ໝວດ: ຂອບຄວາມຄິດ[1].
ປະເພດ: ແບບຝຶກຫັດ.
ເວລາ: 15 ນາທີ.
ການໝູນໃຊ້: ການປະເມີນຕົວເອງ, ການໂຄ້ຊ, ການຝຶກອົບຮົມ.
ບົດຮຽນການໝູນໃຊ້ຈາກ: ພັນຖິ່ນ.
“ການອອກຈາກພື້ນທີ່ສະດວກສະບາຍ”
ໂດຍທົ່ວໄປແລ້ວ ຂອບຄວາມຄິດຈະມີ 2 ແບບ ແມ່ນຂອບຄວາມຄິດແບບຍຶດຕິດ[2] ກັບ ຂອບຄວາມຄິດແບບເຕີບໂຕ[3]. ມີຄວາມເຊື່ອວ່າ ຂອບຄວາມຄິດແບບເຕີບໂຕ ເຮັດໃຫ້ຄົນອຸທິດຕົນເອງເພື່ອສິ່ງໃດສິ່ງໜຶ່ງ ແລະ ເຮັດວຽກໜັກ ເຊິ່ງປັນຍາ ແລະ ພອນສະຫວັນເປັນຈຸດເລີ່ມຕົ້ນ.[4] ການມີຄວາມເຊື່ອແບບນັ້ນ ຈະເຮັດໃຫ້ຄົນປັບປ່ຽນຕົນເອງ ແລະ ຮຽນຮູ້ຢູ່ຕະຫຼອດເວລາ ເຊິ່ງເປັນສ່ວນປະກອບສຳຄັນໃນຄວາມສຳເລັດ.[5]
ແຕ່ຢ່າງໃດກໍ່ຕາມ ຕ້ອງມີການແປງຂອບຄວາມຄິດແບບເຕີບໂຕອອກມາເປັນພຶດຕິກຳ ເຊິ່ງນັ້ນໝາຍຄວາມວ່າ ຕົວເຮົາເອງຕ້ອງພ້ອມທີ່ຈະລົ້ມເຫຼວ, ເຮັດຜິດພາດໄດ້, ຢູ່ໃນສະພາບແບບນັ້ນຈົນກວ່າຈະເກີດການຮຽນຮູ້ ແລະ ການປ່ຽນແປງໄປໃນທາງທີ່ເຮົາຄາດຫວັງໄວ້. ໂດຍປົກກະຕິ ສິ່ງທີ່ເຮົາຄາດຫວັງໄວ້ ມັກຈະເປັນເລື່ອງທີ່ເຮັດໃຫ້ເຮົາຍ້ານ ບໍ່ກ້າຕັດສິນໃຈ ບໍ່ກ້າເຮັດ ບໍ່ກ້າຍອມຮັບກັບຜົນທີ່ຈະເກີດຂຶ້ນ. ດັ່ງນັ້ນ ຄວາມສຳເລັດທີ່ເກີດຂຶ້ນຂອງຄົນທີ່ມີແນວຄິດແບບເຕີບໂຕ ຈຶ່ງບໍ່ແມ່ນການຮຽນຮູ້ຢູ່ໃນພື້ນທີ່ປອດໄພ, ຄົນເຫຼົ່ານີ້ ຈະອອກມາຈາກພື້ນທີ່ສະດວກສະບາຍ ເພື່ອຮຽນຮູ້ ໄດ້ທົດລອງເຮັດໃນສິ່ງທີ່ບໍ່ສາມາດເຮັດໄດ້ໃນພື້ນທີ່ສະດວກສະບາຍ ແລະ ພວກເຂົາກໍ່ຕິດໃຈໃນການເຮັດແບບນັ້ນ ແລະ ອອກມາຈາກພື້ນທີ່ສະດວກສະບາຍໂດຍບໍ່ໄດ້ຕັດສິນໃຈຍາກເລີຍ.
