ໝວດ: ການສື່ສານ.
ປະເພດ: ແບບຝຶກຫັດ.
ເວລາ: 20 ນາທີ.
ຜູ້ເຂົ້າຮ່ວມ: ກຸ່ມ.
ບົດຮຽນຈາກ: ພັນຖິ່ນ.
“ການຟັງແບບບໍ່ຕັດສິນ”
ການຟັງທີ່ດີ ເຮັດໃຫ້ໄດ້ມິດຕະພາບທີ່ດີໆ ສະເໝີ ນັ້ນແມ່ນການຟັງເປັນ. ການຟັງທີ່ເຮົາມັກໃຊ້ໃນການຈັດຂະບວນການຮຽນຮູ້ໃນຮູບແບບຕ່າງໆ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເກີດການແລກປ່ຽນຢ່າງໝັ້ນໃຈ. ການຟັງແບບບໍ່ຕັດສິນ ເປັນການຟັງເພື່ອທຳຄວາມເຂົ້າໃຈຄວາມຮູ້ສຶກ ແລະ ຄວາມຕ້ອງການທີ່ແທ້ຈິງຂອງຜູ້ເວົ້າ. ການຟັງຄົນ ເຮັດໃຫ້ຜູ້ເວົ້າຮູ້ສຶກວ່າໄດ້ຮັບການຍອມຮັບ ໂດຍສະເພາະ ແມ່ນ ຢາມທີ່ຜູ້ເວົ້າຢູ່ໃນສະພາບການທີ່ຫຍຸ້ງຍາກທາງດ້ານຈິດໃຈ ແລະ ມີຄົນຟັງໂດຍບໍ່ຕັດສິນ ບໍ່ລົງໂທດຜູ້ເວົ້າ ບໍ່ແກ້ຕົວແທນຜູ້ເວົ້າ ບໍ່ມີການພະຍາຍາມເຮັດໃຫ້ເປັນເລື່ອງໃຫຍ່ ນັ້ນເປັນການຟັງທີ່ດີ.[1]
ເຄື່ອງມືນີ້ເປັນແບບຝຶກຫັດ ໂດຍໃຫ້ຜູ້ເຂົ້າຮ່ວມຈັບຄູ່ກັນ ແລະ ຝຶກການຟັງແບບບໍ່ຕັດສິນ ຈຳນວນ 2 ຮອບ ໄດ້ແກ່;
ຮອບທີ່ 1: ເລົ່າບັນຫາ ແລະ ຟັງຢ່າງດຽວ.
ຮອບທີ່ 2: ເລົ່າບັນຫາ ພ້ອມທັງໃຫ້ຄຳແນະນຳ ແລະ ໃຫ້ທາງແກ້ໄຂບັນຫາ.
ພາຍຫຼັງການເຮັດກິດຈະກຳ ກໍ່ຈະມີການສະທ້ອນຄືນວ່າ ຮອບໃດ/ວິທີການແບບໃດ ທີ່ເກີດປະໂຫຍດທີ່ສຸດ.
ເປົ້າໝາຍຂອງກິດຈະກຳ: ເພື່ອສະແດງໃຫ້ເຫັນວ່າວິທີການຟັງແບບໃດທີ່ເຮັດໃຫ້ເກີດປະໂຫຍດຫຼາຍທີ່ສຸດ ລະຫວ່າງ ການຟັງແບບບໍ່ພະຍາຍາມແກ້ໄຂບັນຫາ ກັບ ການຟັງທີ່ພະຍາຍາມແກ້ໄຂບັນຫາ.
ຄຳແນະນຳ:
· ຄວນເລືອກບັນຫາຂອງຕົວເອງທີ່ມີຄວາມແທດເໝາະ ບໍ່ແມ່ນເລື່ອງສ່ວນຕົວຈົນເກີນໄປ ເຊັ່ນ ເຊັ່ນ: ກຳລັງຕັດສິນໃຈຈະລາອອກຈາກງານປະຈຳ, ການດຸນດ່ຽງລະຫວ່າງວຽກກັບຊີວິດສ່ວນຕົວ ເປັນຕົ້ນ.
· ຖ້າຈະໃຫ້ໄດ້ຜົນດີ ຜູ້ຟັງຕ້ອງເປີດໃຈກວ້າງຮັບຟັງຜູ້ເລົ່າບັນຫາ ບໍ່ລົບກວນ ບໍ່ສະແດງອອກວ່າບໍ່ພໍໃຈ ຫຼື ລຳຄານ ແຕ່ຈະຕ້ອງຟັງຢ່າງງຽບໆ ແລະ ສະແດງພາສາທາງກາຍວ່າຮັບຟັງຢູ່.
· ກະກຽມໃບມອບວຽກໃຫ້ພຽງພໍ ແລະ ແຈກຢາຍໃຫ້ຖືກຕ້ອງ.
