໂດຍ;

1. ບອກໃຫ້ຊັດເຈນວ່າ ໃຫ້ຜູ້ນັ້ນປະຕິບັດຕາມ ຖ້າລາວເຕັມໃຈເຮັດ.

2. ບໍ່ເບິ່ງວ່າເປັນຄວາມຜິດ ຖ້າຜູ້ອື່ນບໍ່ຕອບສະໜອງຕາມການຮ້ອງຂໍ.

3. ບໍ່ໃຈຮ້ານ ຫຼື ຮຸກຮານ ໃນເວລາທີ່ຄົນອື່ນບໍ່ໄດ້ຕອບສະໜອງການຮ້ອງຂໍ.

 

ຕົວຢ່າງ:

·       ເຈົ້າເຕັມໃຈຈັດໂຕ໊ະບໍ? ກັບ ຂ້ອຍຢາກໃຫ້ເຈົ້າຈັດໂຕ໊ະ”.

 

·       ເຈົ້າເຕັມໃຈຊ່ວຍຂ້ອຍກຽມພາວເວີ້ພ້ອຍນີ້ບໍ? ກັບ ຂ້ອຍຢາກໃຫ້ເຈົ້າຊ່ວຍຂ້ອຍເຮັດພາວເວີ້ພ້ອຍນີ້”.