ເປົ້າໝາຍຂອງກິດຈະກຳ: ເຮັດໃຫ້ເຮົາເຫັນວ່າ ການຢູ່ໃນພື້ນທີ່ສະດວກສະບາຍ ກັບ ຄວາມຈຳເປັນທີ່ຈະຕ້ອງອອກມາເພື່ອການເຕີບໂຕ ມັນມີຄຸນຄ່າສ່ຳໃດ.
ຄຳແນະນຳ:
· ການເຕີບໂຕຂອງຄົນເປັນຂະບວນການພັດທະນາ ທີ່ປະສົມກັນລະຫວ່າງການເຕີບໂຕ ແລະ ຄວາມຍ້ານ, ບໍ່ມີຜູ້ໃດທີ່ເຕີບໂຕມາໄດ້ ໂດຍປາດສະຈາກຄວາມຍ້ານ. ຖ້າເຮົາຄິດເລີຍວ່າ ການເຕີບໂຕ ແລະ ການຮຽນຮູ້ ມີພື້ນຖານມາຈາກການຍ້ານ ສິ່ງນີ້ອາດຈະເຮັດໃຫ້ເຮົາເຕັມໃຈ ແລະ ຍອມຮັບຄວາມຍ້ານໄດ້ຢ່າງເຕັມໃຈ. ແບບຝຶກຫັດນີ້ ຈະຊ່ວຍກະຕຸ້ນໃຫ້ຜູ້ເຂົ້າຮ່ວມກິດຈະກຳໄດ້ກ້າວຂ້າມພື້ນທີ່ຄວາມຍ້ານ ໂດຍສົມທຽບສິ່ງທີ່ໄດ້ຈາກການຢູ່ໃນພື້ນທີ່ສະດວກສະບາຍ ກັບ ຄວາມຈຳເປັນທີ່ຕ້ອງຍອມຮັບຄວາມຍ້ານ.
· ຄວາມແຕກຕ່າງຂອງແຕ່ລະພື້ນທີ່ ມີຄວາມໝາຍທີ່ເຊື່ອງຊ້ອນຢູ່. ໃນພື້ນທີ່ສະດວກສະບາຍຈະມີຂະໜາດນ້ອຍສຸດ, ພື້ນທີ່ຄວາມຍ້ານໃຫຍ່ຂຶ້ນມາ, ພື້ນທີ່ຮຽນຮູ້ກໍ່ໃຫຍ່ກວ່າພື້ນທີ່ຄວາມຍ້ານ ແລະ ພື້ນທີ່ເຕີບໂຕ ແມ່ນໃຫຍ່ທີ່ສຸດ, ນີ້ແມ່ນຄວາມໝາຍຂອງໂອກາດທີ່ຈະເກີດຂຶ້ນໃນແຕ່ລະພື້ນທີ່ ຫຼາຍຂຶ້ນກວ່າເກົ່າ ແລະ ດີຂຶ້ນກວ່າເກົ່າ.
· ສ້າງຄວາມເຂົ້າໃຈຮ່ວມກັນວ່າ ການຮຽນຮູ້ເປັນເລື່ອງທີ່ປາດສະຈາກຄວາມຜິດພາດບໍ່ໄດ້ ເຊິ່ງເປັນເລື່ອງທຳມະດາທີ່ຈະເກີດຂຶ້ນ ເຮັດໃຫ້ເຮົາຕິດຂັດແດ່ ຮູ້ສຶກບໍ່ສະດວກສະບາຍແດ່ ນັ້ນເປັນເລື່ອງທີ່ເກີດຂຶ້ນໃນພື້ນທີ່ຄວາມຍ້ານ. ເນັ້ນຍ້ຳວ່າ ປະສົບການຂອງການລົ້ມເຫຼວ ຫຼື ຄວາມຫຍຸ້ງຍາກໃດໆ ກໍ່ຕາມ ແມ່ນເຮັດໃຫ້ຄົນມີຄວາມກ້າວໜ້າໃນການຮຽນຮູ້.