__________________
[1] Rogers, C. R. (1995). A way of being. Houghton Mifflin Harcourt.
ກິດຈະກຳ “ຟັງແບບບໍ່ຕັດສິນ”
ແບບຝຶກຫັດນີ້ ແມ່ນເຮັດຂຶ້ນມາເພື່ອຝຶກການຟັງ ທີ່ເຮັດໃຫ້ຜູ້ຟັງບໍ່ກະໂດດເຂົ້າໄປແກ້ໄຂບັນຫາໂດຍຕົນເອງ ສ່ວນຫຼາຍແລ້ວ ຜູ້ຟັງມັກຈະຟັງ ແລ້ວຕັດສິນທັນທີ ວ່າຈະຕ້ອງແກ້ໄຂແນວໃດ. ແມ່ນຢູ່ວ່າ ການແກ້ໄຂບັນຫາ ມັນຈະເກີດປະໂຫຍດສູງສຸດ ແຕ່ນັ້ນອາດຈະບໍ່ແມ່ນສິ່ງທີ່ຄົນອື່ນຕ້ອງການ. ໃນຂະນະທີ່ຄົນອື່ນໄດ້ສະແດງຄວາມກັງວົນໃຈຕໍ່ສິ່ງທີ່ເກີດຂຶ້ນ ເຂົາເຈົ້າຕ້ອງການຄົນຟັງ ແລະ ເຂົາໃຈຄວາມຮູ້ສຶກ, ຄວາມຕ້ອງການ ເຂົາເຈົ້າບໍ່ໄດ້ຕ້ອງການໃຫ້ເຮົາຊ່ວຍແກ້ໄຂບັນຫາ.
ໃນແບບຝຶກຫັດນີ້ ຈະຊ່ວຍໃຫ້ທ່ານໄດ້ເຫັນຄວາມແຕກຕ່າງລະຫວ່າງ ການຟັງບັນຫາ ແລະ ບໍ່ມີການສະເໜີແນະການແກ້ໄຂບັນຫາ ສົມທຽບກັບ ການຟັງບັນຫາ ແລະ ໃຫ້ຄຳສະເໜີແນະເປັນໄລຍະ.
ຂັ້ນທີ 1: ຜູ້ເຂົ້າຮ່ວມຈົບຄູ່ ໃຫ້ຜູ້ໜຶ່ງເປັນຄົນເລ່າເລື່ອງ ອີກຜູ້ໜຶ່ງໃຫ້ເປັນຄົນຟັງ.
ຂັ້ນທີ 2: ຜູ້ເລົ່າເລື່ອງເລືອກບັນຫາຂອງຕົວເອງ ເພື່ອຈະໄດ້ເລົ່າໃຫ້ອີກຜູ້ໜຶ່ງຟັງ. ເລື່ອງທີ່ຈະເລົ່າ ຕ້ອງເປັນເລື່ອງທີ່ກຳລັງຊອກທາງແກ້ໄຂຢູ່ ແລະ ສາມາດເລົ່າໃຫ້ຜູ້ອື່ນຟັງໄດ້.
ຂັ້ນທີ 3: ແຈກຢາຍໃບມອບວຽກ. ຜູ້ຟັງບາງຄົນກໍ່ຈະໄດ້ “ການຟັງໂດຍບໍ່ຕ້ອງໃຫ້ຄຳສະເໜີແນະ” ບາງຄົນກໍ່ຈະໄດ້ “ການຟັງໂດຍໃຫ້ຄຳສະເໜີແນະ”. ມອບໝາຍໃຫ້ຜູ້ຟັງອ່ານຢ່າງລະອຽດ ແລະ ອ່ານໃນໃຈ.
ຂັ້ນທີ 4: ຜູ້ເລົ່າເລື່ອງເລີ່ມເລົ່າບັນຫາຂອງຕົນເອງ. ໃຫ້ເວລາ 5 ນາທີ. ຜູ້ຟັງຕ້ອງສະແດງພຶດຕິກຳຕາມທີ່ຂຽນໄວ້ໃນໃບມອບວຽກນັ້ນ.
ຂັ້ນທີ 5: ທຸກຄົນກັບມາລວມກຸ່ມໃຫຍ່ ແລະ ໃຫ້ຜູ້ຟັງແຕ່ລະຄົນບອກວ່າ ຕົນເອງໄດ້ໃບມອບວຽກຂຽນວ່າແນວໃດ.
ຂັ້ນທີ 6: ສົນທະນາ ແລະ ສະຫຼູບສິ່ງທີ່ໄດ້ຮຽນຮູ້.
