ກອງປະຊຸມ ລາຍງານຜົນໄດ້ຮັບ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດໂຄງການ “ສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າການຂອງຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19”

ໃນວັນທີ 25 ພຶດສະພາ 2023 ທີ່ຜ່ານມານີ້, ສະມາຄົມຮ່ວມໃຈອາສາສະໝັກໄດ້ຈັດກອງປະຊຸມ ລາຍງານຜົນໄດ້ຮັບ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດໂຄງການ “ສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າການຂອງຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19” ທີ່ແຂວງ ໄຊຍະບູລີ ໂດຍມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 16 ທ່ານ. ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ມີການແລກປ່ຽນບົດຮຽນ, ຜົນໄດ້ຮັບ, ຜົນສໍາເລັດ ແລະ ແຜນຕໍ່ໜ້າ ຈາກການຈັດຕັ້ງປະຕິບັດໂຄງການໃນ 2 ເມືອງເປົ້າໝາຍ: ຫົງສາ ແລະ ແກ່ນທ້າວ, ແຂວງ ໄຊຍະບູລີ ພ້ອມທັງມີການແລກປ່ຽນຜົນສໍາເລັດຈາກກຸ່ມເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດໂດຍກົງຈາກໂຄງການ ແລະ ໄດ້ມີການສົນທະນາວ່າດ້ວຍການມອບຮັບໂຄງການໃຫ້ຄູ່ຮ່ວມງານຂັ້ນເມືອງພາຍຫຼັງທີ່ໂຄງການສິ້ນສຸດ.

Leave a Comment

Your email address will not be published. Required fields are marked *