· ສ້າງຄວາມເຂົ້າໃຈຮ່ວມກັນວ່າ ການຮຽນຮູ້ທີ່ຜ່ານໄປແຕ່ລະພື້ນທີ່ນັ້ນ ບໍ່ແມ່ນເປັນເສັ້ນຕົງແບບທີ່ເຫັນໃນຮູບ. ການຮຽນຮູ້ເພື່ອເຕີບໂຕ ແມ່ນ ການລົ້ມລົງ ແລະ ລຸກຂຶ້ນມາອີກ, ເປັນຢູ່ແນວນີ້ຕະຫຼອດໄປ ບໍ່ແມ່ນວ່າໄປຮອດພື້ນທີ່ເຕີບໂຕແລ້ວ ທຸກຢ່າງຈະຢຸດ, ຢາມຮອດພື້ນທີ່ເຕີບໂຕ ຄົນກໍ່ຈະສ້າງພື້ນທີ່ສະດວກສະບາຍຂຶ້ນອີກໂດຍອັດຕະໂນມັດ. ດັ່ງນັ້ນ ເຄື່ອງມືນີ້ກໍ່ຈະໄດ້ໝູນໃຊ້ຢູ່ຕະຫຼອດຄືກັນ.
ສິ່ງທີ່ສຳຄັນທີ່ຂ້າມໄປບໍ່ໄດ້ ແມ່ນ ໃນການໃຊ້ຊີວິດຂອງເຮົາມີຫຼາຍເລື່ອງທີ່ຜ່ານເຂົ້າມາ ແຕ່ລະເລື່ອງກໍ່ຈະມີຄວາມຍາກ-ງ່າຍ ໃນການອອກຈາກພື້ນທີ່ສະດວກສະບາຍແຕກຕ່າງກັນໄປ ເຊັ່ນ ຢູ່ບ່ອນເຮັດວຽກ ທ່ານອາດຈະອອກຈາກພື້ນທີ່ສະດວກສະບາຍງ່າຍກວ່າຢູ່ບ້ານ ຫຼືກັບຜົວ/ເມຍ ຂອງທ່ານ. ຖ້າເກີດກໍລະນີແບບນີ້ ກໍ່ໃຫ້ພິຈາລະນາເປັນເລື່ອງໄປ ວ່າກໍລະນີທີ່ອອກຈາກພື້ນທີ່ສະດວກສະບາຍທ່ານເຮັດແນວໃດ, ຮູ້ສຶກແນວໃດ ແລະ ສາມາດໝູນໃຊ້ກັບເລື່ອງອື່ນໆ ໄດ້ແນວໃດ.
_________________________________
[1] Mindset.
[2] Fixed mindset ແມ່ນ ການຄິດແບບເດີມ ຕິດຢູ່ໃນຂອບແບບເດີມ ບໍ່ກ້າສ່ຽງ ເຖິງແມ້ວ່າຈະມີປັດໄຈທີ່ສະໜັບສະໜູນຢູ່.
[3] Growth mindset ແມ່ນ ການຄິດວ່າຂີດຄວາມສາມາດຂອງຄົນສາມາດພັດທະນາຕໍ່ໄປໄດ້ຢ່າງຕໍ່ເນື່ອງ.
[4] Dweck, C. S. (2008). Mindset: The new psychology of success. Random House Digital, Inc.
[5] Yeager, D. S., & Dweck, C. S. (2012). Mindsets that promote resilience: When students believe that personal characteristics can be developed. Educational psychologist, 47(4), 302-314.