· ຕັ້ງຄຳຖາມກັບຜູ້ເລົ່າບັນຫາ ວ່າ “ເຈົ້າໄດ້ຮຽນຮູ້ຫຍັງແດ່? ເຈົ້າຮູ້ສຶກແນວໃດ?”
· ຕັ້ງຄຳຖາມກັບຜູ້ຟັງ ວ່າ “ເຈົ້າໄດ້ຮຽນຮູ້ຫຍັງແດ່? ເຈົ້າຮູ້ສຶກແນວໃດ? ເຈົ້າຮູ້ຈັກຜູ້ເລົ່າເລື່ອງແນວໃດແດ່? ເຈົ້າຮູ້ສຶກແນວໃດກັບຜູ້ເລົ່າເລື່ອງ?”
ໃບມອບວຽກ
ໃຫ້ຟັງຢູ່ງຽບໆ ໂດຍບໍ່ຕ້ອງໃຫ້ຄຳສະເໜີແນະ.
ໜ້າວຽກຂອງເຈົ້າ ແມ່ນ ໃຫ້ຜູ້ເລົ່າເລື່ອງ ໄດ້ເລົ່າບັນຫາຂອງເຂົາເຈົ້າ ໂດຍບໍ່ໃຫ້ເຈົ້າກະໂດດເຂົ້າໄປແກ້ໄຂບັນຫາໃຫ້ເຂົາ. ຟັງແບບງ່າຍໆ ສະບາຍ ສະບາຍ.
ຄຳແນະນຳໃນການຟັງ:
· ໃຫ້ຢູ່ກັບປັດຈຸບັນ ແລະ ຟັງເລື່ອງເລົ່າຢ່າງຕັ້ງໃຈ. ຖ້າຮູ້ສຶກຕົວວ່າ ບໍ່ໄດ້ສຸມໃສ່ກັບຄວາມຮູ້ສຶກ ແລະ ຄວາມຕ້ອງການຂອງຜູ້ເລົ່າ ກໍ່ໃຫ້ຟ້າວກັບຄືນມາຫາຜູ້ເລົ່າທັນທີ.
· ຖ້າເຮົາຄິດໄປຫາວິທີການແກ້ໄຂບັນຫາ ໃຫ້ກັບຄືນມາຫາຜູ້ເລົ່າ ໂດຍຟັງນ້ຳສຽງ, ສຳນຽງ, ຈັບຄວາມຮູ້ສຶກຂອງຜູ້ເລົ່າ ວ່າເຮົາສັງເກດເຫັນຫຍັງ.
· ໃຫ້ໃຊ້ພາສາຮ່າງກາຍ ໃນການສະແດງໃຫ້ຜູ້ເລົ່າເລື່ອງຮູ້ຕົວວ່າ ເຮົາສົນໃຈຟັງຢູ່ ເຊັ່ນ: ພະຍັກໜ້າ, ແນມເບິ່ງໜ້າຜູ້ເລົ່າເລື່ອງ, ສະແດງຄວາມຮູ້ສຶກໄດ້ ເປັນຕົ້ນ.
· ຖ້າມີອາການຢາກເວົ້າ ຫຼື ຢາກສະແດງຄຳເຫັນ ໃຫ້ໃຊ້ວິທີເບິ່ງລົມຫາຍໃຈ ເຂົ້າ-ອອກ.
· ຖ້າມີແນວຄິດໃນການແກ້ໄຂບັນຫາທີ່ສ້າງສັນ ໃຫ້ໃຊ້ວິທີຈຳໄວ້ ຫຼື ຈົດໄວ້ ແລະ ກັບໄປຫາການຟັງຕໍ່ໄປ.
ຟັງ ແລະ ໃຫ້ຄຳສະເໜີແນະໄປພ້ອມໆ ກັນ.
ຄຳແນະນຳໃນການຟັງ:
· ພະຍາຍາມຄິດຫາວິທີແກ້ໄຂບັນຫາ ໃນຂະນະທີ່ຜູ້ເລົ່າກຳລັງເລົ່າເລື່ອງ.
· ໃຫ້ຄຳເຫັນທັນທີ ຢາມທີ່ເຈົ້າຄິດໄດ້ ບໍ່ຄ້ອງລໍຖ້າໃຫ້ຈົບການເລົ່າ.
· ຊອກຫາຂໍ້ມູນທາງ google ໄປນຳ ໃນຂະນະທີ່ຟັງ.
· ບໍ່ຕ້ອງສົນໃຈເລື່ອງພາສາກາຍຂອງທ່ານ ຍ້ອນວ່າ ການສົນທະນາເທືອນີ້ແນໃສ່ແນວທາງແກ້ໄຂບັນຫາ ບໍ່ແມ່ນການການສະແດງອອກທີ່ເໝາະສົມ ຫຼື ການສະແດງອອກທີ່ສົນໃຈຜູ້ເລົ່າເລື່ອງ.