ກິດຈະກຳ “ການອອກຈາກພື້ນທີ່ສະດວກສະບາຍ”
“ສັນຍາກັບຂ້ອຍນະ ວ່າເຈົ້າຈະຈຳໄວ້ວ່າ…ເຈົ້າມີຄວາມກ້າຫານ ຫຼາຍກວ່າທີ່ເຈົ້າເຊື່ອ,
ເຈົ້າເຂັ້ມແຂງຫຼາຍກວ່າທີ່ປະກົດເຫັນ…ແລະ ເຈົ້າສະຫຼາດ ປັນຍາໄວ ຫຼາຍກວ່າທີ່ເຈົ້າຄິດ.” A.A. Milne.[6]
ໃນຊີວິດຈິງ ຄົນເຮົາທຸກຄົນຕ່າງກໍ່ໄດ້ເຮັດກິດຈະກຳມາຫຼາກຫຼາຍ ແລະ ແນ່ນອນວ່າ ກິດຈະກຳທຸກເລື່ອງນັ້ນ ຍ່ອມມີຄັ້ງທຳອິດສະເໝີ ເພາະສະນັ້ນ ການຍອມຮັບຄວາມທ້າທາຍ, ຄວາມຜິດພາດ, ຄວາມລົ້ມເຫຼວ ນັ້ນລ່ະ ເປັນການກ້າວອອກມາຈາກພື້ນທີ່ສະດວກສະບາຍ. ຄົນເຮົາທຸກຄົນມີພື້ນທີ່ສະດວກສະບາຍ ທີ່ເຮົາຮູ້ສຶກປອດໄພ ແລະ ຄວບຄຸມສິ່ງຕ່າງໆ ໄດ້ ຫຼາຍຢ່າງໄດ້ມາງ່າຍໆ ໃນພື້ນທີ່ນັ້ນ, ຊີວິດກໍ່ເບິ່ງຄືວ່າດີ ບໍ່ຕ້ອງຍ້ານ ບໍ່ຕ້ອງກັງວົນ ແລະ ມີຄວາມສ່ຽງຕ່ຳຕໍ່ຄວາມລົ້ມເຫຼວ. ແນວໃດກໍ່ຕາມ ພື້ນທີ່ສະດວກສະບາຍ ແມ່ນມີພື້ນທີ່ສຳລັບການເຕີບໂຕ ແລະ ການຮຽນຮູ້ຄ່ອນຂ້າງຈຳກັດ ດັ່ງນັ້ນ ການເຕີບໂຕ ແລະ ການຮຽນຮູ້ຈະເກີດຂຶ້ນໄດ້ຈິງ ແມ່ນ ການອອກມາພະຈົນໄພນອກເຂດພື້ນທີ່ສະດວກສະບາຍເທົ່ານັ້ນ.
[6] Alan Alexander Milne ນັກຂຽນຄົນອັງກິດ ທີ່ມີຊື່ສຽງຈາກໜັງສືກ່ຽວກັບຕຸ໊ກກະຕາໝີ Winnie-the-Pooh.
ຮູບທີ 1: ພື້ນທີ່ການເຕີບໂຕ ແລະ ການຮຽນຮູ້.
ຂັ້ນທີ 1: ຂໍ້ມູນພື້ນທີ່ການເຕີບໂຕ ແລະ ການຮຽນຮູ້.
ພື້ນທີ່ສະດວກສະບາຍ Comfort zone.
ພື້ນທີ່ນີ້ ເປັນພື້ນທີ່ທີ່ເຮົາຮູ້ສຶກປອດໄພທີ່ສຸດ ແລະ ເຮົາຄວບຄຸມທຸກຢ່າງໄດ້ ເວົ້າວ່າທຸກເລື່ອງມີແຕ່ແນວງ່າຍໆ, ເຮົາຮູ້ວ່າເຮັດຫຍັງໄດ້ ແລະ ຄາດຫວັງຫຍັງໄດ້ແດ່. ແນວໃດກໍ່ຕາມ ຈະບໍ່ມີການເຕີບໂຕ ແລະ ຮຽນຮູ້ໃນພື້ນທີ່ນີ້ ຍ້ອນວ່າເຮົາຮູ້ເບິ່ດທຸກຢ່າງທີ່ເຮົາຈຳເປັນຕ້ອງຮູ້ ແລະ ເປັນສິ່ງທີ່ເຮົາເຮັດເປັນປະຈຳ ຊ້ຳໄປ ຊ້ຳມາ.
ພື້ນທີ່ຄວາມຍ້ານ Fear zone.
ເພື່ອໃຫ້ເຕີບໂຕ ແລະ ຮຽນຮູ້ ເຮົາຈະຕ້ອງອອກມາຈາກພື້ນທີ່ສະດວກສະບາຍ ແລ້ວກ້າວເຂົ້າໄປຫາພື້ນທີ່ຄວາມຍ້ານ ເຊິ່ງຈະບໍ່ສະດວກສະບາຍຄືເກົ່າ. ເຮົາບໍ່ຮູ້ວ່າຈະຄາດຫວັງຫຍັງໄດ້ແດ່ ເຮົາບໍ່ສາມາດອີງກັບປະສົບການເກົ່າ ເປັນບາດກ້າວທີ່ບໍ່ແນ່ນອນ. ໂດຍປົກກະຕິ ຄົນເຮົາມັກຈະຫຼີກລ້ຽງຈາກພື້ນທີ່ນີ້ ໂດຍຫາຂໍ້ແກ້ຕົວຢູ່ຕະຫຼອດ. ບາງເທືອເຮົາກໍ່ມີຄວາມກ້າທີ່ຈະອອກຈາກພື້ນທີ່ສະດວກສະບາຍ ແຕ່ກໍ່ຍ້ານຄວາມ “ບໍ່ຮູ້” ເຊິ່ງເຮັດໃຫ້ເຮົາກັບເຂົ້າໄປພື້ນທີ່ສະດວກສະບາຍຄືເກົ່າ. ຈຶ່ງຖືໄດ້ວ່າ ພື້ນທີ່ຄວາມຍ້ານ ເປັນຄວາມທ້າທາຍສ່ວນໜຶ່ງຂອງການເຕີບໂຕ ແລະ ການຮຽນຮູ້.
ພື້ນທີ່ຮຽນຮູ້ Learning zone.
ຖ້າຮົາມີຄວາມກ້າຫານ ແລະ ອົດທົນກັບຄວາມຍ້ານໄດ້ ເຮົາກໍ່ຈະອອກມາອີກດ້ານໜຶ່ງ ແມ່ນພື້ນທີ່ຮຽນຮູ້. ໃນພື້ນທີ່ນີ້ ເຮົາຈະເກີດທັກສະໃໝ່ໆ ແລະ ຮຽນຮູ້ທີ່ຈະຮັບມືກັບສິ່ງທ້າທາຍ ແລະ ບັນຫາຕ່າງໆ. ໃນຂະນະດຽວກັນ ເຮົາກໍ່ຈະສ້າງພື້ນທີ່ສະດວກສະບາຍຂຶ້ນມາອີກ ນັ້ນໝາຍຄວາມວ່າ ເຮົາເລີ້ມຮູ້ສຶກສະດວກສະບາຍກັບປະສົບການທີ່ບໍ່ສະບາຍມາກ່ອນໜ້ານີ້ແລ້ວ.
ພື້ນທີ່ເຕີບໂຕ Growth zone.
ເມື່ອພວກເຮົາຢູ່ໃນພື້ນທີ່ຮຽນຮູ້ດົນພໍ ເຮົາເລີ້ມມີປະສົບການທີ່ສາມາດອອກແບບສິ່ງທີ່ເຮົາຕ້ອງເຮັດ, ຄວາມສຳເລັດ ແລະ ຄວາມສະດວກສະບາຍທີ່ເຮົາຕ້ອງການໄດ້. ການຢູ່ໃນພື້ນທີ່ຮຽນຮູ້ທີ່ດົນພໍ ຊ່ວຍສ້າງລັກສະນະສ່ວນບຸກຄົນໃຫ້ຈະແຈ້ງຂຶ້ນ, ເຮົາອາດຈະມີວິທີການຮັບມືກັບບັນຫາອຸປະສັກຕ່າງໆ ໃນຮູບແບບທີ່ງ່າຍຂຶ້ນ ເຮັດໃຫ້ຄວາມຝັນຂອງເຮົາທີ່ຕັ້ງໄວ້ ເປັນຈິງໄດ້. ເຮົາອາດຈະໃຊ້ເວລາກັບບາງເລື່ອງທີ່ມີຄຸນຄ່າຄວາມສຳຄັນກັບຊີວິດຂອງເຮົາ. ພື້ນທີ່ເຕີບໂຕ ແມ່ນພາບໃຫຍ່ ເປັນການຕອບສະໜອງໃນລະດັບພື້ນຖານ ແລະ ເປັນເລື່ອງສ່ວນບຸກຄົນ, ອາດຈະກ່າວໄດ້ວ່າ ນີ້ເປັນລາງວັນສຸດທ້າຍສຳລັບຄວາມອົດທົນທີ່ຜ່ານມາໃນພື້ນທີ່ຄວາມຍ້ານ.
ຂັ້ນທີ 2: ຕົວຢ່າງການກ້າວໄປໃນພື້ນທີ່ຕ່າງໆ.
ຍົກຕົວຢ່າງ ທ້າວ ກ ເປັນຄົນທີ່ບໍ່ກ້າເວົ້າໃນທີ່ສາທາລະນະ, ການຫຼີກລ້ຽງ ຫຼື ປະຕິເສດຢູ່ຕະຫຼອດ ສະແດງວ່າທ້າວ ກ ຍັງຢູ່ໃນພື້ນທີ່ສະດວກສະບາຍ. ລັກສະນະແບບນີ້ ມີຄວາມໝາຍວ່າ ທ້າວ ກ ລາວບໍ່ຕ້ອງໄດ້ພົບພໍ້ກັບຄວາມຍ້ານທີ່ຈະລົ້ມເຫຼວ, ຄວາມບໍ່ຮູ້ ຫຼື ຄວາມສົມບູນແບບໃນການເວົ້າໃນທີ່ສາທາລະນະ.
ມາມື້ນຶງ ທ້າວ ກ ຕ້ອງໄດ້ນຳສະເໜີຜົນການເຮັດວຽກຂອງຕົວເອງໃນບ່ອນປະຊຸມຂອງຫ້ອງການ ບໍ່ເວົ້້າກໍ່ບໍ່ໄດ້, ທ້າວ ກ ກໍ່ຈະຕ້ອງໄດ້ອອກຈາກພື້ນທີ່ສະດວກສະບາຍຂອງລາວ ແລະ ກ້າວເຂົ້າໄປສູ່ພື້ນທີ່ຄວາມຍ້ານ. ກ່ອນການປະຊຸມເກີດຂຶ້ນ ຮັບຮອງວ່າ ທ້າວ ກ ຈະຕ້ອງຮູ້ສຶກກະວົນກະວາຍໃຈ, ສັບສົນ ແລະ ຢາກຊິແລ່ນໜີໄປໃຫ້ໄກທີ່ສຸດ. ແນວໃດກໍ່ຕາມ, ຖ້າທ້າວ ກ ອົດທົນກັບຄວາມຍ້ານ ແລະ ເວົ້າໃນທີ່ປະຊຸມໄດ້ ນັ້ນໝາຍຄວາມວ່າ ທ້າວ ກ ໄດ້ເຂົ້າໄປໃນພື້ນທີ່ການຮຽນຮູ້ແລ້ວ ແລະ ໄດ້ເກີດທັກສະໃໝ່ຂຶ້ນມາ. ຕາມຄຳນິຍາມແລ້ວ ການທີ່ທ້າວ ກ ໄດ້ເຮັດສິ່ງໃໝ່ໃດໜຶ່ງນັ້ນ ເປັນການເກີດປະສົບການໃໝ່ທີ່ບໍ່ເຄີຍເຮັດມາກ່ອນ ນີ້ເອີ້ນວ່າ ທ່າແຮງໃນການຮຽນຮູ້. ຍ້ອນວ່າ ທ້າວ ກ ໄດ້ເວົ້າແລ້ວ, ລາວສາມາດບອກໄດ້ວ່າເກີດຫຍັງຂຶ້ນແດ່ ພາຍຫຼັງທີ່ເຫດການນັ້ນໄດ້ຜ່ານໄປ ເຊັ່ນ: ເຮັດຫຍັງໄດ້ດີແດ່? ຈະເຮັດຫຍັງທີ່ແຕກຕ່າງກັບເທືອນີ້ແດ່? ຖ້າທ້າວ ກ ຕ້ອງການພັດທະນາທັກສະການເວົ້າໃນທີ່ສາທາລະນະເພີ່ມຕື່ມໃນອະນາຄົດ ລາວກໍ່ຕ້ອງອອກມາຈາກພື້ນທີ່ສະດວກສະບາຍ ແລະ ເຂົ້າສູ່ພື້ນທີ່ຮຽນຮູ້. ໃນທີ່ສຸດ ທ້າວ ກ ຈະເລີ້ມຮູ້ສຶກສະດວກສະບາຍຂຶ້ນກັບການເວົ້າໃນທີ່ສາທາລະນະ ນີ້ແມ່ນການສ້າງ/ຂະຫຍາຍພື້ນທີ່ສະດວກສະບາຍໃຫ້ກັບຕົວເອງ.
ເມື່ອເວລາຜ່ານໄປ ທ້າວ ກ ໄດ້ໃຊ້ເວລາດົນຂຶ້ນໃນພື້ນທີ່ຮຽນຮູ້ ໄດ້ເວົ້າໃນທີ່ສາທາລະນະຢູ່ເລື້ອຍໆ ລາວກໍ່ຈະເລີ້ມເຄື່ອນເຂົ້າໄປໃນພື້ນທີ່ເຕີບໂຕ ເຊິ່ງທ້າວ ກ ມີຄວາມຊຳນານໃນການເວົ້າແລ້ວ, ມີຄວາມໝັ້ນໃຈ ແລະ ເຫັນຄວາມໝາຍຄວາມສຳຄັນຂອງການເວົ້າໃນທີ່ສາທາລະນະ ທີ່ເຮັດໃຫ້ລາວເກີດຄວາມປ່ຽນແປງ.
ຖ້າ ທ້າວ ກ ເລືອກທີ່ຈະຢູ່ໃນພື້ນທີ່ສະດວກສະບາຍຂອງລາວ ການເຕີບໂຕ ແລະ ການຮຽນຮູ້ແບບນີ້ກໍ່ຈະບໍ່ເກີດຂຶ້ນ, ທ້າວ ກ ກໍ່ຈະໃຊ້ຊີວິດກັບຄວາມຍ້ານຢູ່ຕະຫຼອດຊີວິດຂອງເຂົາ, ຂາດໂອກາດທາງດ້ານວິຊາຊີບ ແລະ ໂອກາດສ່ວນບຸກຄົນທີ່ມີຄຸນຄ່າ ເຊິ່ງຈະສົ່ງຜົນອັນຍາວນານຕໍ່ຊີວິດຂອງລາວ.
ຂັ້ນທີ 3: ພື້ນທີ່ສະດວກສະບາຍ: ລະບຸສະຖານະການໃນພື້ນທີ່ສະດວກສະບາຍຂອງທ່ານ.
ລອງຄິດເຖິງຊີວິດຂອງທ່ານ ແລະ ພິຈາລະນາວ່າ ມີເລື່ອງຫຍັງບໍ ທີ່ທ່ານຕ້ອງການກ້າວອອກມາຈາກພື້ນທີ່ສະດວກສະບາຍ ໄປຫາພື້ນທີ່ຄວາມຍ້ານ. ຫຼືວ່າ ທ່ານຕ້ອງການເຮັດບາງຢ່າງ ແຕ່ຄວາມຍ້ານດຶງທ່ານໄວ້ ບໍ່ໃຫ້ເຮັດ ຕົວຢ່າງ ວຽກງານບໍ່ປະສົບຄວາມສຳເລັດ, ປະຕິເສດໄປງານລ້ຽງທີ່ຕ້ອງໄປພົບຄົນຈຳນວນຫຼາຍ, ບໍ່ເຂົ້າຮ່ວມທີມກິລາ ຍ້ອນວ່າຫຼິ້ນບໍ່ເປັນ. ໃຫ້ອະທິບາຍໃນຂ້າງລຸ່ມນີ້.
ຂັ້ນທີ 4: ພື້ນທີ່ຄວາມຍ້ານ: ລະບຸສັນຍານຄວາມຍ້ານຂອງທ່ານ.
ທ່ານຄິດວ່າຈະພົບພໍ້ຫຍັງແດ່ ເມື່ອອອກຈາກພື້ນທີ່ສະດວກສະບາຍ ໄປຫາພື້ນທີ່ຄວາມຍ້ານ? ບັນຍາຍລັກສະນະຄວາມຍ້ານຂອງທ່ານອອກມາເປັນຄຳເວົ້າ ເຊັ່ນ: ກະວົນກະວາຍໃຈ, ຫົວໃຈເຕັ້ນແຮງ, ຂາດຄວາມໝັ້ນໃຈ, ຄິດວ່າ “ເຮັດບໍ່ໄດ້, ບໍ່ມີປັນຍາເຮັດໄດ້” ເປັນຕົ້ນ. ຂຽນອອກມາໃຫ້ໄດ້ຫຼາຍທີ່ສຸດຕາມຄວາມຕ້ອງການ.
ຂັ້ນທີ 5: ພື້ນທີ່ຮຽນຮູ້: ລະບຸໂອກາດໃນການຮຽນຮູ້ຂອງທ່ານ.
ທ່ານຈະເສຍໂອກາດໃນການຮຽນຮູ້ແນວໃດແດ່ ຖ້າທ່ານຕັດສິນໃຈຢູ່ໃນພື້ນທີ່ສະດວກສະບາຍ? ເຊັ່ນ ຖ້າປະຕິເສດບໍ່ໄປງານລ້ຽງທີ່ມີຄົນຫຼາຍໆ ທ່ານຈະເສຍໂອກາດໃນການຝຶກທັກສະການເຂົ້າສັງຄົມ, ການໄດ້ຮູ້ຈັກເພື່ອນໃໝ່ ເປັນຕົ້ນ. ຂຽນເປັນລາຍການອອກມາໃຫ້ຊັດເຈນ.
ຂັ້ນທີ 6: ພື້ນທີ່ເຕີບໂຕ: ລະບຸການເຕີບໂຕໃນໄລຍະຍາວທີ່ສຳຄັນຂອງທ່ານ.
ຖ້າທ່ານຢູ່ໃນພື້ນທີ່ຮຽນຮູ້ດົນພຽງພໍ…
1. ຈະມີຫຍັງເກີດຂຶ້ນກັບຕົວທ່ານແດ່? ສິ່ງທີ່ທ່ານໄດ້ຮັບຈາກຄວາມປ່ຽນແປງໃນລະດັບບຸກຄົນ ຈາກການຮຽນຮູ້?
2. ທ່ານຈະຮູ້ສຶກກັບຕົວທ່ານແນວໃດ?
3. ການເຕີບໂຕຂອງທ່ານ ຈະສົ່ງຜົນຕໍ່ຄວາມສຳພັນກັບຜູ້ອື່ນແນວໃດແດ່?